spot_img
Homeຂ່າວຕ່າງປະເທດອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນ ຖືກ​ທີ່​ສຸດ​ໃນ​ໂລກບໍ່​ເຖິງ 30 ພັນ​ກີບ

ອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນ ຖືກ​ທີ່​ສຸດ​ໃນ​ໂລກບໍ່​ເຖິງ 30 ພັນ​ກີບ

Published on

ບໍລິສັດ​ມື​ຖື​ນ້ອງ​ໃໝ່​​ໃນ​ອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນລາຄາ​ຖືກ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ໂລກ​ເມື່ອ​ວານ​ນີ້ (17 ກຸມພາ) ​ໂດຍ​ມຸ່ງ​ສະ​ໜອງຄວາມ​ຕ້ອງການ​ຂອງ​ກຸ່ມ​ລູກ​ຄ້າ​ໃນ​ອິນ​ເດຍທີ່​ນິຍົມ​ອຸປະກອນ​ສື່ສານ​ລາຄາ​ປະຢັດ.

ຟຣີດອມ 251 ຊຶ່ງ​ພັດທະນາ​ຂຶ້ນ​ໂດຍ​ບໍລິສັດຣິງກິ​ງ ​ເບ​ວສ ຖືກ​ຕັ້ງ​ລາຄາ​ຈຳໜ່າຍ​ເອົາ​ໄວ້​ພຽງ 251 ຣີປີ ( ຕີ​ເປັນ​ເງິນ​ລາວ 29 ພັນ​ກວ່າ​ກີບ) ຫຼື​ພຽງ​ແຕ່ 1% ຂອງ​ລາຄາ​ໄອ​ໂຟນຮຸ່ນ​ຫຼ້າ​ສຸດ.

ຣິງກິ​ງ ​ເບ​ວສ ກໍ່​ຕັ້ງ​ຂຶ້ນ​ເມື່ອ​ເດືອນ​ກັນຍາ​ປີ 2015 ​ໂດຍ ​ໂມ​ຫິດ ກຸ​ມານ ​ໂກ​ເອລ ບັນດິດ​ຈາກ​ມະຫາວິທະຍາ​ໄລ​ອາມິ​ຕິ ​ແລະ​ເລີ່​ມ​ເປີດ​ຈຳໜ່າຍ​ໂທລະສັບ​ເຄື່ອນທີ່​ທາງ​ເວັບ​ໄຊ​ເມື່ອ 2-3 ອາທິດ​ທີ່​ຜ່ານ​ມາ ພາຍ​ໃຕ້​ຍີ່​ຫໍ້​ສິນຄ້າ “​ເບ​ວລ”.

ຣີດ​ອມ 251 ຄື​ຜະລິດ​ຕະພັນ​ຕົວ​ເດັ່ນ​ທີ່​ສຸດ​ຂອງ​ເຮົາ ​ແລະ​ຖື​ວ່າ​ເປັນ​ການ​ປະຕິວັດ​ວົງ​ການ​ໂທລະສັບ​ມື​ຖື​ເລີຍ​ກໍ​ວ່າ​ໄດ້ ​ໂຄສົກຍິງ​ໃຫ້​ສຳພາດ​ໃນ​ງານ​ເປີດ​ຕົວ​ຜະລິດ​ຕະພັນ​ທີ່​ນະຄອນຫຼວງ​ນິວ​ເດ​ລີ ປະຈຸ​ບັນຣິງກິ​ງ ​ເບ​ລສ ຍັງ​ຕ້ອງ​ໃຊ້​ວິ​ທີນຳ​ເຂົ້າ​ຊິ້ນ​ສ່ວນ​ອຸປະກອນ​ຈາກ​ຕ່າງປະ​ເທດ​ເພື່ອ​ນຳ​ມາ​ປະກອບ​ເອງ​ໃນ​ອິນ​ເດຍ ​ແຕ່​ບໍລິສັດ​ມີ​ນະ​ໂຍບາຍ​ທີ່​ຈຳໜ່າຍ​ຜະລິດ​ຕະພັນ​​ເມກ ອິນ ອິນ​ເດຍ 100% ​ໃຫ້​ໄດ້​ພາຍ​ໃນ 1 ປີ.

ສະມາດ​ໂຟນລາຄາ​ຖືກ​ຊຶ່ງ​ນຳ​ເຂົ້າ​ຈາກ​ຈີນ​ມີ​ຈຳໜ່າຍ​ທົ່ວ​ໄປ​ໃນ​ອິນ​​ເດຍ ​ແຕ່​ຜູ້​ຜະລິດ​ໃນ​ປະ​ເທດ​ກໍ​ເລີ່​ມຕົ້ນ​ເຂົ້າ​ມາ​ຊີ​ສ່ວນ​ແບ່ງ​ຕະຫຼາດ ​ໂດຍ​ຜະລິດ​ໂທລະສັບ​ຮຸ່ນ​ໃໝ່ໆ​ທີ່​ລາຄາ​ຈຳໜ່າຍ​ບໍ່​ເຖິງ 20 ​ໂດ​ລາສະຫະລັດ.

ອິນ​ເດຍ​ເປັນ​ຕະຫຼາດ​ອຸປະກອນ​ສື່ສານ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ​ມີ​ຜູ້​ລົງທະບຽນ​ໂທລະສັບ​ມື​ຖື​​ເຖິງ​ຫຼັກ 1.000 ລ້ານ​ຄົນ ​ເມື່ອ​​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

​ແນວ​ໃດ​ກໍ​ຕາມ ​ໃນ​ບາງ​ລັດ​ທີ່​ປະຊາກອນ​ສ່ວນ​ໃຫຍ່​ຖານະ​ທຸກ​ຍາກ​ເຊັ່ນ ລັດ​ພິຫານ ອັດຕາ​ການ​ເຂົ້າ​ເຖິງ​ໂທລະສັບ​ມື​ຖື​ຍັງ​ຢູ່​ພຽງ​ແຕ່ 54%.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...