Homeສຸຂະພາບ ແລະ ສີ່ງແວດລ້ອມອັນຕະລາຍທີ່ຢູ່ໃນນ້ຳດື່ມ

ອັນຕະລາຍທີ່ຢູ່ໃນນ້ຳດື່ມ

Published on

670x490x574664.JPG.pagespeed.ic.hx_tcfLxPI

ຮູ້ຫຼືບໍ່ວ່າ ມີສານເຄມີອັນຕະລາຍປົນເປື້ອນຢູ່ໃນນ້ຳດື່ມ ໂດຍທີ່ຕົວກອງທີ່ໃຊ້ອາດບໍ່ສາມາດກຳຈັດອອກໄປໄດ້ ເຊິ່ງສານເຄມີເຫຼົ່ານີ້ ຈະນຳໄປສູ່ອັນຕະລາຍຫຼາກຫຼາຍ ແລະຈາກການສຶກສາ 4 ສານອັນຕະລາຍທີ່ພົບຫຼາຍທີ່ສຸດຄື:

ສານໜູ ຖ້ານ້ຳທີ່ດື່ມມີປະລິມານສານໜູສູງ ສາມາດເຮັດໃຫ້ປອດເສຍຫາຍ ທຽບເທົ່າກັບການສູບຢາສູບນານ 10 ປີ ແມ້ປະລິມານປານກາງ ສາມາດລົດປະສິດທິພາບການເຮັດງານຂອງປອດໃດ້ເຊັ່ນກັນ . 

ທອງແດງ ກໍ່ເປັນໄພຮ້າຍທີ່ມັກພົບປົນເປື້ອນໃນນ້ຳດື່ມ ເພາະເປັນສານທີ່ໃຊ້ໃນທໍ່ນ້ຳ ອາດເຮັດໃຫ້ເກິດການສະສັມ ຂອງແອມີລອຍບີຕາ ເຊິ່ງເປັນໂປຕີນທີ່ພັບໂຕຜິດຮູບແບບໃນສະໝອງ ຈົນໄປສູ່ໂລກຄວາມຈຳເຊື່ອມ ໂລກກ້າມກ້າມຊີ້ນອັກເສບ ແລະໂລກທີ່ກ່ຽວກັບເສັ້ນເລືອດໃນສະໝອງອີກດ້ວຍ .

ສ່ວນຄໍລໍຣີນ  ເປັນສານເຄມີທີ່ໃຊ້ຂ່າແບັກທີເຣັຍໃນນ້ຳດື່ມແລະນ້ຳໃນສະ ແຕ່ນ້ຳທີ່ໃດ້ຮັບສານເຄມີນີ້ ສາມາດຮວມກັບສານອິນຊີ ເຊັ່ນ ພືດທີ່ເນົ່າເປື່ອຍ ກາຍເປັນ ໄຕຮາໂລມີເທນ ສານກໍ່ມະເຮັງລະດັບສູງ .

ສານຕະກົ່ວ  ໂລຫະເປັນສານທີ່ສາມາດຂື້ນໃນນ້ຳ ແລະໄຫຼໄປຕາມສາຍເຄື່ອງຈັກ ສ່ຽງຕໍ່ການເປັນໂລກ ຄວາມດັນເລືອດສູງແລະໂລກໄຕ

ດັ່ງນັ້ນ ການເລືອກນ້ຳດື່ມທີ່ສະອາດ ຈຶ່ງຖືເປັນສິ່ງທີ່ສຳຄັນ ເພາະການບໍລິໂພກນ້ຳທີ່ສະອາດ ແລະເໝາະສົມເປັນສິ່ງສຳຄັນ ທີ່ຮ່າງກາຍຕ້ອງການ .

 

ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...