spot_img
Homeຂ່າວການພັດທະນາເປີດນໍາໃຊ້ ໂຄງການພັດທະນາ ນ້ຳປະປາເມືອງທ່າແຂກ ສະໜອງນ້ຳ 15.000 ແມັດກ້ອນຕໍ່ມື້!

ເປີດນໍາໃຊ້ ໂຄງການພັດທະນາ ນ້ຳປະປາເມືອງທ່າແຂກ ສະໜອງນ້ຳ 15.000 ແມັດກ້ອນຕໍ່ມື້!

Published on

ຂປລ.ພິທີມອບຮັບໂຄງການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2 ມີນາ ນີ້ຢູ່ທີ່ສະຖານີເກັບນ້ຳປະປາ ບ້ານຈອມແກ້ວ ເທ​​ສະບາເມືອງທ່າແຂກແຂວງຄໍາມ່ວນ ໂດຍ​​ເປັນກຽດເຂົ້າຮ່ວມຂອງທ່ານໂອໄດ ສຸດາພອນເຈົ້າແຂວງໆຄໍາມ່ວນ ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ​​ກະຊວງໂຍທາທິການແລະຂົນສົ່ງ , ທ່ານ ຮິກິຮະຣະທະເຄຊິ  ( Mr. Takeshi HAKIHARA ) ​ເອກອັກຄະລັດຖະທູດແຫ່ງປະເທດຢີ່ປຸ່ນ ປະຈໍາ ສປປ ລາວ ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.

ໂຄງການກໍ່ສ້າງພັດທະນາລະບົບນ້ຳປະປາ ເມືອງທ່າແຂກ ໄດ້​​ຈັດຕັ້ງປະຕິບັດໃນປີ 2013 ​​ແລະ ສໍາເລັດການກໍ່ສ້າງໃນທ້າປີ 2015 ມີມູນຄ່າທັງໝົດ 1.6 ຕື້ເຢັນ ຫລື ປະມານ 1.73 ລ້ານໂດລາສະຫະລັດ. ມີຄວາມສາມາດຜະລິດນໍ້າໄດ້ 15.000 ແມັດກ້ອນຕໍ່ວັນ, ສາມາດສະໜອງນໍ້າໃຫ້ແກ່ປະຊາຊົນ 50.000 ຄົນ ເຊິ່ງຈະເປັນການປະກອບສ່ວນຢ່າງໃຫຍ່ຫລວງ ໃນການບັນລຸເປົ້າໝາຍຂອງລັດຖະບານ ທີ່ຈະສະໜອງນໍ້າສະອາດ ມີຄວາມປອດໄພໃຫ້ແກ່ 80% ຂອງປະຊາກອນພາຍ ໃນຕົວເມືອງຮອດປີ 2020.

ນອກຈາກການຊ່ວຍເຫລືອທຶນຮອນດັ່ງກ່າວແລ້ວ ອົງການໄຈກາ ຍັງໃຫ້ການຊ່ວຍເຫລືອ ໃນໂຄງການຮ່ວມມືດ້ານເຕັກນິກ ເພື່ອສ້າງຄວາມເຂັ້ມແຂງໃນດ້ານການບໍລິຫານ ໃຫ້ແກ່ລັດວິສາຫະກິດນໍ້າປະປາ ນັບແຕ່ເດືອນ ສິງຫາ ປີ 2012 ແລະ ຈະດໍາເນີນໄປເປັນເວລາ 5 ປີ ໃນໂຄງການດັ່ງກ່າວ.

ຢີ່ປຸ່ນໄດ້ໃຫ້ການສະໜັບສະໜູນ ການພັດທະນາເສດຖະກິດ – ສັງຄົມ ຂອງລາວ ເປັນເວລາຍາວນານ ສະເພາະແຂວງຄໍາມ່ວນ ນັບແຕ່ປີ 1994 – 2000 ລັດຖະບານຢີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ໃນໂຄງການກໍ່ສ້າງຂົວແຫ່ງໃໝ່ ຢູ່ເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເປັນຈໍານວນເງິນທັງໝົດ 10,1 ຕື້ເຢັນ ຫລື ປະມານ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ໃນເດືອນມີນາ ປີ 2005 ໄດ້ມີພິທີລົງນາມ ເອກະສານແລກປ່ຽນ ໃນໂຄງການກູ້ຢືມເງິນເຢັນມູນຄ່າ 3,3 ຕື້ເຢັນ ຫລື ປະມານ 32 ລ້ານໂດລາສະຫະລັດ ໃນໂຄງການພັດທະນາຕາຕາຂ່າຍໄຟຟ້າໃນຂອບເຂດລຸ່ມແມ່ນໍ້າຂອງນໍາອີກ .

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...