spot_img
Homeຂ່າວພາຍ​ໃນມຊ ບຸກໄປສະເໝີ ໜອງຄາຍ 2-2 ນັດອຸ່ນເຄື່ອງກຽມ ລາວພຣີເມຍລີກ 2016

ມຊ ບຸກໄປສະເໝີ ໜອງຄາຍ 2-2 ນັດອຸ່ນເຄື່ອງກຽມ ລາວພຣີເມຍລີກ 2016

Published on

ມຊ ບຸກໄປສະເໝີ ໜອງຄາຍ 2-2 ນັດອຸ່ນເຄື່ອງກຽມ ລາວພຣີເມຍລີກ 2016
ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເອັຟຊີ ທີມນ້ອງໃໝ່ໃນລາວພຣີເມຍລີກ ພາດໂອກາດເກັບໄຊຊະນະກັບບ້ານ ຫຼັງຂຶ້ນນຳກ່ອນເຖິງ 2 ຄັ້ງ ແຕ່ກໍ່ຖືກ ໜອງຄາຍ ເອັຟທີ ໄລ່ຕີສະເໝີທັງສອງຄັ້ງ ກ່ອນຈົບດ້ວຍຜົນ 2-2 ປະຕູ ໃນການແຂ່ງຂັນເຕະບານນັດອຸ່ນເຄື່ອງມິດຕະພາບ ເພື່ອເປັນການກຽມຄວາມພ້ອມຂອງນັກກີລາ ກ່ອນເປີດການແຂ່ງຂັນເຕະບານ ລາວພຣີເມຍລີກ ລະດູການ 2016 ໃນທ້າຍເດືອນມີນານີ້.
ເມື່ອທ້າຍອາທິດທີ່ຜ່ານມາ ທັບນັກເຕະສະໂມສອນ ມຊ ເອັຟຊີ ທີມນ້ອງໃໝ່ ລາວພຣີເມຍລີກ ໄດ້ຍົກທັບໄປເຕະບານນັດອຸ່ນເຄື່ອງມິດຕະພາບກັບ ໜອງຄາຍ ເອັຟທີ ສະໂມສອນຈາກລີກພູມີພາກ ດິວິຊັ່ນ 2 ຂອງປະເທດໄທ ໂດຍນຳພາຄະນະໃນຄັ້ງນີ້ຂອງ ທ່ານ ຮສ.ດຣ ອາທິດອຸໄທ ຈະຕຸພອນໄຊ ຮອງປະທານສະໂມສອນ ມຊ ເອັຟຊີ ພ້ອມດ້ວຍຄູເຝິກ ແລະ ນັກກີລາ ລວມເຖິງແຟນບານຊາວລາວ ແລະ ຊາວແຂວງໜອງຄາຍເຂົ້າຮ່ວມຊົມຮ່ວມເຊຍ.

ເກມນີ້, ທ່ານ ວາລາກອນ ພົມພັກດີ ຄູເຝິກໃຫຍ່ ມຊ ເອັຟຊີ ຈັດທີມຊຸດໃຫຍ່ລົງສະໜາມ ເພື່ອທົດສອບຄວາມພ້ອມຂອງ 11 ຕົວຈິງ ກ່ອນເປີດການແຂ່ງຂັນເຕະບານ ລາວພຣີເມຍລີກ 2016 ນຳທີມໂດຍ ແສງພະຈັນ ບຸນທິສານ ຜູ້ຮັກສາປະຕູດີກຣີທີມຊາດລາວ, ຕ໊ອກຕີ ຂຸນທຸມພອນ ອະດີດນັກເຕະຂອງ SHB ວຽງຈັນ ຢືນບັນຊາເກມໃນແດນກາງ, ອາມີໄຊ ເກດຕະວົງ ອະດີດນັກເຕະທີມຊາດລາວຮຸ່ນອາຍຸບໍ່ເກີນ 16 ປີ ຢືນເປັນປີກຂວາງ ແລະ ສີສະຫວາດ ດາລາວົງ ທີ່ຍ້າຍຈາກ ເອສຣາ ຢືນປີກຊ້າຍ ຂະນະທີ່ ສະໂມສອນ ໜອງຄາຍ ເອັຟທີ ເຈົ້າພາບ ກໍ່ຈັດຊຸດໃຫຍ່ລົງສະໜາມເຊັ່ນກັນ ເພື່ອຄົ້ນຫາ 11 ຕົວຈິງ ກ່ອນເປີດລີກພູມິພາກ ດິວິຊັ່ນ 2 ເຊັ່ນກັນ.

ເລີ່ມເກມເຄິ່ງເວລາທຳອິດ ທັງ 2 ທີມ ແມ່ນເນັ້ນສູ້ກັນແຖວກາງສະໜາມເປັນສ່ວນໃຫຍ່ ປ່ຽນກັບບຸກປ່ຽນກັບຮັບ ແຕ່ມາເຖິງນາທີໆ 20 ມຊ ເອັຟຊີ ທີມຢາມ ໄດ້ປະຕູຂຶ້ນນຳກ່ອນຢ່າງໄວວາ 1-0 ຈາກຈັງຫວະຊຸນລະມຸນໃນໜ້າເຂດໂທດ ກ່ອນທີ່ ຕ໊ອກຕີ ຂຸນທຸມພອນ ກອງກາງປະສົບການສູງ ຈະແປເນັ້ນໆເຂົ້າປະຕູໄປຢ່າງສວຍງາມ ຫຼັງຈາກເສຍປະຕູ ໜອງຄາຍ ເຈົ້າພາບ ກໍ່ເປີດເກມບຸກເຂົ້າໃສ່ທັນທີ ແລະ ມີໂອກາດໄດ້ລຸ້ນປະຕູເປັນຫຼາຍຄັ້ງ ແຕ່ຈັງຫວະສຸດທ້າຍຍັງບໍ່ສາມາດຈົບສະກໍໄດ້ ເຮັດໃຫ້ໝົດເຄິ່ງເວລາທຳອິດ ສະໂມສອນ ມຊ ຂຶ້ນນຳ ໜອງຄາຍ ຢູ່ 1-0.

ເລີ່ມເຄິ່ງເວລາທີ 2 ໄດ້ພຽງ 5 ນາທີເທົ່ານັ້ນ ໜອງຄາຍ ກໍ່ມາໄດ້ປະຕູຕີສະເໝີ 1-1 ຈາກລູກຟຣີຄິກຂອງໝາຍເລກ 10 ຫຼັງຈາກນັ້ນ ທີມເຈົ້າພາບກໍ່ສືບຕໍ່ບຸກເຂົ້າໃສ່ຢ່າງຕໍ່ເນື່ອງຢ່າງຈົນເພີນ ເມື່ອເປັນຄືແນວນັ້ນກໍ່ຕ້ອງຖືກລົງໂທດທັນທີຈາກຈັງຫວະໂຕ້ກັບໄວຂອງ ສີສະຫວາດ ດາລາວົງ ປີກຈອມທັກສະໄດ້ບານແຖວກາງສະໜາມ ກ່ອນລາກຂຶ້ນມາທາງປີກຂວາໜີກອງຫຼັງໜອງຄາຍ 2 ຄົນ ກ່ອນຍິງບານສວນຕົວຜູ້ຮັກສາປະຕູເຂົ້າໄປຢ່າງສວຍງາມ ໃນນາທີ 66 ເຮັດໃຫ້ ມຊ ເອັຟຊີ ຂຶ້ນນຳ 2-1 ປະຕູ. ຢ່າງໃດກໍ່ຕາມ, ຈາກນັ້ນອີກ 9 ນາທີຕໍ່ມາ ເຈົ້າຖິ່ນກໍ່ມາໄດ້ປະຕູຕີສະເໝີເປັນ 2-2 ຈາກລູກຈຸດໂທດຂອງໝາຍເລກ 10 ແລະ ກໍ່ເປັນປະຕູທີ 2 ຂອງລາວໃນເກມນີ້ ສ່ວນເວລາທີ່ເຫຼືອທັງ 2 ທີມ ບໍ່ສາມາດຍິງປະຕູກັນໄດ້ເພີ່ມ ຈົບ 90 ນາທີທັງ 2 ທີມກິນກັນບໍ່ລົງ ສະເໝີ 2-2.
ສໍາລັບຜົນງານການອຸ່ນເຄື່ອງຂອງ ມຊ ເອັຟຊີ ກ່ອນລຸຍການແຂ່ງຂັນລະດັບສູງສຸດຂອງລາວ ລົງສະໜາມ 4 ນັດຊະນະ 2, ສະເໝີ 1 ແລະ ເສຍ 1 ນັດ ໂດຍນັດທໍາອິດຖະຫຼົ່ມ ຊ້າງນ້ອຍ ເອຟຊີ 4-0, ນັດທີ 2 ເສຍໃຫ້ ລາວໂຕໂຢຕ້າ ເອັຟຊີ 0-4, ນັດທີ 3 ຊະນະ ກອງທັບ ຫຼື Army FC 1-0 ແລະ ສະເໝີ ໄຊທານີ 0-0 ຊິຕີ້ ເຊິ່ງຖືວ່າເປັນຜົນງານດີສໍາລັບທີມນ້ອງໃໝ່ ແລະ ການກະກຽມຄວາມພ້ອມຢ່າງຕໍ່ເນື່ອງ ກ່ອນລຸຍ ລາວພຣີເມຍລີກ 2016 ທີ່ຈະເປີດສາກຂຶ້ນໃນກາງເດືອນມີນານີ້.

ຂໍ້ມູນຈາກ ຂ່ານສານກີລາລາວຕ່າງປະເທດ ຄວາມເຄື່ອນໄຫວເຈາະເລິກ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...