spot_img
Homeລົດຍົນ-ຍານພາຫະນະໂຕ​ໂຍຕ້າ ເອີ້ນຄືນລົດ SUV ເກືອບ 3 ລ້ານຄັນ ຍ້ອນ​ບັນຫາ ​​ເຂັມຂັດນິລະ​ໄພ

ໂຕ​ໂຍຕ້າ ເອີ້ນຄືນລົດ SUV ເກືອບ 3 ລ້ານຄັນ ຍ້ອນ​ບັນຫາ ​​ເຂັມຂັດນິລະ​ໄພ

Published on

ບໍລິ​ສັດ ​ລົດໂຕ​ໂຍຕ້າ ​ທີ່​ມີ​ສຳນັກງານ​ໃຫຍ່​ທີ່​ປະ​ເທດ​ຍີ່ປຸ່ນໄດ້​ປະກາດ​ເອີ້ນຄືນລົດ SUV ຈຳນວນ 2 ລ້ານ 8 ແສນ 7 ໝື່ນຄັນ ຍ້ອນ​ການ​ປະຕິບັດ​ໜ້າ​ທີ່ໆ​ຜິດພາດ​ຂອງ​ເຂັມຂັດນິລະ​ໄພ​ບ່ອນ​ນັ່ງ​ດ້ານ​ຫຼັງ.

ການ​ເອີ້ນ​ຄື້ນທີ່​ວ່າ​ນີ້ ​ແມ່ນ​ພົວພັນ​ກັບລົດ ຊຶ່ງ​ເປັນ​ທີ່​ນິຍົມກັນສູງ​ທັງ​ສອງ​ລຸ້ນ ຄື RAV4 ​ແລະ RAV4 ທີ່ແລ່ນ​ດ້ວຍ​ໄຟຟ້າ​ ທີ່​ໄດ້​ສ້າງ​ຂຶ້ນ ​ລະຫວ່າງ​ປີ 2005 ຫາ 2014 ​ແລະ​ລົດ SUV ລຸ້ນVanguard ທີ່​ສ້າງລະຫວ່າງ​ປີ 2005 ຫາ 2016. ​ໂຄສົກ​ຂອງ​ບໍລິ​ສັດ​ ລົດຍົນຍັກ​ໃຫຍ່ຂອງ​ໂລກ ກ່າວ​ວ່າ ຕົນ​ໄດ້​ຮຽນຮູ້​ວ່າ​ເຂັມຂັດ​ນິລະ​ໄພບ່ອນ​ນັ່ງ​ດ້ານ​ຫຼັງ​ແຕກ​ອອກຈາກກັນ ຕອນ​ທີ່​ລົດ​ປະສົບ​ອຸປະຕິ​ເຫດ ສອງ​ຄັ້ງ​ໃນ​ສະຫະລັດ ​ແລະ​ກາ​ນາ​ດາ. ບໍລິ​ສັດຍັງ​ບໍ່​ທັນ​ຊາບ​ເທື່ອ​ວ່າ ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ​ແຕ່​ຢ່າງ​ໃດ​ເທື່ອ​ ທີ່ເຊື່​ອມ​ໂຍງກັບບັນຫາ​ທີ່​ກ່າວ​ມາ​ຂ້າງ​ເທິ່ງນີ້.

ບໍລິ​ສັດ ​ລົດ​ໂຕ​ໂຍຕ້າ ຈະເພີ້​ມ​ຜ້າ​ປົກ​ ໃສ່​ກອບບ່ອນ​ນັ່ງ​ທີ່​ເປັນເຫຼັກ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ຕັດ​ຜ່ານ​ສາຍ​ເຂັມ​ຂັດ. ລົດ​ສ່ວນ​ໃຫຍ່​ທີ່​ຖືກ​ເອີ້ນ​ກັບ​ຄືນນັ້ນ​ມີ​ປະມານ 1 ລ້ານ 3 ​ແສນ​ຄັນ​ໃນ​ອາ​ເມຣິກາ​ເໜືອ.

ບໍລິ​ສັດ ​ລົດ​ໂຕ​ໂຍຕ້າ ​ແມ່ນ​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ເອີ້ນ​ຄື​ນລົດ ​ເພື່ອ​ຄວາມ​ປອດ​ໄພ​ມາ​ແລ້ວ​ຫຼາຍ​ເທື່ອ ຮວມ​ເຖິງ​ການ​ເອີ້ນ​ຄືນ​ລົດ​ຈຳນວນ​ຫຼາຍ​ລ້ານຄັນ ທີ່​ໄດ້ຂາຍ​ໂດຍບໍລິ​ສັດຜະລິດ​ລົດອື່ນໆ​ ທີ່ຕິດຕັ້ງ airbags ທີ່​ຜິດພາດ ​ເຮັດ​ຈາກ​ບໍລິສັດ Takata ຊຶ່ງ​ເປັນຜູ້​ຜະລິດ ຂອງ​ຢີ່ປຸ່ນ​ນັ້ນ.

ຂໍ້ມູນຈາກ http://lao.voanews.com/

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...