spot_img
Homeຂ່າວຕ່າງປະເທດເກີດພາຍຸຟ້າຮ້ອງ ແລະທໍນາໂດພັດເຂົ້າລັດເວີຈີເນຍຂອງອາເມລິກາ ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ

ເກີດພາຍຸຟ້າຮ້ອງ ແລະທໍນາໂດພັດເຂົ້າລັດເວີຈີເນຍຂອງອາເມລິກາ ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ

Published on

ທາງການລັດເວີຈີເນຍ ພາກໃຕ້ຂອງອາເມລິກາລາຍງານວ່າ ເກີດພາຍຸຟ້າຮ້ອງ ແລະ ທໍນາໂດຖະຫຼົ່ມພື້ນທີ່ຕາເວັນອອກສຽງໃຕ້ ແລະ ທາງຝັ່ງຕາເວັນອອກຂອງປະເທດ ເມື່ອວັນພຸດ (24 ກຸມພາ) ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນໃນລັດເວີຈີເນຍ.

ເຫດການພາຍຸຖະຫຼົ່ມຫຼ້າສຸດນີ້ເກີດຂຶ້ນຫຼັງຈາກມີທໍນາໂດ ຖະຫຼົ່ມລັດມິສຊິສຊິບປີແລະລຸຍເຊຍນາ ທາງພາກໃຕ້ຂອງສະຫະລັດເມື່ອວັນອັງຄານ (23 ກຸມພາ) ຈົນມີຜູ້ເສຍຊີວິດ 3 ຄົນແລະທຳລາຍບ້ານເຮືອນປະຊາຊົນຈຳນວນຫຼາຍ ຂະນະທີ່ຜູ້ວ່າການຂອງທັງສອງລັດຕ້ອງປະກາດສະຖານະການສຸກເສີນ ເພື່ອຮັບມືໄພພິບັດດັ່ງກ່າວ.
ຂະນະທີ່ຕຳຫຼວດລັດເວີຈີເນຍເຜີຍວ່າ ເຫຍື່ອພາຍຸທັງ 3 ຄົນ ຊຶ່ງເປັນຊາຍສອງຄົນ ອາຍຸ 50 ປີ ແລະ 26 ປີ ແລະເດັກຊາຍ 2 ປີໜຶ່ງຄົນ ເສຍຊີວິດເນື່ອງຈາກລົດບ້ານຂອງພວກເຂົາຖືກດູດເຂົ້າໄປໃນພາຍຸ ເຮັດໃຫ້ຮ່າງຂອງພວກເຂົ້າເດັນໄປໄກຈາກຈຸດທີ່ພົບປະມານ 300 ແມັດ.

ທາງສຳນັກງານບໍລິການອາກາດແຫ່ງຊາດເຕືອນວ່າ ອາດເກີດທໍນາໂດຕັ້ງແຕ່ໃນເມືອງຣາລີ ລັດນ໋ອດແຄໂຣໄລນາ ຂຶ້ນເໜືອໄປເຖິງຫຼາຍພື້ນທີ່ໃນລັດເວີຈີເນຍ ລັດແມຣີແລນ ລັດເພນຊິລເວເນຍ ແລະ ນະຄອນຫຼວງວໍຊິງຕັນ ດີຊີ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...