spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດ ຕໍ້ຫີນ ທີ່ເກີດຈາກ ການໃຊ້ຄອມພິວເຕີ

ພະຍາດ ຕໍ້ຫີນ ທີ່ເກີດຈາກ ການໃຊ້ຄອມພິວເຕີ

Published on

ພະຍາດຕໍ້ຫີນ ຊະນິດຊໍາເຮື້ອ ເກີດຈາກຄວາມບໍ່ສົມດຸນລະຫວ່າງການໃຊ້ສາຍຕາແລະ ປະລິມານເລືອດແດງທີ່ເຂົ້າມາລ້ຽງ ແຊນປະສາດຕາພາຍໃນແກ່ນຕາເມື່ອແຊນປະສາດຕາໄດ້ຮັບເລືອດມາຫລໍ່ລ້ຽງບໍ່ພຽງພໍ ຈະຄ່ອຍໆເຍົາ ແລະ ຕາຍໄປເລື້ອຍໆ ຄວາມດັນໃນໜ່ວຍຕາທີ່ສູງກວ່າປົກກະຕິ ເປັນພຽງສາເຫດສໍາຮອງທີ່ຕ້ານລະບົບໄຫລວຽນຂອງເລືອດ ເຮັດໃຫ້ພາວະການຂາດເລືອດຍິ່ງທະວີຄູນຂຶ້ນ.

ໃນອະນາຄົດ ຈະມີຜູ້ເປັນຕໍ້ຫີນຫລາຍຂຶ້ນ ຍ້ອນການຂະຫຍາຍໂຕທາງເສດຖະກິດ ແລະ ສະພາບເສດຖະກິດທີ່ບີບຮັດໂຕ ຜູ້ຄົນຈະເຮັດວຽກໜັກຫລາຍຂຶ້ນ ໂດຍສະເພາະການໃຊ້ສາຍຕາ ບວກກັບຄວາມກ້າວໜ້າທາງດ້ານ
ໄອທີ ເຮັດໃຫ້ມີການໃຊ້ຄອມພິວເຕີຫລາຍຂຶ້ນ ແລະ ຈະພົບຜູ້ປ່ວຍເປັນ ຕໍ້ຫີນອາຍຸຕໍ່າລົງເລື້ອຍໆ (ຍ້ອນການເຮັດວຽກຢູ່ໜ້າຄອມພິວເຕີໝົດມື້ ການຫລິ້ນເກມການໃຊ້ອິນເຕີເນັດ) ຄົນກຸ່ມນີ້ຈະເປັນ ຕໍ້ຫີນ ໂດຍບໍ່ມີຄ່າຄວາມດັນໃນໜ່ວຍຕາສູງເຮັດໃຫ້ວິນິດໄສໄດ້ຍາກ ເໝືອນໃນປະເທດຍີ່ປຸ່ນ ຊຶ່ງຂະນະນີ້ ມີຜູ້ເປັນຕໍ້ຫີນຊະນິດທີ່ມີຄວາມດັນໃນໜ່ວຍຕາປົກກະຕິຫລາຍທີ່ສຸດປະເທດໜຶ່ງ.

ອາການຂອງ ຕໍ້ຫີນ ມີຄວາມສໍາຄັນ ຊຶ່ງຊ່ວຍໃຫ້ຜູ້ເປັນພະຍາດນີ້ຮູ້ສຶກໂຕວ່າຜິດປົກກະຕິ ແລະ ພາໃຫ້ຜູ້ເປັນພະຍາດຕ້ອງໄດ້ໄປພົບຈັກສຸແພດເພື່ອວິນິດໄສພະຍາດໄດ້ທັນການ, ອາການຂອງພະຍາດ ຕໍ້ຫີນ ມີຫຍັງແດ່?

. ມົວຕາ ເຫັນພາບບໍ່ແຈ້ງ ເປັນພາບຊ້ອນ ຫຼື ມືດບອດໄປຊົ່ວຂະນະ.
. ເຫັນຈຸດແສງດໍາຂາວເຕັມໄປໝົດ ຫຼື ເຫັນເປັນແສງຍິບຍັບເມື່ອເບິ່ງໄປກາງແດດ.
. ເຈັບໃນເບົ້າຕາເລິກໆ ແລະ ເຈັບຫົວຂ້າງດຽວຄ້ານຄືເປັນໄມເຄຣນ ຫຼື ເຈັບດັ້ນໄປທີ່ສະໝອງ.
. ຕາຈະມົວ ເມື່ອເບິ່ງວັດຖຸໃນບ່ອນແສງຈ້າ ຫຼື ເທິງພື້ນບ່ອນທີ່ເປັນເງົາເຫລື້ອມ.
. ອ່ານໜັງສືບໍ່ໄດ້ດົນ ເຮັດວຽກໜ້າຈໍຄອມພິວເຕີ ຫຼື ເບິ່ງໂທລະພາບບໍ່ໄດ້ດົນ.
. ເຫັນແສງໄຟເປັນແສງເຈີດຈ້າ ເຫລື້ອມຕາ ເຫັນເປັນເຝື້ອໝອກ ຫຼື ເປັນວົງແສງສີເໝືອນຮຸ້ງກິນນໍ້າຢູ່ອ້ອມຮອບແສງໄຟ.
. ເຫັນແສງວັບແວັບເໝືອນຟ້າເຫລື້ອມ ຫຼື ເຫັນລໍາແສງແລ່ນຜ່ານຕາ ຫຼື ເຫັນເປັນເສັ້ນຍິກແຍັກຢູ່ຫາງຕາ.
. ມີຄວາມລໍາບາກໃນການສັງເກດພື້ນທີ່ຕ່າງລະດັບກັນໃນເວລາຍ່າງ ຫຼື ເວລາຂຶ້ນ-ລົງ ຄັນໄດ.
. ເຫັນສີຈືດຈາງລົງ ຫຼື ສີຜິດຜ້ຽນໄປ ເຫັນໂຕໜັງສືເລືອນລາງ ຫຼື ແຕກເຈື່ອນ.
໑໐. ເບິ່ງໃນບ່ອນມືດຍິ່ງເປັນຮ້າຍຂຶ້ນ ເຫັນໜ້າຄົນບໍ່ຊັດແຈ້ງ ແລະ ບໍ່ກ້າຂັບລົດໃນເວລາກາງຄືນ.
໑໑. ເວລາຝ່າຈາກບ່ອນແດດກ້າເຂົ້າໃນຮົ່ມ ຕາຈະມືດບອດຊົ່ວຂະນະ.
໑໒. ເວລາເບິ່ງຜ່ານແວ່ຍໜ້າລົດໃນທິດທາງຍ້ອນແສງແດດ ຕາຈະມົວ ແລະ ສູ້ແສງບໍ່ຄ່ອຍໄດ້.
໑໓. ເວລາກາງຄືນ ມັກຈະຍ່າງຕໍາເຄື່ອງຂອງເປັນປະຈໍາ ມັກເປີດໄຟໃຫ້ແຈ້ງໄປທົ່ວ.
໑໔. ເບິ່ງສິ່ງທີ່ເຄື່ອນເໜັງໄວໆບໍ່ທັນ ເຮັດໃຫ້ບໍ່ໝັ້ນໃຈໃນການຂັບລົດ ຫຼື ຂ້າມທາງຄົນດຽວ.
໑໕. ຕາສູ້ແສງບໍ່ໄດ້ ຕ້ອງໃສ່ແວ່ນດໍາກັນແດດເປັນປະຈໍາ.
໑໖. ເຫັນແສງມືດລົງໄປເລື້ອຍໆ ຫຼື ເຫັນເປັນເໝືອນໝອກຄວັນຢູ່ທົ່ວໆໄປ.
໑໗. ທົ່ງແສງຕາ ແຄບເຂົ້າໄປເລື້ອຍໆ ຈົນວ່າໃນໄລຍະທ້າຍໆ ຄືກັບເບິ່ງຜ່ານກະບັ້ງກົມໆ.

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...