spot_img
Home​ຂ່າວທ່ອງທ່ຽວທ່ຽວທໍາມະຊາດ ຢ່າລືມໄປຖໍ້າລອດເຊບັ້ງໄຟ

ທ່ຽວທໍາມະຊາດ ຢ່າລືມໄປຖໍ້າລອດເຊບັ້ງໄຟ

Published on

ທ່ຽວທໍາມະຊາດ ຢ່າລືມໄປຖໍ້າລອດເຊບັ້ງໄຟ

 ມື້ນີ້ຄໍລໍາທ່ອງທ່ຽວຂໍສະເໜີບ່ອນທ່ຽວທີ່ຕິດອັນດັບໜຶ່ງຂອງບ້ານໜອງປິງ ເມືອງບົວລະພາ ແຂວງຄຳມ່ວນ ພາກກາງຂອງປະ ເທດລາວເຮົານີ້ເອງ

ຊຶ່ງເປັນສະຖານທີ່ທີ່ມີຊື່ສຽງໄປທົ່ວໂລກແລ້ວ ໃນຂະນະນີ້ນັ້ນກໍຄື “ຖໍ້າລອດເຊບັ້ງໄຟ“ ຫຼື ເອີ້ນອີກຊື່ໜຶ່ງວ່າ: ຖໍ້າລອດກອງລໍ.

ປະຈຸບັນແມ່ນມີນັກທ່ອງທ່ຽວ ຈຳນວນຫຼວງຫຼາຍໃນແຕ່ລະປີທີ່ໄດ້ ໄປສຳພັດກັບຄວາມງົດງາມອັນເກີດມາຈາກທຳມະຊາດແຕ່ສະໄໝດຶກດຳບັນ ຊຶ່ງບໍ່ວ່າຈະເປັນຄົນລາວ ແລະຊາວຕ່າງປະເທດທີ່ໄດ້ໄປສຳພັດກັບຄວາມງາມແຫ່ງນີ້ຕ່າງກໍເວົ້າເປັນສຽງດຽວກັນວ່າ: ເປັນຖໍ້າທີ່ງາມຫຼາຍທີ່ສຸດແຫ່ງໜຶ່ງຂອງລາວກໍວ່າໄດ້ຍ້ອນຄວາມມະຫັດສະຈັນ, ຄວາມສວຍສົດງົດງາມ ແລະຄວາມອາລັງການພາຍໃນ ນອກຈາກນັ້ນສະຖານທີ່ແຫ່ງນີ້ຍັງປະກອບມີບາງກິດຈະກຳເຊັ່ນວ່າ: ມີ ເຮືອໃຫ້ເຊົ່າຂີ່ເພື່ອທ່ຽວຊົມທັດສະນີຍະພາບຢູ່ພາຍໃນຖ້ຳ ແລະການປີນຜານຳອີກ ຈິ່ງເຮັດໃຫ້ຖໍ້າແຫ່ງນີ້ ເປັນທີ່ຍອມຮັບ, ການທີ່ປະເທດລາວ ຍັງເຕັມໄປດ້ວຍພູຜາປ່າໄມ້ທີ່ອຸດົມ ສົມບູນ ແລະຍັງມີອີກຫຼາຍໆ ສິ່ງຫຼາຍໆຢ່າງທີ່ຍັງບໍ່ຖືກຄົ້ນ ພົບພ້ອມທັງຖະໜົນຫົນທາງທີ່ອຳນວຍຄວາມສະດວກ ແລະເຊື່ອວ່າຍັງອີກຫຼາຍບ່ອນທີ່ຍັງບໍ່ເຄີຍເຫັນ ແລະຍັງບໍ່ຖືກຄົ້ນພົບຖໍ້ານີ້ຕ້ອງເຂົ້າໄປໃນປ່າຈິ່ງຈະສາມາດເຂົ້າໄປທ່ຽວໄດ້.

ດັ່ງນັ້ນຖ້າທ່ານໃດຫາກຍັງທ່ອງທ່ຽວບໍ່ທົ່ວລາວຜູ້ຂຽນຂໍ ແນະນຳວ່າ: ຢ່າໄດ້ຟ້າວໄປທ່ຽວຕ່າງປະເທດເທື່ອລາວທ່ຽວລາວກໍເປັນການສົ່ງເສີມການທ່ອງທ່ຽວ ແລະທັງເປັນການຊຸກຍູ້ເສດຖະກິດພາຍໃນປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວໄປໃນອະນາຄົດຂ້າງໜ້າ ອີກດ້ວຍ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...