ຜົນການສຶກສາອັນໃໝ່ພົບວ່າ ກະດູກຄົນຮ່າງນ້ອຍອາຍຸປະມານ 15.000 ປີໃນອິນໂດເນເຊຍ ບໍ່ແມ່ນຂອງມະນຸດ ແຕ່ເປັນສິ່ງທີ່ມີຊີວິດສາຍພັນອື່ນ.
ນັກວິໄຈຈາກພິພິທະພັນປະຫວັດສາດທຳມະຊາດນະຄອນຫຼວງປາຣີສຂອງຝຣັງເຜີຍວ່າ ຈາກການສຶກສາກະໂຫຼກຫົວຂອງກະດູກຂອງ ໂຮໂມ ຟລໍເຣສຊຽນຊິສ ຫຼືທີ່ຮຽກກັນວ່າ “ຮ໊ອບບິດ” ຕາມຄົນຮ່າງນ້ອຍໃນຮູບເງົາລອດ ອອບ ເດິ ຣິງ ທີ່ຄົ້ນພົບເທິງເກາະຟລໍເຣສຂອງອິນໂດເນເຊຍ ເມື່ອປີ 2006 ຢືນຢັນວ່າຟອສຊິວດັ່ງກ່າວບໍ່ແມ່ນມະນຸດ.
ການສຶກສາທາງວິຊາການຫຼາຍອັນຍັງຖົກຖຽງກັນກ່ຽວກັບມະນຸດຟລໍເຣສ ບາງສະຫຼຸບກໍວ່າ ເປັນລູກຫຼານຂອງມະນຸດໂຮໂມອີເຣກຕັສ ແຕ່ມີຮ່າງກາຍນ້ອຍລົງເນື່ອງຈາກຫາອາຫານໄດ້ຍາກຂຶ້ນ ຂະນະທີ່ການສຶກສາຫຼາຍອັນຊີ້ວ່າເປັນມະນຸດຍຸກໃໝ່ທີ່ມີຄວາມຜິດປົກກະຕິດ້ານພັນທຸກຳຈິ່ງມີສະໝອງນ້ອຍ.
ແນວໃດກໍຕາມ ຫົວໜ້າທີມວິໄຈ ອອງຕວນ ບັນໂຊ ເຜີຍວ່າ ຈາກການໃຊ້ຄອມພິວເຕີສ້າງແບບຈຳລອງສະໝອງຂອງຟອສຊິວທີ່ພົບເທິງເກາະຟລໍເຣສ ກໍຊັດເຈນວ່າ ບໍ່ມີຄວາມຄ້າຍຄືກັບມະນຸດ ແລະ ບໍ່ພົບຫຼັກຖານກ່ຽວກັບໂລກທາງພັນທຸກຳນຳ ເຮັດໃຫ້ຈົນເຖິງຕອນນີ້ກໍສະຫຼຸບເປັນອື່ນໄປບໍ່ໄດ້.