Homeວັນນະກຳເລື່ອງເລົ່າຕ້ອງເກັບອີກເທົ່າໃດຈຶ່ງຈະພໍຊື້ໄອໂຟນໃຫ້ລູກ

ຕ້ອງເກັບອີກເທົ່າໃດຈຶ່ງຈະພໍຊື້ໄອໂຟນໃຫ້ລູກ

Published on

ຕ້ອງເກັບອີກເທົ່າໃດຈຶ່ງຈະພໍຊື້ໄອໂຟນໃຫ້ລູກ

ຜູ້ຂຽນໄດ້ມີໂອກາດສຳພາດພໍ່ລຸງທີ່ຢູ່ໃນຮູບດັ່ງກ່າວ ເພາະໄດ້ພົບກັນຢູ່ສາມແຍກປາກປາສັກ.

ຂ້ອຍ: ພໍ່ລຸງເຈົ້າບໍ່ເມື່ອຍຫວາເລາະເກັບກະຕຸກໝົດມື້ນະ?

ພໍ່ລຸງ: ມັນກໍເມື່ອຍນີ້ລະ ແຕ່ມັນຈໍາເປັນເດ້ ເຮັດແນວໃດໄດ້ ຖ້າບໍ່ເຮັດກໍບໍ່ມີເງິນໃຫ້ລູກໄປໂຮງຮຽນ, ບໍ່ມີເງິນຊື້ເຂົ້າໃຫ້ລູກກິນ ແລະ ລວມທັງຕົນເອງກໍເຊັ່ນດຽວກັນບາງມື້ ໝົດມື້ກໍໄດ້ກິນແຕ່ເຂົ້າຄາບດຽວໃນຕອນແລງ.

ຂ້ອຍ: ເປັນຫຍັງ ລຸງຄືບໍ່ໃຫ້ລູກມາຊ່ວຍ ໃນຍາມພັກຮຽນເຂົາກໍມາຊ່ວຍເຈົ້າຢູ່ຫວາ?

ພໍ່ລຸງ: ບໍ່ດອກ ລຸງບໍ່ໃຫ້ມາຢ້ານລູກບໍ່ສະບາຍ ໃຫ້ພາກັນຢູ່ເຮືອນ ແລະ ກໍຫາຫຍັງໃຫ້ເຂົາເຈົ້າກິນ. ພໍຮອດຕອນແລງລຸງກັບເມືອລຸງກໍແວ່ຊື້ເຂົ້າກັບພ້ອມ.

ຂ້ອຍ: ລຸງອອກມາເກັບກະຕຸກແບບນີ້ທຸກມື້ຫວາ? ອອກມາແຕ່ຈັກໂມງ? ແລ້ວຈັກໂມງລຸງກັບ?

ພໍ່ລຸງ: ແມ່ນແລ້ວຕ້ອງອອກມາທຸກມື້ ຖ້າມື້ໃດທີ່ບໍ່ສະບາຍ ຫຼື ບໍ່ໄຫວແທ້ໆກໍຕ້ອງໄດ້ມາ ເພາະຖ້າບໍ່ມາກໍບໍ່ມີແນວໃຫ້ລູກກິນ. ອອກມາແຕ່ບ້ານກໍຕັ້ງແຕ່ 6ໂມງເຊົ້າຫາ 8 ໂມງແລງລຸງກໍກັບ. ບາງມື້ຖືກຄົນໃຈດີເຂົາກໍເອົາເຂົ້າເອົານຳໃຫ້ກິນກໍພໍມີແຮງໄປຕໍ່ແດ່ ແຕ່ຖ້າມື້ໃດບໍ່ໄດ້ກິນກໍເຈັບກະເພາະແລ້ວກໍຕ້ອງໄດ້ຊອກຫານ້ຳກິນບັນເທົາໄປກ່ອນ.

ຂ້ອຍ: ລູກລຸງກໍຮູ້ຫວາວ່າລຸງມາເກັບກະຕຸກຂາຍແນວນີ້. ລູກເຮັດແບບນີ້ລຸງບໍ່ຢ້ານລູກອາຍຫວາ?

ພໍ່ລຸງ: ບໍ່ຮູ້ດອກ ຖ້າເຂົາຮູ້ເຂົາຄົງຈະອາຍທີ່ມີພໍ່ທຸກຍາກແບບນີ້. ເຖິງພໍ່ຈະເມື່ອຍພຽງໃດພໍ່ກໍຕ້ອງຫາໃນສິ່ງທີ່ລູກຕ້ອງການໃຫ້ໄດ້ ນີ້ຄືຄວາມຫວັງດຽວທີ່ພໍ່ຢາກເຮັດລູກ.

ຂ້ອຍ: ແລ້ວລູກລຸງຢາກໄດ້ຫຍັງ? ລູກຄືຕັ້ງໜ້າຕັ້ງຕາຫາໃຫ້ແທ້…

ພໍ່ລຸງ: ລູກລຸງຢາກໄດ້ໂທລະສັບໄອໂຟນ ເຫັນລາວບອກວ່າໄປໂຮງຮຽນໃຜໆກໍມີໝົດ ລູກກໍຢາກໄດ້ ຖ້າບໍ່ໄດ້ຈະບໍ່ໄປໂຮງຮຽນ. ລຸງກໍເລີຍຈໍາເປັນຊອກຫາທຸກວິທີທາງເພື່ອຊື້ໃຫ້ລູກໃຫ້ໄດ້ ເຖິງວ່າມັນຈະຍາກແຕ່ລຸງກໍຈະເຮັດ.

ຂ້ອຍ: ລຸງຕ້ອງເຮັດເຖິງປານນີ້ພີ້ຫວາ? ກໍວ່າລະເນາະເດັກນ້ອຍຊໍ່ານັ້ນກໍຍັງບໍ່ທັນຮູ້ຄິດ ຮູ້ແຕ່ວ່າຢາກໄດ້ແຕ່ຢາກດຽວ ໂດຍທີ່ບໍ່ຄໍານຶງເຖິງຫົວອົກຂອງຄົນຊອກຫາ ກວ່າຈະໄດ້ມັນມາບໍ່ແມ່ນຂອງງ່າຍ. ສຳລັບຄົນຮັ່ງມີມັນກໍຄົງບໍ່ແມ່ນເລື່ອງຍາກທີ່ຈະຊື້ ແຕ່ສໍາລັບຄົນທີ່ຫາເຊົ້າກິນຄໍ່າແບບນີ້ຄົງຈະຍາກສົມຄວນ.

ສິ່ງທີ່ຢາກອະທິບາຍໃຫ້ຮູ້ໃນເລື່ອງນີ້ກໍຄື ເພື່ອຄົນທີ່ຮັກ ທີ່ເອີ້ນວ່າ: ແກ້ວຕາດວງໃຈ ພໍ່ແມ່ພ້ອມທີ່ຈະມອບໃຫ້ ແມ່ນແຕ່ຊີວິດກໍຍອມຕາຍແທນໄດ້. ໂດຍທີ່ເຮົາບໍ່ເຄີຍຮູ້ເລີຍວ່າ ກ່ອນທີ່ເພິ່ນຈະໄດ້ເຄື່ອງຂອງມີຄ່າມາໃຫ້ເຮົານັ້ນ ເພິ່ນອົດທຸກອົດທຸກອົດຍາກຊໍ່າໃດ ເພື່ອຢາກໃຫ້ໃນສິ່ງທີ່ເຮົາຕ້ອງການ ແລ້ວເຮົາເດ້ ເຄີຍເຮັດຫຍັງແດ່ ໃຫ້ພໍ່ແມ່ພູມໃຈ. ເຄີຍແຕ່ຂໍນຳເພິ່ນ ເຮົາເຄີຍມອບຫຍັງໃຫ້ເພິ່ນແລ້ວບໍ? ຂຶ້ນຊື່ວ່າເປັນພໍ່ແມ່ແລ້ວເພິ່ນບໍ່ໄດ້ຕ້ອງການຫຍັງຕອບແທນຈາກລູກນອກຈາກໃຫ້ລູກເປັນຄົນດີຂອງສັງຄົມ…..

ບົດຄວາມໂດຍ: ແດນກຸຫຼາບ ຖິ່ນນໍ້າສອງສີ.

ຂໍ້ມູນຈາກ http://kidork.com/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...