spot_img
Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນເຂົ້າຢ້ຽມຄຳນັບ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນເຂົ້າຢ້ຽມຄຳນັບ

Published on

tue29apr6

 

ໃນຕອນບ່າຍຂອງວັນທີ 28 ເມສາ 2014 ນີ້, ຢູ່ທີ່ຫ້ອງ ຮັບແຂກຂອງຫ້ອງວ່າການ ລັດຖະບານທ່ານ ທອງສິງ ທຳ ມະວົງ,     ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ໂທຊິມິສຸ, ລັດຖະມົນຕີ ວ່າການກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍ ຄະນະໃນໂອກາດທີ່ຄະນະຜູ້ ແທນດັ່ງກ່າວເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດເຮົາ.
ໃນໂອກາດດັ່ງກ່າວນີ້ທ່ານ ນາຍົກລັດຖະມົນຕີເຮົາໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ດັ່ງກ່າວທີ່ເດີນທາງມາເຮັດ ວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນ ການປະກອບສ່ວນເຂົ້າໃນ ການເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ເຄີຍມີມູນເຊື້ອມາແຕ່ ດົນນານແລ້ວນັ້ນໃຫ້ນັບມື້ ແຕກດອກອອກຜົນ ແລະ ຂຽວສົດງົດງາມຍິ່ງໆຂຶ້ນ ໂດຍ ສະເພາະແມ່ນໃນຂົງເຂດ ເສດຖະກິດການຄ້າການລົງ ທຶນຂອງທັງສອງປະເທດ ເພາະປະເທດຍີ່ປຸ່ນແມ່ນປະ ເທດຫນຶ່ງທີ່ມາລົງທຶນ ແລະ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມາໂດຍຕະຫຼອດ.
ໂອກາດດຽວກັນທ່ານລັດຖະ ມົນຕີວ່າການກະຊວງເສດຖະ ກິດ-ການຄ້າ ແລະ ອຸດສາຫະ ກຳ ແຫ່ງປະເທດຍີ່ປຸ່ນ ໄດ້ສະ ແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນສະ ຫນິດສະຫນົມເຕັມໄປດ້ວຍ ໄມຕີຈິດມິດຕະພາບຂອງ ທ່ານນາຍົກລັດຖະມົນຕີເຮົາ ພ້ອມທັງໄດ້ສະເຫນີຈຸດປະ ສົງ ແລະ ຜົນຂອງການຮ່ວມ ພົບປະແລກປ່ຽນບົດຮຽນ ດ້ານການຄ້າ-ການລົງທຶນ ຮ່ວມກັບພາກສ່ວນເສດຖະ ກິດຂອງ ສປປ ລາວ ໃຫ້ທ່ານ ນາຍົກລັດຖະມົນຕີເຮົາໄດ້ ຊາບ ເຊິ່ງທັງສອງປະເທດຈະ ສືບຕໍ່ຮ່ວມມືໃນຂົງເຂດເສດ ຖະກິດ-ການຄ້າການລົງທຶນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ, ປະ ເທດຍີ່ປຸ່ນເປັນປະເທດອັນດັບ ຫນຶ່ງໃນການຊ່ວຍເຫຼືອ ສປປ ລາວ ແລະ ອັນດັບ 6 ຂອງ ການລົງທຶນຕ່າງປະເທດຢູ່ ສປປ ລາວ.
ຂ່າວໄດ້ແຈ້ງໃຫ້ຮູ້ຕື່ມອີກ ວ່າ: ໃນຕອນເຊົ້າຂອງວັນ ດຽວກັນນັ້ນຄະນະຜູ້ແທນດັ່ງ ກ່າວຍັງໄດ້ເຂົ້າຢ້ຽມຄຳນັບ ແລະ ຮ່ວມພົບປະແລກປ່ຽນ ບົດຮຽນດ້ານຂົງເຂດເສດຖະ ກິດໂດຍສະເພາະແມ່ນດ້ານ ການຄ້າ, ການລົງທຶນຮ່ວມກັບ ທ່ານນາງ ເຂັມມະນີ ພົນເສ ນາ, ລັດຖະມົນຕີວ່າການກະ ຊວງອຸດສາຫະກຳ-ການຄ້າ, ທ່ານ ສົມດີ ດວງດີ, ລັດຖະ ມົນຕີວ່າການກະຊວງແຜນ ການ ແລະ ການລົງທຶນ ແລະ ທ່ານ ສຸລິວົງ ດາລາວົງ, ລັດ ຖະມົນຕີວ່າການກະຊວງພະ ລັງງານ ແລະ ບໍ່ແຮ່ ຢູ່ທີ່ໂຮງ ແຮມລາວພາຊ່າ, ນະຄອນ ຫຼວງວຽງຈັນ ຕາມລຳດັບ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...