spot_img
Homeຂ່າວຕ່າງປະເທດຫວຽດນາມສົ່ງອອກເຂົ້າ ພຽງ 2 ເດືອນຕົ້ນປີນີ້ ຫລາຍກວ່າ 1 ລ້ານໂຕນ ເພີ່ມຂຶ້ນ 2 ເທົ່າ!

ຫວຽດນາມສົ່ງອອກເຂົ້າ ພຽງ 2 ເດືອນຕົ້ນປີນີ້ ຫລາຍກວ່າ 1 ລ້ານໂຕນ ເພີ່ມຂຶ້ນ 2 ເທົ່າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ໃນໄລຍະພຽງ 2 ເດືອນ (ມັງກອນ-ກຸມພາ) 2016 ນີ້ ຫວຽດນາມໄດ້ສົ່ງອອກເຂົ້າ ຫລາຍກວ່າ 1 ລ້ານໂຕນ ມູນຄ່າ 445 ລ້ານໂດລາ ຊຶ່ງເພີ່ມຂຶ້ນເຖິງ 2 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ໂດຍປາຍທາງການສົ່ງອອກ ສ່ວນໃຫຍ່ແມ່ນປະເທດອິນໂດເນເຊຍ, ຮອງລົງມາແມ່ນຈີນ ແລະ ຟິລິປິນ.

ທັງນີ້ ໃນປີ 2015 ຜ່ານມາ ຫວຽດນາມສົ່ງອອກເຂົ້າໄປທັງໝົດ 6.5 ລ້ານໂຕນ ສ້າງລາຍຮັບໄດ້ 2.68 ຕື້ໂດລາ ໂດຍມີປະເທດໃນພາກພື້ນອາຊີ ເປັນຕະຫລາດລາຍໃຫຍ່ ກວມເຖິງ 74.5% ຂອງການສົ່ງອອກ ຮອງລົງມາແມ່ນພາກພື້ນອາຟຣິກາ 13.77% ແລະ ສະຫະລັດອາເມຣິກາ 6.72%.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...