spot_img
Homeຂ່າວຕ່າງປະເທດລະບຽບໃໝ່! ອົງການການບິນພົນລະເຮືອນສາກົນ ຫ້າມເອົາແບັດເຕີຣີມືຖື-ແລັບທັອບ ຂຶ້ນເຮືອບິນ!

ລະບຽບໃໝ່! ອົງການການບິນພົນລະເຮືອນສາກົນ ຫ້າມເອົາແບັດເຕີຣີມືຖື-ແລັບທັອບ ຂຶ້ນເຮືອບິນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກຸມພານີ້ວ່າ ອົງການການບິນພົນລະເຮືອນລະຫວ່າງປະເທດ ຫລື ICAO ໄດ້ປະກາດຫ້າມນຳແບັດເຕີຣີລິທຽມ-ໄອອອນ ຂຶ້ນເຮືອບິນຂົນສົ່ງໂດຍສານ ເນື່ອງຈາກຢ້ານວ່າ ການນຳອຸປະອນດັ່ງກ່າວຂຶ້ນເຮືອບິນ ຈະເປັນການສ່ຽງຕໍ່ການເກີດປະກາຍໄຟ ຊຶ່ງເປັນຕົ້ນເຫດເຮັດໃຫ້ໄຟໄໝ້ ໂດຍຄຳປະກາດຫ້າມດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ ໃນວັນທີ 1 ເມສາ 2016 ເປັນຕົ້ນໄປ.

ພາບປະກອບ
ພາບປະກອບ

ທັງນີ້ ແບັດເຕີຣີລິທຽມ-ໄອອອນ ແມ່ນແບັດເຕີຣີທີ່ໃຊ້ສຳລັບໂທລະສັບ ແລະ ແລັບທັອບຕ່າງໆ ທີ່ສາມາດສາກໄດ້, ພາຍຫລັງການປະກາດດັ່ງກ່າວນີ້ມີຜົນບັງຄັບໃຊ້ ກໍຈະເຮັດໃຫ້ບັນດາປະເທດທີ່ເປັນສະມາຊິກ ອົງການ ICAO ຊຶ່ງປະກອບມີ 36 ປະເທດໃນທົ່ວໂລກ ຈະຫ້າມບໍ່ໃຫ້ນຳອຸປະກອນດັ່ງກ່າວນີ້ ຂຶ້ນເທິງເຮືອບິນເດັດຂາດ ຈົນກວ່າຈະມີການອອກແບບ ແລະ ຜະລິດບ່ອນເກັບມ້ຽນ ສຳລັບແບັດເຕີຣີລິທຽມ-ໄອອອນ ທີ່ປອດໄພ ສຳລັບການຂົນສົ່ງທາງເຮືອບິນ ອອກມານຳໃຊ້ໄດ້.

ພາບປະກອບ
ພາບປະກອບ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...