spot_img
Homeຂ່າວພາຍ​ໃນຜູ້ຊົມໃຊ້ຄ່ຳຄວນ ຄ່າຜ່ານປະຕູສວນນ້ຳໄອເຕັກ ແພງເກີນກຳລັງຊັບ

ຜູ້ຊົມໃຊ້ຄ່ຳຄວນ ຄ່າຜ່ານປະຕູສວນນ້ຳໄອເຕັກ ແພງເກີນກຳລັງຊັບ

Published on

ພາຍຫຼັງທີ່ທາງ ບໍລິສັດ ລາວເວີນ ໄດ້ເປີດໃຫ້ບໍລິການສວນນ້ຳ ທະເລຈຳລອງ (Ocean Park) ເຊິ່ງເປັນສວນນ້ຳທີ່ມີຄວາມທັນສະໄໝທີ່ສຸດໃນປະເທດລາວ ກໍໄດ້ຮັບຄວາມນິຍົມຈາກປະຊາຊົນ ໂດຍສະເພາະແມ່ນເດັກນ້ອຍໃນນະຄອນຫຼວງວຽງຈັນເປັນຢ່າງດີ ສອດຮັບກັບລະດູຮ້ອນກຳລັງຢ່າງເຂົ້າມາ. ນັ້ນຖືເປັນບາດກ້າວຂະຫຍາຍຕົວຂອງທຸລະກິດບໍລິການໃນປະເທດລາວ, ເປັນຄວາມຈະເລີນກ້າວໜ້າຂອງປະເທດລາວ ແລະກໍເປັນໜ້າຕາຂອງຄົນລາວ ໄດ້ມີຄວາມພາກພູມໃຈ.

ແນວໃດກໍຕາມ, ທ່າມກາງຄວາມພາກພູມໃຈ ແລະສຽງຍ້ອງຍໍຊົມເຊີຍ ກໍຍັງປາສະຈາກຫາງສຽງຈົ່ມວ່າຈາກພໍ່ແມ່ປະຊາຊົນບໍ່ໄດ້ ໂດຍສະເພາະແມ່ນການເກັບຄ່າບໍລິການທີ່ແພງເກີນຄ່າສະເລ່ຍລາຍຮັບຂອງລັດຖະກອນ ຫຼືເວົ້າຢ່າງໜຶ່ງວ່າ ລູກຫຼານຂອງພະນັກງານ-ລັດຖະກອນທີ່ອາໄສເງິນເດືອນເປັນລາຍຮັບຫຼັກນັ້ນ ບໍ່ສາມາດເຂົ້າໃຊ້ບໍລິການໃນສວນນ້ຳດັ່ງກ່າວໄດ້.

ຜູ້ໃຊ້ບໍລິການທ່ານໜຶ່ງ ທີ່ເຂົ້າໃຊ້ບໍລິການ ໄດ້ກ່າວວ່າ ຕົນເອງຮູ້ສຶກພາກພູມໃຈທີ່ປະເທດຊາດຂອງເຮົາ ມີຄວາມທັນສະໄໝຫຼາຍດ້ານ ບໍ່ວ່າຈະເປັນສວນທາທາລະນະຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ແລະຖານບໍລິການຂອງພາກເອກະຊົນຈຳນວນຫຼາຍ ໜຶ່ງໃນນັ້ນແມ່ນສວນນ້ຳໄອເຕັກ ເຊິ່ງມີຄວາມທັນສະໄໝ ສວຍງາມ ສ່ວນລາຄາກໍຖືວ່າເໝາະສົມກັບຄວາມສວຍງາມທັນສະໄໝແລະການລົງທຶນອັນມະຫາສານ ແຕ່ກໍໜ້າເສຍດາຍທີ່ຄ່າບໍລິການດັ່ງກ່າວຖ້າທຽບກັບຄ່າສະເລ່ຍຂອງເງິນເດືອນຂອງພະນັກງານລັດຖະກອນ ພັດຍັງຖືວ່າແພງເກີນກຳລັງຊັບຂອງພະນັກງານລັດຖະກອນ ທີ່ອາໄສເງິນເດືອນເປັນລາຍຮັບຕົ້ນຕໍ, ຄອບຄົວຂອງເຂົາເຈົ້າອາດຈະບໍ່ມີໂອກາດໄດ້ເຂົ້າມາໃຊ້ບໍລິການໃນສະຖານທີ່ດັ່ງກ່າວ.

ຜູ້ໃຊ້ບໍລິການທ່ານດັ່ງກ່າວໄດ້ບອກວ່າ ຖ້າຈະເຂົ້າໄປໃຊ້ບໍລິການໃນສວນນ້ຳດັ່ງກ່າວ ຖ້າຄອບຄົວໃດ ມີພໍ່,ແມ່ ແລະລູກ 1 ຄົນ ຕ້ອງມີເງິນຢ່າງໜ້ອຍ 500,000 ກີບ ຫຼືປະມານ 61 ໂດລາສະຫະລັດ ຈຶ່ງສາມາດເຂົ້າຊົມໃຊ້ໄດ້ ເພາະຄ່າບໍລິການມີດັ່ງນີ້:
1. ຄ່າຜ່ານປະຕູສຳລັບເດັກນ້ອຍ 1 ຄົນ 50,000 ກີບ
2. ຄ່າຜ່ານປະຕູສຳລັບຜູ້ເປັນພໍ່ 100,000 ກີບ
3. ຄ່າຜ່ານປະຕູສຳລັບຜູ້ເປັນແມ່ 100,000 ກີບ
4. ຄ່າເຊົ່າຕູບ 100,000 ກີບ
5. ແລະຄ່າອາຫານຢ່າງໜ້ອຍ 150,000 ກີບ (ເພາະບັດຜ່ານປະຕູບໍ່ສາມາດແລກອາຫານໄດ້)
ລວມກັນເປັນ 500,000 ກີບ (ນີ້ເປັນຄ່າບໍລິການສຳລັບຄອບຄົວທີ່ມີລູກຄົນດຽວ).

ແນວໃດກໍຕາມ, ຜູ້ຊົມໃຊ້ທ່ານດັ່ງກ່າວໄດ້ຝາກຄວາມຫວັງວ່າ ທາງເຈົ້າຂອງສວນດັ່ງກ່າວຈະພິຈາລະນາປັບລາຄາລົງຕື່ມ ເພື່ອໃຫ້ເດັກນ້ອຍໃນຄອບຄົວທີ່ຖານະບໍ່ຄ່ອຍດີໄດ້ມີໂອກາດໄດ້ເຂົ້າຊົມໃຊ້.

12791001_1177343462283437_4499748695531976360_n

12805827_1177343505616766_1371161221346244011_n

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...