ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ສກຈບ) ໄດ້ປະສົບຜົນສຳເລັດໃນການດຳເນີນທຸລະກິດທີ່ໜ້າພໍໃຈພາຍໃຕ້ການຄຸ້ມຄອງບໍລິຫານທີ່ເນັ້ນການບໍລິຫານຄວາມສ່ຽງຕໍ່ລະບົບ ສກຈບ ຢ່າງຕໍ່ເນື່ອງ ຈິ່ງເຮັດໃຫ້ ສກຈບ ສາມາດປັບຕົວ ແລະເຄື່ອນໄຫວຢ່າງມີປະສິດທິພາບ ແລະມີການເພີ່ມປະລິມານຂຶ້ນເລື້ອຍໆ ຊຶ່ງເຮັດໃຫ້ມີຜົນກຳໄລທີ່ສູງແຕ່ຄຸນນະພາບຍັງບໍ່ສູງ.
ວັນທີ 4 ມີນາຜ່ານມາທີ່ສູນການຄ້າລາວ-ໄອເຕັກ ໄດ້ມີກອງປະຊຸມສະຫຼຸບວຽກງານສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກປະຈຳປີ 2015 ໂດຍການຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ກັບໂຄງການການເງິນຈຸລະພາກໃນຂົງເຂດຊົນນະບົດ-ການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ ( MRA-AFP) ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິໄລມິດ ອັກຄະວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທຫລ ກ່າວວ່າ: ໃນປີ 2015 ນັບວ່າເປັນອີກປີໜຶ່ງທີ່ ສກຈບ ປະສົບຜົນສຳເລັດໃນການດຳເນີນທຸລະກິດທີ່ໜ້າພໍໃຈໂດຍນອກຈາກຈະສາມາດຮັບມືກັບພາວະເສດຖະກິດຂ້ອນຂ້າງທ້າທາຍທັງພາຍໃນ ແລະຕ່າງປະເທດໄດ້ເປັນຢ່າງດີຍັງມີຜົນປະກອບການທີ່ດີ ຊຶ່ງກໍ່ໃຫ້ເກີດປະໂຫຍດກັບ ສກຈບ ລູກຄ້າ ແລະຜູ້ຖືຮຸ້ນ ໂດຍຍອດຊັບສິນເພີ່ມຂຶ້ນຈາກ 81 ຕື້ກວ່າກີບ ໃນປີ 2014 ມາເປັນ 107 ຕື້ກວ່າກີບ ໃນປີ 2015 ເທົ່າກັບ 32,20%, ສິນເຊື່ອເພີ່ມຈາກ 59 ຕື້ກວ່າກີບ ມາເປັນ 83 ຕື້ກວ່າກີບ ເທົ່າກັບ 41,58% ແລະ ມີກຳໄລສຸດທິ 8,2 ຕື້ກີບ ເພີ່ມຂຶ້ນເປັນ 8,8 ຕື້ກີບ ເທົ່າກັບ 6,73%.
ນອກນັ້ນ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກກໍເພີ່ມຂຶ້ນເລື້ອຍໆຈາກປີ 2014 ມີ 31 ແຫ່ງມາເປັນ 43 ແຫ່ງໃນປີ 2015 ເພີ່ມຂຶ້ນ 12 ແຫ່ງ, ມີທຶນໃນປີ 2014 ທັງໝົດ 36 ຕື້ກວ່າກີບ ເພີ່ມຂຶ້ນເປັນ 46 ຕື້ກວ່າກີບ ໃນປີ 2015 ເທົ່າກັບ 28,70%.
ໂດຍສ່ວນໃຫຍ່ແມ່ນໃຫ້ການບໍລິການທາງດ້ານເງິນກູ້ເປັນຫຼັກ ໄດ້ມີການພັດທະນາຜະລິດຕະພັນສິນເຊື່ອ ແລະປັບປຸງຮູບແບບການບໍລິການດ້ານຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ການບໍລິການສິນເຊື່ອສ່ວນຫຼາຍຢູ່ໃນຂະແໜງການຄ້າ ແລະບໍລິການກວມ ເອົາອັດຕາສ່ວນ 60% ຂອງຍອດສິນເຊື່ອທັງໝົດ, ກະສິກຳ ກວມ 37% ແລະ ເງິນກູ້ສຳລັບຄອບຄົວ, ຄົວເຮືອນກວມເອົາອັດຕາສ່ວນພຽງ 5% ຂອງຍອດສິນເຊື່ອທັງໝົດ.
ຢ່າງໃດກໍຕາມ ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: ເຖິງວ່າ ສກຈບ ຈະມີພື້ນທີ່ໃນການພັດທະນາໄປໄດ້ອີກຫຼາຍ ແລະມີໂອກາດໃນການເຕີບໂຕຂ້ອນຂ້າງສູງແຕ່ໃນຄວາມເປັນຈິງຊ້ຳພັດດຳເນີນໄປຢ່າງຊ້າໆມີການຂະຫຍາຍຕົວທີ່ໄວທາງດ້ານປະລິມານແຕ່ຄຸນນະພາບຍັງບໍ່ສູງບັນຫາດັ່ງກ່າວອາດເກີດຈາກການຂາດນິຕິກຳ ຫຼື ກົດເກນໃນການສະໜັບສະໜູນ ແລະການຄຸ້ມຄອງຜູ້ບໍລິໂພກທີ່ ເປັນມາດຕະຖານ, ການມີຫຼາຍໜ່ວຍງານຄຸ້ມຄອງແຕ່ຂາດໜ່ວຍງານທີ່ເປັນເຈົ້າການຮັບຜິດຊອບໃນການວາງນະໂຍບາຍ ແລະການຄຸ້ມຄອງທີ່ເໝາະສົມ (ຍົກເວັ້ນສ່ວນທີ່ ທຫລ ຄຸ້ມຄອງ) ລວມເຖິງການຂາດແຫຼ່ງທຶນ ແລະຕະຫຼາດສຳຮອງ ເພື່ອຮອງຮັບຊັບສິນທີ່ໃຫ້ບໍລິການເປັນຕົ້ນຊັບສິນທີ່ໄດ້ຈາກການປະຕິບັດສັນຍາ, ຈາກການເຊົ່າຊື້ ຊຶ່ງລວມເຖິງເຄື່ອງຈັກ ແລະອຸປະກອນໃນອຸດສາຫະກຳຕ່າງໆ.