spot_img
Homeຂ່າວຕ່າງປະເທດໜັງສືຜ່ານ​ແດນເຢຍລະ​ມັນ​ດີ​ສຸດ​ໃນ​ໂລກ

ໜັງສືຜ່ານ​ແດນເຢຍລະ​ມັນ​ດີ​ສຸດ​ໃນ​ໂລກ

Published on

   ການຈັດ​ອັນ​ດັບໜັງສື​ຜ່ານ​ແດນທີ່​ດີ​ທີ່​ສຸດ​ໃນ​ໂລກ ຊຶ່ງ​ໝາຍ​ເຖິງ​ໜັງສືຜ່ານ​ແດນ​ຂອງ​ປະ​ເທດ​ທີ່​ສາ​ມາດ​ເດີນ ທາງ​ເຂົ້າປະ​ເທດ​ອື່ນ​ໆທົ່ວ​ໂລກ​ໄດ້​ຫຼາຍ​ທີ່​ສຸດ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊາ ​ໂດຍ​ຜົນສຳ​ຫຼວດພົບ​ວ່າ ໜັງສືຜ່ານ​ແດນ​ເຢຍລະ​ມັນ​ດີ​ທີ່​ສຸດ​ໃນ​ໂລກ ​ທີ່ເຂົ້າ​ໄດ້ 177 ປະ​ເທດ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊາ.

   ຜົນ​ການ​ສຳ​ຫຼວດຂອງ​ປີ​ນີ້​ພົບ​ວ່າ ພົນລະ​ເມືອງ​ຂອງ​ປະ​ເທດ​ມະຫາ​ອຳ​ນາດ​ເຊັ່ນ: ອາ​ເມ​ລິ​ກາ ບໍ່​ໄດ້​ມີ​ອິດ​ທິພົນ​ຫຼາຍ​ທີ່​ສຸດ​ອີກ​ຕໍ່​ໄປ ​ໂດຍ​ອາ​ເມ​ລິ​ກາ​ຫຼຸດ​ລົງ​ຈາກ​ອັນ​ດັບ 1 ​ໃນປີ 2014 ​ແລະ 2015 ມາ​ຢູ່​ທີ່ອັນດັບ 4 ​ໃນ​ປີ​ນີ້ ຂະນະ​ທີ່​ອັນ​ດັບ 1 ຄື​ເຢຍລະ​ມັນ​ທີ່​ພົນລະ​ເມືອງ​ສາ​ມາດ​ຖືໜັງສືຜ່ານ​ແດນເຢຍລະ​ມັນ​ເດີນທາງ​ໄປ​ຍັງ​ສະຖານ​ທີ່​ຕ່າງໆ​ທົ່ວ​ໂລກ​ໄດ້​ເຖິງ 177 ປະເທດຈາກ 218 ປະ​ເທດ ​ແລະ ດິນ​ແດນ​ທົ່ວ​ໂລກ​ໂດ​ຍບໍ່​ຕ້ອງ​ຂໍ​ວີ​ຊາ ອັນ​ດັບ 2 ​ເປັນ​ຂອງ​ສະ​ວິດ ​ໂດຍ​ສາມາດ​ເດີນທາງ​ເຂົ້າປະ​ເທດ​ຕ່າງໆ​ໄດ້ 176 ປະ​ເທດ,ອັນ​ດັບ 3 ມີ​ຫຼາຍ​ປະ​ເທດ​ຄື: ແຟງ​ລັງ, ຝຣັ່ງ, ອິຕາ​ລີ, ​ແອັດ​ສະ​ປາຍ ​ແລະ ອັງກິດ ທີ່​ເຄີຍ​ຢູ່​ອັນ​ດັບ 1 ​ໃນ​ປີ 2013 ​ເຂົ້າ​ໄດ້ 175 ປະ​ເທດ​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊາ ຂະນະ​ທີ່​ແບນ​ຊິກ, ດານ​ມາກ, ​ໂຮ​ນລັງ​ຢູ່​ອັນ​ດັບ 4 ຮ່ວມ​ກັບ​ອາ​ເມ​ລິ​ກາ​ເຂົ້າ​ໄດ້ 174 ປະ​ເທດ.ສ່ວນ​ອັນ​ດັບ 5 ມີ ຍີ່ປຸ່ນ, ອົດ​ສະຕຣາລີ ​ແລະ ສິງກະ​ໂປ ​ເຂົ້າ​ໄດ້ 173 ປະ​ເທດ, ອັນ​ດັບ 6 ​ມີ ສ ​ເກົາຫຼີ, ກາ​ນາ​ດາ, ອຽກລັງ, ລຸກ​ຊຳ​ບວກ, ນໍ​ແວ, ປັອກຕຸຍ​ການ ​ແລະ ສະ​ວິດ​ເຂົ້າ​ໄດ້ 172 ປະ​ເທດ.

ອັນ​ດັບ​ທ້າຍ​ສຸດ​ຄື ອັບ​ຟະ​ກາ​ນິດ​ສະຖານຢູ່​ອັນດັບ​ທີ່ 104 ​ເຂົ້າປະ​ເທດ​ອື່ນໆ​ໄດ້​ໂດຍ​ບໍ່​ຕ້ອງ​ຂໍ​ວີ​ຊ່າ​ພຽງ 25 ປະ​ເທດ, ປະກິດ​ສະຖານ​ສາມາດ​ເຂົ້າ​ໄດ້ 29 ປະ​ເທດ, ອີຣັກ​ເຂົ້າ​ໄດ້ 30 ປະ​ເທດ, ​ໂຊ​ມາລີ​ເຂົ້າ​ໄດ້ 31 ປະ​ເທດ ​ແລະ ຊີ​ຣີ​ເຂົ້າ​ໄດ້ 32 ປະ​ເທດ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...