spot_img
Homeຂ່າວຕ່າງປະເທດຫວຽດນາມ ແຫ້ງແລ້ງສຸດ ໃນຮອບ 90 ປີ

ຫວຽດນາມ ແຫ້ງແລ້ງສຸດ ໃນຮອບ 90 ປີ

Published on

 ສສ ຫວຽດ­ນາມ ກຳ­ລັງ​ປະ­ສົບ​ໄພ​ແຫ້ງ­ແລ້ງ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ​ເກືອບ​ສັດ­ຕະ­ວັດ ດ້ວຍ​ຄວາມ​ເຄັມ​ຂອງ​ດິນ​ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ກະ­ສິ­ກຳ ໂດຍ​ສະ­ເພາະ​ໃນ​ພື້ນ​ທີ່​ລຸ່ມ​ແມ່­ນ້ຳ​ຂອງ​ທາງ​ພາກ​ໃຕ້​ຂອງ​ປະ­ເທດ.

     ຕາມ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ: ທ່ານ ຫງວ​ຽນ ວັນຕິງ ​ຮອງ​ຫົວ­ໜ້າ​ຝ່າຍ​ຊົນ​ລະ​ສາດ​ກະ­ຊວງ​ກະ­ສິ­ກຳ​ຫວຽດ­ນາມ​ກ່າວ​ວ່າ ລະ­ດັບ​ນ້ຳ­ຂອງ​ແມ່­ນ້ຳ​ຂອງ​ຫຼຸດ​ລົງ​ສູ່​ລະ­ດັບ​ຕ່ຳ​ສຸດ​ນັບ​ຕັ້ງ­ແຕ່​ປີ 1926 ຊຶ່ງ​ນຳ­ໄປ​ສູ່​ໄພ​ແຫ້ງ­ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ ແລະຄວາມ​ເຄັມ​ຂອງ​ດິນ​ໃນ​ພື້ນ​ທີ່, ຊຶ່ງ​ລຸ່ມ​ແມ່­ນ້ຳ​ຂອງ​ເປັນ​ພື້ນ​ທີ່​ທີ່​ຕ່ຳ ແລະ ມີ​ການ​ເພາະ​ປູກ​ໜາ​ແໜ້ນ ເປັນ​ທີ່­ຢູ່​ຂອງ​ປະ­ຊາ­ກອນ​ຫຼາຍ​ກວ່າ 20 ລ້ານ​ຄົນ ແລະ ເປັນ​ອູ່​ເຂົ້າ­ຂອງ​ປະ­ເທດ ການ​ເພາະ​ປູກ​ຢ່າງ​ໜາ​ແໜ້ນ ແລະລະ­ດັບ​ນ້ຳ​ທະ­ເລ​ທີ່​ເພີ່ມ​ສູງ​ເຮັດ​ໃຫ້​ພື້ນ​ທີ່​ແຫ່ງ​ນີ້​ກາຍ­ເປັນ​ພື້ນ​ທີ່​ບອບ​ບາງ​ຂອງ​ລະ­ບົບ​ນິ­ເວດ​ຫຼາຍ​ທີ່​ສຸດ​ແຫ່ງ​ໜຶ່ງ​ຂອງ​ໂລກ, ນັກ­ວິ­ທະ­ຍາ­ສາດ​ກ່າວ​ວ່າ ສະ­ພາບ​ອາ­ກາດ​ອັນ​ເນື່ອງ​ມາ​ຈາກ​ປະ­ກົດ​ການ​ເອ​ນີ​ໂນ​ໃນ​ໄລ­ຍະ​ປີ 2015Œ2016 ທີ່​ສົ່ງ​ຜົນ​ໃຫ້​ເກີດ​ໄພ​ແຫ້ງ­ແລ້ງ​ໃນ​ປະ­ຈຸ​ບັນ ແລະການ​ຂາດ­ແຄນ​ນ້ຳ​ຍັງ​ຂັດ­ຂວາງ​ການ​ເຮັດ​ກະ­ສິ­ກຳ​ໃນ​ປະ­ເທດ​ໃກ້​ຄຽງ​ເຊັ່ນ: ສປປ ລາວ, ກຳ­ປູ­ເຈຍ, ມຽນ​ມາ ແລະ ໄທ, ທ່ານ ເລ​ແອັງ ຕ່ວນ ສາດ­ສະ­ດາ­ຈານ​ດ້ານ​ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ພູມ​ມີ​ອາ­ກາດ​ມະ­ຫາ​ໄລ​ເກິນ​ເທີ ໃນ​ເຂດ​ທີ່​ລຸ່ມ​ແມ່­ນ້ຳ​ຂອງ​ກ່າວ​ວ່າ ຫຼາຍ​ເຖິງ 40Œ50% ຂອງ​ພື້ນ​ທີ່​ທີ່​ສາ­ມາດ​ເພາະ​ປູກ​ໄດ້​ປະ­ມານ 13,75 ລ້ານ​ໄຣ່​ໃນ​ເຂດ​ລຸ່ມ​ແມ່­ນ້ຳ​ຂອງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ສະ​ສົມ​ຂອງ​ເກືອ​ໃນ​ດິນ.

ລັດ­ຖະ­ບານ​ຫວຽດ­ນາມ​ໄດ້​ປະ­ກາດ​ໃຫ້​ຄວາມ​ຊ່ວຍ­ເຫຼືອ 3,8 ລ້ານ​ໂດ​ລາ​ສະ­ຫະ­ລັດ​ສຳ­ລັບ​ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະ­ທົບ, ຊຶ່ງ​ຫວຽດ­ນາມ​ເປັນ​ຜູ້​ສົ່ງ​ອອກ​ເຂົ້າ ແລະກາ­ເຟ​ລາຍ​ໃຫຍ່​ສຸດ​ອັນ​ດັບ 2 ຂອງ​ໂລກ ຊຶ່ງ​ພືດ​ທັງ 2 ຊະ­ນິດ​ນີ້​ມີ​ຄວາມ​ສ່ຽງ​ທີ່​ຈະ​ປະ­ສົບ​ບັນ­ຫາ​ຈາກ​ໄພ​ແຫ້ງ­ແລ້ງ. ຄວາມ​ໜາວ​ເຢັນ ແລະຄວາມ​ແຫ້ງ­ແລ້ງ​ກະ­ທົບ​ອຸດ­ສາ­ຫະ­ກຳ​ກາ­ເຟ​ຂອງ​ປະ­ເທດ​ໃນ​ປີ 2013 ແລະ 2017 ແຕ່​ຜົນ​ຜະ­ລິດ​ເຂົ້າ­ຂອງ​ຫວຽດ­ນາມ​ເພີ່ມ​ຂຶ້ນ​ເກືອນ 4 ເທົ່າ ນັບ​ຕັ້ງ­ແຕ່​ປີ 1970 ເນື່ອງ​ຈາກ​ການ​ໃຊ້​ສາຍ​ພັນ​ທີ່​ໃຫ້​ຜົນ​ຜະ­ລິດ​ສູງ ແລະ ການ​ສ້າງ​ເຄືອ​ຂ່າຍ​ເຂື່ອນ​ກັ້ນ​ນ້ຳ​ທີ່​ເຮັດ​ໃຫ້​ຊາວ​ກະ​ສິກອນ​ສາ­ມາດ​ປູກ​ເຂົ້າ​ໄດ້​ຫຼາຍ​ເຖິງ 3 ຄັ້ງ​ຕໍ່​ປີ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...