Homeຂ່າວການສຶກສາກາຣາເຕໂດ ກຽມຄັດເລືອກນັກກີລາເຂົ້າຮ່ວມລະດັບສາກົນ

ກາຣາເຕໂດ ກຽມຄັດເລືອກນັກກີລາເຂົ້າຮ່ວມລະດັບສາກົນ

Published on

IMG_7108

ສະຫະພັນ​ກາຣາ​ເຕ​ໂດ​ແຫ່ງ​ຊາດ​ລາວ ກຽມ​ຄັ​ດ​ເລືອກ​ເອົາ​ນັກກີລາ​ທີ່​ມີ​ຄວາມ​ສາ​ມາດ ​ເປັນ​ຕົວ​ແທນ​ທີ​ມ​ຊາດ ​ເຂົ້າ​ຮ່ວມ 3 ລາຍການ​ໃຫຍ່​ລະດັບ​ສາກົນ ກໍ​ຄື: ກາຣາ​ເຕຊີງ​ແຊັມ​ໂລກ ທີ່​ປະ​ເທດ​ເຢຍລະ​ມັນ ​ໃນ​ເດືອນ​ກັນຍາ 2014 ງານ​ມະຫາ​ກໍາ​ກີລາ​ເອຊຽນ​ເກ​ມ ຄັ້ງ​ທີ 17 ທີ່ ສ ​ເກົາຫຼີ ​ໃນ​ເດືອນ​ຕຸລາ 2014 ​ແລະ ງານ​ມະຫາ​ກໍາ​ກີລາ​ມະຫາວິທະຍາ​ໄລ​ອາ​ຊຽນ ຄັ້ງ​ທີ 17 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ເດືອນທັນວາ ທ້າຍ​ປີ​ນີ້.  ​

ທ່ານ ພູທອນ ​ໄຊ​ຍະ​ແສງ ຮອງ​ເລຂາທິການສະຫະພັນ​ກາຣາ​ເຕ​ໂດ​ແຫ່ງ​ຊາດ​ລາວ ​ແຈ້ງ​ໃຫ້​ຮູ້​ວ່າ: ພາຍຫຼັງ​ທີ່​ສໍາ​ເລັດ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກາຣາ​ເຕ​ໂດ ຊີງ​ແຊັມ​ອາ​ຊຽນ ຄັ້ງ​ທີ 3 ທີ່​ແຂວງ​ກັນ​ເທີ ສສ ຫວຽດນາມ ລະຫວ່າງ​ວັນ​ທີ 16-18 ​ເມສາ 2014 ຜ່ານ​ມາ ຊຶ່ງ​ນັກກີລາ​ລາວສາມາດ​ຍາດ​ມາ​ໄດ້ 1 ຫຼຽນ​ເງີ​ນ ​ແລະ 3 ຫຼຽນ​ທອງ ຈາກ​ການ​ສົ່ງ​ນັກກີລາ​ເຂົ້າ​ຮ່ວມ 6 ຄົນ ຍິງ 1 ຄົນ ​ແນວ​ໃດ​ກໍ​ຕາມ ປັດຈຸບັນ​ສະຫະພັນ​ພວກ​ເຮົາ ​ກໍ​ມີ​ແຜນ​ຈະ​ສືບ​ຕໍ່​ຄັດ​ເລືອກນັກກີລາ​ທີ​ມຊາດ ​ໃນ​ເດືອນ​ພຶດສະພາ​ທີ່​ຈະ​ເຖິງ​ນີ້ ​ເພື່ອ​ກຽມ​ເຂົ້າ​ຮ່ວມ​ແຂ່ງຂັນ 3 ລາຍການ​ດັ່ງກ່າວ.

ສໍາລັບ​ນັກກີລາ​ກາຣາ​ເຕ​ໂດ ​ໃນ ສປປ ລາວ ປັດຈຸບັນ​ມີ​ປະມານ 400 ກ່ວາຄົນ ​ໃນ​ນັ້ນ 90 ​ເປີ​ເຊັນ ​ແມ່ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ສະ​ເພາະ 5 ສະ​ໂມ​ສອນ​ໃຫຍ່ ​ເຊັ່ນ: ສະ​ໂມ​ສອນ​ສີ​ໂຄດ ສະ​ໂມ​ສອນ​ວຽງ​ຈັນ ສະ​ໂມ​ສອນ​ໂຊ​ໂຕ​ກັງ​ລາວ ສະ​ໂມ​ສອນ​ໂຊ​ໂຕ​ລິວ​ລາວ ​ແລະ ສະ​ໂມ​ສອນ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ.

ທີ່ມາ http://www.vientianemai.net/teen/khao/3/11646

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...