spot_img
Homeຂ່າວພາຍ​ໃນຖືກເລກ 3 ໂຕຕິດຄຸກຍ້ອນໃຊ້ເງິນໂດລາປອມຊື້

ຖືກເລກ 3 ໂຕຕິດຄຸກຍ້ອນໃຊ້ເງິນໂດລາປອມຊື້

Published on

   ວັນ​ທີ 12 ມັງ­ກອນ​ທີ່​ຜ່ານມາ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊທາ­ນີໄດ້​ມ້າງ​ຄະ­ດີ​ໃຊ້​ເງິນ​ປອມ ຊື້​ເລກພ້ອມ​ກັບ​ກັກ​ຕົວ​ຜູ້​ຖືກ​ຂໍ້ຫາ​ໄດ້ 1 ຄົນ​ມາ​ທຳ​ການ​ສືບສວນ-ສອບ​ສວນ​ຂະ­ຫຍາຍ​ຜົນຫາ​ແຫຼ່ງ​ທີ່​ມາ​ຂອງ​ເງິນ​ປອມ ຈຳນວນ 7000 ໂດ​ລາ.

    ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າໜ້າ­ທີ່​ໃຫ້​ຮູ້​ວ່າ: ທ້າວ ຄຳ​ມີ​ໄຊ ອາ­ຍຸ 43 ປີ ຢູ່​ບ້ານ​ທົ່ງ​ປົ່ງ ເມືອງ​ສີ​ໂຄດ​ຕະ­ບອງ ນະຄອນ​ຫຼວງ​ວຽງ​ຈັນ ຊຶ່ງ​ເປັນ​ຜູ້​ຖືກ​ຂໍ້​ຫາ​ທີ່ຈັບ​ກຸມ​ໄດ້​ຢູ່​ຮ້ານ​ປີ້ງ​ເປັດ​ແຫ່ງ​ໜຶ່ງ​ໄດ້​ເປີດເຜີຍ​ວ່າ​ໄດ້​ຮູ້­ຈັກ​ກັບ​ຄົນ​ໄທ ຊື່​ທ້າວ ໄຊ​ຍະ ພອນ ຢູ່​ຄຸກ​ໂພນ​ທັນ​ໃນ​ປີ 2012 ແລະ 2 ປີ​ຕໍ່​ມາ​ທ້າວ ໄຊ​ຍະ​ພອນ ໄດ້​ໂທລະ­ສັບ​ມາຫາ​ຕົນພ້ອມ​ກັບ​ບອກ​ວ່າ​ມີ​ນ້ຳ­ມັນ​ເຊື້ອໄຟ​ມາ​ຈາກ​ປະ­ເທດ​ສິງ­ກະ­ໂປ ທີ່​ຈະ​ມາຈຳ­ໜ່າຍ​ຢູ່ ສປປ ລາວ ແລະ​ມີ​ຄວາມ​ຕ້ອງການ​ໃຫ້​ເຮັດ​ທຸ­ລະ​ກິດ​ຮ່ວມ​ກັນ ຫຼື ລົງ­ທຶນ ຮ່ວມ​ກັນ​ເພື່ອ​ສ້າງ­ຕັ້ງ​ບໍ­ລິ­ສັດ​ຕົວ​ແທນຈຳ­ໜ່າຍ​ນ້ຳ­ມັນໂດຍ​ຈະ​ຕັ້ງ​ບໍ­ລິ­ສັດ​ນ້ຳມັນ​ເຊື້ອ​ໄຟ​ຜົ້ງ​ສາ­ລີພ້ອມ​ກັບ​ໃຫ້​ຕົນ​ເປັນຜູ້­ຕາງ­ໜ້າ​ໃນ​ການ​ປະ­ກອບ​ເອ­ກະ­ສານຕ່າງໆ, ຫຼັງ​ຈາກ​ທີ່​ຕົກ­ລົງ​ກັນ​ຕົກ­ແຕກກ່ຽວ​ກັບ​ສັນ­ຍາ​ແລ້ວ​ຕົນ​ຈິ່ງ​ໄດ້​ຊວນ​ທ້າວ ວັນ​ດີ ຊຶ່ງ​ເປັນ​ໝູ່​ຮັກ­ແພງ​ກັນ​ເຂົ້າ​ມາ​ເຮັດທຸ­ລະ​ກິດ​ກ່ຽວ​ກັບ​ນ້ຳ­ມັນ​ຮ່ວມ​ກັນ​ຕື່ມ​ອີກຕົນ ແລະ​ ທ້າວ ວັນ​ດີ ໄດ້​ພາ­ກັນ​ແລ່ນ​ເອກະ​ສານ​ຕ່າງໆ​ຕາມ​ຂັ້ນ​ຕອນແຕ່​ຖືກ​ພາກ ສ່ວນ​ກ່ຽວ­ຂ້ອງ​ແນະ­ນຳ​ວ່າ​ທຸກ​ພາກສ່ວນ​ທີ່​ຕ້ອງ­ການ​ສ້າງ­ຕັ້ງ​ບໍ­ລິ­ສັດ​ໃດ​ໜຶ່ງຈະ​ຕ້ອງ​ມີ​ເງິນ​ຈົດ​ທະ­ບຽນ​ຢ່າງ​ໜ້ອຍ 10.000 ໂດ​ລາແຕ່​ຕົນ ແລະ ​ຄູ່​ຮ່ວມ​ທຸລະ​ກິດ​ບໍ່​ມີ​ເງິນ​ຈິ່ງ​ໄດ້​ໂຈະ​ການ​ແລ່ນ​ເອກະ​ສານ​ໄວ້​ຊົ່ວ­ຄາວ​ກ່ອນ.

ໃນ​ໄລ­ຍະ​ທີ່​ໂຈະ​ການ​ແລ່ນ​ເອ­ກະສານ​ດັ່ງ­ກ່າວຄູ່​ຮ່ວມ​ທຸ­ລະ​ກິດ​ທີ່​ເປັນ​ຄົນໄທໄດ້​ບອກ​ໃຫ້​ຕົນ ແລະ​ ໝູ່ຊອກ​ກູ້​ເງິນ​ໃຫ້​ກັບ​ຄູ່​ຮ່ວມ​ທຸ­ລະ​ກິດ​ທີ່​ເປັນ​ຄົນ​ໄທ​ຢືມ,ຕົນ​ເອງ​ໄດ້​ຕອບ​ຕົກ­ລົງ​ພ້ອມ​ກັບ​ໄປ​ກູ້​ຢືມເງິນ​ນຳ​ເອື້ອຍ​ຄີງ​ໄດ້ 6.000 ໂດ​ລາບວກກັບ​ເງິນ​ຂອງ​ທ້າວ ວັນ​ດີ ຕື່ມ​ອີກ 190.000 ບາດ, ຕົກ​ມາ​ຮອດ​ວັນ​ທີ 9 ກັນ­ຍາ 2015 ພວກ​ຄົນ​ໄທໄດ້​ນຳ​ເອົາ​ເງິນ​ຈຳ­ນວນ 7  ພັນ​ໂດ​ລາ ມາ​ໃຊ້​ຄືນ​ຕົນ​ຈິ່ງ​ໄດ້​ນຳ​ເອົາເງິນ​ຈຳ­ນວນ​ດັ່ງ­ກ່າວ​ກັບ​ໄປ​ໃຫ້​ເອື້ອຍເພື່ອ​ກວດ­ເບິ່ງ​ວ່າ​ເປັນ​ເງິນ​ປອມ ຫຼື ເງິນແທ້, ຜົນ​ປາ­ກົດ​ວ່າ​ເປັນ​ເງິນ​ໂດ​ລາ​ປອມ​ທັງ​ໝົດເອື້ອຍ​ຂອງ​ຕົນ​ຈິ່ງ​ໄດ້​ແນະ­ນຳໃຫ້​ເອົາ​ເງິນ​ໂດ​ລາ​ປອມ​ທັງ​ໝົດ​ນີ້​ໄປແຈ້ງແລະ​ມອບ​ໃຫ້​ກັບ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດໄວ້​ເປັນ​ຂອງ​ກາງ.

ຕໍ່​ມາ​ຕົນ​ໄດ້​ນຳ​ເອົາ​ເງິນ​ໂດ​ລາ​ປອມ​ຈຳ­ນວນ 3000 ໂດ​ລາ​ໃຫ້​ກັບ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ແລະ​ສ່ວນ​ທີ່​ຍັງ​ເຫຼືອ 4000 ໂດ​ລາ​ແມ່ນ​ໄດ້​ນຳ​ມາ​ແບ່ງ​ປັ່ນກັນ​ກັບ​ທ້າວ ວັນ​ດີ ຄົນ​ລະ​ເຄິ່ງພ້ອມ​ກັບໄດ້​ນຳ​ເອົາ​ເງິນ​ດັ່ງ­ກ່າວ​ອອກ​ມາ​ນຳ​ໃຊ້​ຢູ່ໃນ​ສັງ­ຄົມໃນ​ນີ້ໄດ້​ນຳ​ເອົາ​ເງິນ​ໂດ​ລາປອມ​ຈຳ­ນວນ​ດັ່ງ­ກ່າວ​ໄປ​ຊື້​ເລກ​ຈຳ­ນວນ 8 ຄັ້ງເປັນ​ເງິນ 1200 ໂດ​ລາ ແລະ ​ຄັ້ງຫຼ້າ​ສຸດ​ໃນ​ວັນ​ທີ 11 ກຸມ­ພາ ໄດ້​ນຳ​ເອົາເງິນ​ຈຳ­ນວນ 200 ໂດ​ລາໄປ​ຊື້​ເລກ​ຢູ່ ແຖວ​ຫຼັກ 5 (ໜ້າ​ກົມ​ໃຫຍ່​ພະ­ລາ­ທິ­ການ ກອງ­ທັບ) ແລະ​ໂຊກ​ດີ​ໄດ້​ຖືກ​ເລກ 3 ໂຕໃນ​ຈຳ­ນວນ​ເງິນ 10000 ກີບ ແຕ່​ບໍ່​ກ້າໄປ​ເອົາ​ເງິນ, ມື້­ຕໍ່­ມາ​ຕົນ​ຈິ່ງ​ໄດ້​ໃຫ້​ທ້າວ ຕູ່ ຢູ່​ບ້ານ​ໂພນ​ຕ້ອງ ໄປ​ເອົາ​ເງິນ​ແທນເມື່ອເຖິງ​ເວ­ລາ​ປະ­ມານ 17:00 ໂມງ ທ້າວ ຕູ່ ໄດ້​ໂທລະ­ສັບ​ມາ​ຫາ​ຕົນ​ໃຫ້​ໄປ​ເອົາ​ເງິນ​ທີ່ໄປ​ຮັບ​ມາ​ແລ້ວ​ຢູ່​ທີ່​ຮ້ານ​ປີ້ງ​ເປັດ​ຫຼັກ 3 ໃກ້​ກັບ​ໂຮງ­ຮຽນ​ການ​ຊ່າງ​ລາວ-ເຢຍ​ລະມັນ, ຈາກ​ນັ້ນ​ຈິ່ງ​ໄດ້​ຊວນ​ທ້າວ ວັນ​ດີ ໄປເອົາ​ເງິນ​ທີ່​ທ້າວ ຕູ່ ຮັບ​ມາ ແລະ​ຖືກ​ເຈົ້າໜ້າ­ທີ່​ກັກ​ຕົວ​ຢູ່​ຮ້ານ​ດັ່ງ­ກ່າວ.

ຂະ­ນະ​ທີ່​ທ້າວ ວັນ​ດີ ເປີດ­ເຜີຍ​ຕື່ມ​ວ່າ: ເງິນ​ໂດ​ລາ​ປອມ​ຈຳ­ນວນ 2000 ໂດ​ລານັ້ນ ໄດ້​ເອົາ​ໃຫ້​ລູກ​ຊາຍ ແລະ​ໝູ່​ຂອງ​ລູກຊາຍ​ຄົນ​ລະ 100 ໂດ​ລາ, ເອົາ​ໃຫ້​ທ້າວ ແອັດ ນຳ­ໄປ​ແລກ­ປ່ຽນ ແລະ​ຊື້​ຢາ​ບ້າ ຈຳນວນ 1700 ໂດ​ລາ, ສ່ວນ​ທີ່​ຍັງ​ເຫຼືອ 100 ແມ່ນ​ຈູດ​ໄຟ​ຖິ້ມ ແລະ​ມາ​ຖືກ​ເຈົ້າ​ໜ້າ­ທີ່ ກັກ​ຕົວ​ຢູ່​ຮ້ານ​ອາ­ຫານ​ດັ່ງ­ກ່າວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...