spot_img
Homeຂ່າວການສຶກສາສະຫະລັດອາເມຣິກາ ມອບອາຄານ ໂຮງຮຽນມັດທະຍົມ ຫຼັງໃໝ່ ໃຫ້ແກ່ແຂວງຄໍາມ່ວນ

ສະຫະລັດອາເມຣິກາ ມອບອາຄານ ໂຮງຮຽນມັດທະຍົມ ຫຼັງໃໝ່ ໃຫ້ແກ່ແຂວງຄໍາມ່ວນ

Published on

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດອາເມຣິກາ ປະຈຳ ສປປ.ລາວ ທ່ານ ດານຽລ ເອ.   ຄລູນ ໄດ້ມອບອາຄານໂຮງຮຽນມັດທະຍົມຫຼັງໃໝ່ ຢູ່ແຂວງຄຳມ່ວນໃຫ້ແກ່ທ່ານຮອງເຈົ້າແຂວງຄຳມ່ວນ ທ່ານ ຄຳສີ ອຸດທິວົງ ເຊິ່ງພິທີ ມອບ-ຮັບ ແມ່ນໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2016 ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໂດຍໂຄງການຊ່ອຍເຫຼືອດັ່ງກ່າວມີມູນຄ່າ 639.070 ໂດລາສະຫະລັດ ເຊິ່ງອາຄານຮຽນຫຼັງໃໝ່ ເປັນອາຄານສອງຊັ້ນ ມີຫ້ອງຮຽນ 8 ຫ້ອງ ຫ້ອງການຄູ 2 ຫ້ອງ ແລະ ຫໍພັກ 1 ຫຼັງ ໃຫ້ແກ່ໂຮງຮຽນ ມັດທະຍົມສຶກສາສົມບູນໂພນສະອາດ ທີ່ເມືອງມະຫາໄຊ ນອກຈາກນີ້ ຍັງໄດ້ປະກອບໂຕະຕັ່ງ ກະດານຄົບຊຸດ ແລະ ມີຫ້ອງນ້ຳໃໝ່ ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວ ເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂຶ້ນ.

…….ທ່ານ ເອກອັກຄະລັດຖະທູດ ແດນຽລ ເອ. ຄລູນ ໄດ້ກ່າວວ່າ ການສຶກສາແມ່ນມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ ເຊິ່ງພວກເຮົາມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບລັດຖະບານ ສປປ.ລາວ ໃຫ້ການຊ່ອຍເຫຼືອນັກຮຽນໃນທົ່ວປະເທດ ໂດຍການສະໜອງອາຄານຮຽນທີ່ມີຄຸນະພາບດີ ໃນວາລະພິທີທ່ານ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນສະຫະລັດອາເມຣິກາ ມອບໂຮງຮຽນ ແລະ ຫໍພັກ ດັ່ງກ່າວນີ້ ໃຫ້ແກ່ປະຊາຊົນແຂວງຄຳມ່ວນ ເພື່ອເປັນສັນຍາລັກຂອງຄວາມສຳພັນທີ່ພວມເຕີບໃຫຽ່ຂະຫຽາຍໂຕ ລະຫວ່າງສອງປະເທດ ໃນໄລຍະທີ່ຜ່ານມາ ລັດຖະບານສະຫະລັດອາເມຣິກາ ກໍໄດ້ສະໜອງໂຄງການຊ່ອຍເຫຼືອດ້ານມະນຸດສະທຳຢູ່ໃນເຂດຊົນນະບົດຂອງປະເທດລາວ ມາຮອດປັດຈຸບັນ ເປັນເວລາຫຼາຍກວ່າ 18 ປີ ຮວມມີ ໂຮງຮຽນ ສຸກສາລາ ລະບົບຊົນລະປະທານ ລະບົບນ້ຳສະອາດ ແລະໃນວັນທີ 19 ກຸມພາ 2016 ທ່ານເອກອັກຄະລັດຖະທູດ ຍັງຈະໄດ້ເດີນທາງໄປແຂວງບໍລິຄໍາໄຊ ເພື່ອມອບໂຮງຮຽນມັດທະຍົມຕອນຕົ້ນຫຼັງໃໝ່ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊິ່ງມີມູນຄ່າຫຼາຍກວ່າ 456.635 ໂດລາສະຫະລັດ ເຊິ່ງໂຮງຮຽນດັ່ງກ່າວນີ້ ແມ່ນເປັນສ່ວນນຶ່ງໃນຫຼາຍໆໂຄງການຊ່ອຍເຫຼືອດ້ານມະນຸດສະທຳທີ່ໄດ້ສ້າງສຳເລັດແລ້ວໃນປີທີ່ຜ່ານມາ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...