spot_img
Homeນານາສາລະວິທີນວດບີແຂ່ງໃຫ້ນ້ອຍ ງ່າຍໆພາຍໃນ 3 ນາທີ ຕໍ່ມື້

ວິທີນວດບີແຂ່ງໃຫ້ນ້ອຍ ງ່າຍໆພາຍໃນ 3 ນາທີ ຕໍ່ມື້

Published on

ຕ້ອງບອກເລີຍວ່າການທີ່ເຮົາມີບີແຂ່ງໃຫຍ່, ຂາໃຫຍ່ ອາດບໍ່ແມ່ນເກີດຈາກກຳມະພັນທັງໝົດ ແຕ່ທີ່ບີແຂ່ງໃຫຍ່ອາດເພາະມີສານຄັດຫລັ່ງໃນເຊວຜິວໜັງຄ້າງຄາ ລວມທັງໄຂມັນທີ່ຂຶ້ນຢ່າງເຫັນໄດ້ຊັດ ເຊິ່ງທີ່ຈິງແລ້ວເຮົາສາມາດກຳຈັດຕົ້ນເຫດຂອງບັນຫາແຂ່ງໃຫຍ່ ແລະ ຂາໃຫຍ່ໄດ້ພຽງນວດບີແຂ່ງຂາດັ່ງວິທີຕໍ່ໄປນີ້ຫຼັງອາບນ້ຳ ແລະ ບໍລິຫານກ້າມເນື້ອເພື່ອກະຈາຍໄຂມັນອອກໄປຈະໃຊ້ພຽງ 3 ນາທີຕໍ່ວັນເທົ່ານັ້ນ.

วิธีนวดลดน่องให้เล็ก

1. ປະກົບມືທັງສອງຂ້າງປະສານກັນໄວ້ເທິງໜ້າແຂ່ງ
2. ອອກແຮງກົດພໍປະມານ ແລ້ວຄ່ອຍໆ ແລ້ວຄ່ອຍໆຖູມືຈາກຂໍຕີນຂຶ້ນມາຮອດຂໍ້ພັບ ເຮັດຊ້ຳແບບນີ້ປະມານ 5-6 ຄັ້ງ ແລ້ວປ່ອຍໄວ້ທີ່ກ້ອງຂໍ້ພັບ.
3. ນວດກ້ອງຂໍ້ພັບຈັກໄລຍະໜຶ່ງ ຈາກນັ້ນນວດຈາກຂໍ້ພັບໄຫລມາທີ່ຕົ້ນຂາ

วิธีนวดลดน่องให้เล็ก

 

4. ວາງມືອອກ ຈາກນັ້ນວາງມືຂວາໄວ້ທີ່ກ້ອງຫົວເຄົ່າ ສ່ວນມືຊາຍວາງທີ່ໜ້າຂາເໜືອໜ້າແຂ່ງ ແລ້ວຄ່ອຍໆເລື່ອນມືຂວາລົງມານວດທີ່ຂໍ້ຕີນ ໃນຂະນະດຽວກັນນັ້ນກໍ່ໃຊ້ມືຊ້າຍນວດຈາກຂໍ້ຕີນຂຶ້ນມາຂໍ້ພັບ ສະລັບກັນເລື່ອຍໆ ເພື່ອໄລ່ອາການບວມນ້ຳ ແລະ ກຳຈັດໄຂມັນຈາກບີແຂ່ງໄປພ້ອມໆກັນ
5. ເຮັດຊ້ຳທຸກຂັ້ນຕອນກັບບີແຂ່ງອີກຂ້າງ.

วิธีนวดลดน่องให้เล็ก

6. ເມື່ອເວລານວດບີແຂ່ງໝົດທັງສອງຂ້າງແລ້ວ ໃຫ້ນອນລົງແລ້ວຍົກແຂນຂຶ້ນທັງສອງຂ້າງ ຈາກນັ້ນຍົກຂາຂຶ້ນຕັ້ງສາກກັບພື້ນທັງສອງຂ້າງເຊັ່ນກັນ ເມື່ອພ້ອມແລ້ວກ່ແກ່ວງແຂນ ແລະ ຂາເທິງອາກາດເບົາໆ ໃຊ້ເວລາຈັກບຶດໜຶ່ງ ເພື່ອເປັນການໄລ່ໄຂມັນສະສົມໃຫ້ກະຈາຍຕົວ

ພຽງແຕ່ທ່ານມີຄວາມຂະຫຍັນລຸດບີແຂ່ງທຸກວັນ ອີກບໍ່ດົນທ່ານກໍ່ຈະມີຂານ້ອຍລຽວງາມໄດ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...