spot_img
Homeເກັບຕົກ-ເລື່ອງແປກແພດຮືຮາ ເດັກນ້ອຍອິນເດຍເກີດມາພ້ອມພາວະແປກ ເປັນເດັກຫຼາຍຂາ ມີຂາທີ 3

ແພດຮືຮາ ເດັກນ້ອຍອິນເດຍເກີດມາພ້ອມພາວະແປກ ເປັນເດັກຫຼາຍຂາ ມີຂາທີ 3

Published on

ແພດຮືຮາ ເດັກນ້ອຍອິນເດຍເກີດມາພ້ອມພາວະແປກ ເປັນເດັກຫຼາຍຂາ ມີຂາທີ 3 ງອກຂຶ້ນມາທາງຫຼັງ ເຜີຍເປັນເຊວທີ່ໃຫຍ່ມາຈາກໄຂສັນຫຼັງ ຫາພົບໄດ້ໜ້ອຍທີ່ສຸດ.

ວັນທີ 17 ກຸມພາ 2559 ທີ່ຜ່ານມານີ້ ເວັບໄຊເດລີນີວ ເຜີຍລາຍງານວ່າ ມີເດັກນ້ອຍຊື່ ວາຣ໌ຊາ ເຊນາ ເດັກເພດຍິງຊາວອິນເດຍ ເກີດມາພ້ອມກັບອະໄວຍະວະທີ່ເປັນສ່ວນເກີນ ຕ່າງຈາກມະນຸດທົ່ວໆໄປ ນັ້ນຄືມີຂາທີ 3 ຂະໜາດນ້ອຍ ງອກຂຶ້ນມາທີ່ບໍລິເວນກາງຫຼັງດ້ານຊ້າຍ ຍື່ນອອກມາດ້ານນອກລຳຕົວ ເຊິ່ງທີມແພດຈາກໂຮງໝໍ Govind Ballabh Pant ໃນເມືອງ ເດລີ ເຜີຍວ່າ ຄວາມຜິດປົກກະຕິທີ່ພົບໃນກໍລະນີຂອງເດັກນ້ອຍຄົນນີ້ ເອີ້ນວ່າ ເດັກຫລາຍຂາ (polymelia) ຫຼື ພາວະທີ່ເດັກນ້ອຍເກີດມາຫຼາຍກ່ວາ 2 ຂາ ຫຼື 2 ແຂນ ເຊິ່ງເປັນທີ່ໜ້າແປກໃຈຫຼາຍ ເນື່ອງຈາກພວກເຂົາບໍ່ໄດ້ພົບເຫັນລັກສະນະດຽວກັນນີ້ກ່ວາ 55 ປີແລ້ວ.

ຢ່າງໃດຕາມ ນັບວ່າເປັນຄວາມໂຊກດີຂອງເດັກນ້ອຍວາຣ໌ຊາຢ່າງຍິ່ງ ທີ່ເມື່ອປາຍເດືອນທີ່ຜ່ານມາທີມແພດຜູ້ຊ່ຽວຊານດ້າຍສັນຍະກຳໄດ້ປະສົບຄວາມສຳເລັດໃນການຜ່າຕັດ ນຳຂາທີ 3 ສ່ວນເກີນອອກໄປໄດ້ຮຽບຮ້ອຍ ປັດຈຸບັນ ເດັກນ້ອຍວາຣ໌ຊາອາຍຸໄດ້ 2 ປີແລ້ວ ແລະ ສາມາດໃຊ້ຊີວິດໄດ້ເໝືອນຄົນປົກກະຕິເຊັ່ນດຽວກັບເດັກຄົນອື່ນໆ.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...