ມອບ-ຮັບໂຄງການກໍ່ສ້າງຫໍຮັບແຂກປະມຸກລັດຫຼັງໃໝ່

0
1635

20140425124931

ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງ​ຫໍ​ຮັບແຂກ​ປະມຸກ​ລັດ ໄດ້​ມີ​ຂຶ້ນ​ວັນ​ທີ 25 ເມສາ 2014 ຢູ່​ຫໍ​ຮັບແຂກ​ດັ່ງກ່າວ (ບໍລິເວນ​ທຳ​ນຽບ​ປະທານ​ປະເທດ) ເຊິ່ງ​ລົງ​ນາມ​ການ​ມອບ-ຮັບ​ລະຫວ່າງ​ທ່ານ WU ZHI WU ອຸປະ​ທູດ​ຊົ່ວຄາວ ສະຖານທູດ ​ສປ ຈີນ ປະຈຳ ​ສປປ ລາວ ແລະ ທ່ານ ເຈີ​ຢິ່ງ ຫວ່າງ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະເທດ ໂດຍ​ຊ້ອງ​ໜ້າ​ທ່ານ ພົງ​ສະ​ຫວັດ ບຸບຜາ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະເທດ ທ່ານ ZHAO WEN YU ທີ່​ປຶກສາ​ທູດ​ເສດຖະກິດ-ການ​ຄ້າ ​ສປ ຈີນ ແລະ ພາກສ່ວນ​ກ່ຽວຂ້ອງ.

ໂຄງການ​ກໍ່ສ້າງ​ຫໍ​ຮັບແຂກ​ປະມຸກ​ລັດ ມີ​ເນື້ອທີ່ 3.495 ຕາ​ແມັດ ໄດ້​ເລີ່ມ​ກໍ່ສ້າງ​ແຕ່​ວັນ​ທີ 28 ທັນວາ 2012 ແລະ ສຳເລັດ​ໃນ​ວັນ​ທີ 22 ມັງກອນ 2014 ໂດຍ​ກຸ່ມ​ບໍລິສັດ ຈ່ຽງ​ຊູ​ຈ່ຽງ​ຕູ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ຫໍ​ຮັບແຂກ​ປະມຸກ​ລັດ​ເປັນ​ອາຄານ 2 ຊັ້ນ ປະກອບ​ມີ 56 ຫ້ອງ ໃນ​ນີ້​ມີ 28 ຫ້ອງ​ນອນ ພ້ອມ​ທັງ​ປະກອບ​ເຟີ​ນີ​ເຈີ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຄົບ​ຊຸດ ເພື່ອ​ຮອງ​ຮັບແຂກ​ລະດັບ​ປະມຸກ​ລັດ ນາຍົກລັດຖະມົນຕີ ຮອງ​ນາຍົກລັດຖະມົນຕີ ແລະ ລະດັບ​ລັດຖະມົນຕີ ໂຄງການ​ນີ້​ແມ່ນ​ການ​ຊ່ວຍເຫຼືອ​ຂອງ​ລັດຖະບານ ​ສປ ຈີນ ຈຳນວນ 44,6 ລ້ານ​ຢວນ ຫຼື ປະມານ 57,252 ຕື້​ກີບ ແລະ ທຶນ​ສົມທົບ​ຂອງ​ຝ່າຍ​ລາວ​ຈຳນວນ​ໜຶ່ງ ເປັນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ເປັນ​ສັນຍາ​ລັກ​ແຫ່ງ​ມິດຕະພາບ​ລາວ-ຈີນ ເພື່ອ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຈີນ ຄົບຮອບ 53 ປີ.

ທ່ານ WANG JAIN ຫົວ ໜ້າ​ທິມ​ເຕັກນິກ​ໂຄງການ​ຊ່ວຍເຫຼືອ​ຫໍ​ຮັບແຂກ​ປະມຸກ​ລັດ ຂອງ​ກຸ່ມ​ບໍລິສັດ ຈ່ຽງ​ຊູ​ຈ່ຽງ​ຕູ ໄດ້​ກ່າວ​ວ່າ: ຫຼັງ​ຈາກ​ການ​ມອບ-ຮັບ​ຄັ້ງ​ນີ້​ແລ້ວ ພວກ​ເຮົາ​ຈະ​ຕັ້ງໃຈ​ປະກອບສ່ວນ​ເຮັດ​ວຽກ ແລະ ຈະ​ຊ່ວຍ​ພະນັກງານ​ຂອງ​ຝ່າຍ​ລາວ ບໍລິຫານ​ຫໍ​ຮັບແຂກ​ປະມຸກ​ລັດ​ໃຫ້​ດີ ເພື່ອ​ເສີມ​ຂະຫຍາຍ​ຄຸນ​ປະໂຫຍດ​ຂອງ​ອາຄານ​ດັ່ງກ່າວ ໃຫ້​ກາຍເປັນ​ສະຖານທີ່ໆ​ສຳຄັນ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕ້ອນຮັບ​ແຂກ​ຕ່າງປະເທດ​ຢ່າງ​ສົມ​ກຽດ.

ທີ່ມາ http://www.vientianemai.net/teen/khao/1/11657