spot_img
Homeຂ່າວພາຍ​ໃນປູກຜັກປອດສານພິດ ປ້ອນຕະຫລາດຢູ່ ນ.ວ ມີລາຍໄດ້ສະເລ່ຍ ອາທິດລະ 4-5 ລ້ານກີບ!

ປູກຜັກປອດສານພິດ ປ້ອນຕະຫລາດຢູ່ ນ.ວ ມີລາຍໄດ້ສະເລ່ຍ ອາທິດລະ 4-5 ລ້ານກີບ!

Published on

ເມື່ອ​ເວົ້າ​ເຖິງ​ພືດ​ພັກ​ປອດສານພິດ​ໃນ​ປັດຈຸບັນ ກາຍເປັນຄວາມ​ຕ້ອງການ​ຂອງ​ຕະຫຼາດ ແລະ ການ​ບໍລິໂພກ​ຂອງ​ປະຊາຊົນ.

ປ້າ​ຕຸ່ນ ແກ້ວ​ມະນີ​ວັນ ປະຊາຊົນ​ບ້ານ​ລາດ​ຄວາຍ ເມືອງ​ໄຊທານີ ນະຄອນຫຼວງ​ວຽງ​ຈັນ ກ່າວວ່າ: ປົກກະຕິ​ອາຊີບ​ຫຼັກ​ແມ່ນເຮັດ​ນາ ແຕ່​ດຽວນີ້​ຫັນ​ມາ​ປູກ​ພືດຜັກ​ປອດ​ສານພິດ ໂດຍ​ນຳ​ໃຊ້ເນື້ອທີ່​ຈຳນວນ 3 ໄລ່ ປູກ​ຜັກ​ສະຫຼັດ ຜັກກາດຊອມ ແລະ ພືດ​ພັກຕາມ​ລະດູ​ການ ເພື່ອ​ປ້ອນ​ໃຫ້ຕະຫຼາດ​ພາຍ​ໃນ ແລະ ຕະຫຼາດນັດ​ຜັກ​ປອດ​ສານພິດ​ຈັດ​ຂຶ້ນ ສະເລ່ຍ​ລາຍ​ຮັບ​ໄລຍະ​ລາຄາ​ແພງ ອາທິດ​ໜຶ່ງ​ໄດ້ປະມານ 4-5 ລ້ານ​ກີບ ປັດຈຸບັນ ສະເລ່ຍ​ໄດ້ພຽງ​ອາທິດ 1 ລ້ານ​ກີບ​ເທົ່າ​ນັ້ນ.

ແຕ່​ເຖິງ​ແມ່ນ​ວ່າ​ລາຍ​ຮັບ​ຈະບໍ່​ປົກກະຕິ​ກໍ່​ຕາມ ແຕ່​ການ​ປູກພືດ​ຜັກ​ປອດ​ສານພິດ ​ກໍ່​ຍັງ​ເປັນ​ທີ່ຕ້ອງການ​ຂອງ​ຕະຫຼາດ ແລະ ການ​ບໍລິໂພກ​ຂອງ​ປະຊາຊົນ ນອກຈາກ​ຊ່ວຍ​ໃນ​ການ​ຫຼຸດ​ຕົ້ນທຶນ​ການ​ຜະລິດ​ແລ້ວ ທີ່​ສຳຄັນຍັງ​ຊ່ວຍ​ເຮັດ​ໃຫ້​ສຸຂະພາບ​ຂອງ​ຜູ້ຜະລິດ ແລະ ຜູ້​ບໍລິໂພກ​ແຂງແຮງ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...