ຂ້ອຍຊື່ຈ່ອຍ (ນາມສົມມຸດເພາະບໍ່ຢາກບອກຊື່ແທ້) ມື້ນີ້ຂ້ອຍຈະມາຂໍເລົ່າເລື່ອງ ເຜືອກໂຮຍງາ ໃຫ້ທຸກຄົນໄດ້ອ່ານເລື່ອງນີ້ແມ່ນຂຽນຈາກໂຄງເລື່ອງຈິງ, ເຫດການຈິງ, ຕົວລະຄອນໃນເລື່ອງກໍ່ມີຈິງ ເພາະມັນເປັນເລື່ອງຂອງໝູ່ຂ້ອຍ ແລະ ຂ້ອຍເອງ. ທຸກຄັ້ງທີ່ຂ້ອຍເຫັນໝາກໄມ້ຊະນິດໜຶ່ງຂ້ອຍຈະຮູ້ສຶກຕະລົກໃນໃຈ ແລະ ຄິດເຫັນໜ້າໝູ່ຄົນນັ້ນທັນທີ (ຫົວອິອິຢູ່ຄົນດຽວ) ເລື່ອງມີຢູ່ວ່າ: ຍ້ອນກັບໄປປະມານສິບປາຍປີກ່ອນນິດໆ… (ວັນເດືອນປີນິບໍ່ຈື່ແລ້ວ) ຂ້ອຍກັບໝູ່ຂອງຂ້ອຍອີກຄົນໜຶ່ງຊື່ນາງ ນ້ອຍ (ນາມສົມມຸດ) ໄດ້ຮັບກຽດຈາກຫົວໜ້າໃຫ້ເປັນຜູ້ຕາງໜ້າເພິ່ນໄປປະຊຸມຢູ່ໂຮງແຮມລ້ານຊ້າງ (ແຖວແຄມຂອງ) ປະຊຸມໃນຫົວຂໍ້ໃດນິກໍ່ລືມແລ້ວ… ບາດຮອດເວລາພັກທ່ຽງທຸກຄົນໃນທີ່ປະຊຸມກໍ່ພາກັນກິນອາຫານທ່ຽງຢ່າງແຊບຊ້ອຍ, ມີທັງເຄື່ອງກິນຄາວຫວານຂະໜົມໝາກໄມ້ (ຈັດເຕັມ) ຫຼັງຈາກກິນອາຫານອື່ມຄາວແລ້ວໝູ່ຂ້ອຍກັບຂ້ອຍກໍ່ໄດ້ພາກັນຍ່າງໄປແຖວຖາດໝາກໄມ້ທີ່ເຂົາກຽດໄວ້ ໃນຂະນະທີ່ຂ້ອຍກຳລັງເລືອກໝາກໄມ້ໃສ່ຈານຢູ່ນັ້ນ ໝູ່ຂ້ອຍໄດ້ເອົາມືມາສະກິດຂ້າງຂ້ອຍປະມານສອງສາມເທື່ອຂ້ອຍກະເລີຍຫັນໜ້າໄປຖາມລາວວ່າ:
ຈ່ອຍຖາມ: ມີຫຍັງເຮີ໋ຍ!
ນ້ອຍກໍ່ໃຊ້ສາຍຕາຊັກໄປທີ່ໝາກໄມ້ຊະນິດນຶ່ງໃນຜະຖາດທີ່ເຂົາຈັດໄວ້ເທິງໂຕະແລ້ວເວົ້າກັບຂ້ອຍເບົາໆວ່າ
ນ້ອຍຊື່ມເບົາໆ: ໂຕເບິ່ງແມ້… (ເຮັດລາກສຽງຍາວໆ) ໂຮງແຮມບັກໃຫຍ່ໆຊ່າງເອົາອັນນີ້ມາຂຶ້ນໂຕະເສີຍ
ເມື່ອຕົນເອງໄດ້ຍິນໝູ່ເວົ້າແນວນັ້ນກະງົງ… ເອ໊ະ!!!! ມັນໝາຍເຖິງອັນໃດຫວະ. ຕົນກໍ່ເລີຍຖາມລາວກັບວ່າ
ຈ່ອຍຖາມເບົາໆ: ແມ່ນຫຍັງເຖົ້າ.
ນ້ອຍຕອບກັບເບົາໆຄືນວ່າ: ໂຕເຫັນບໍ່? ປ່ຽງທີ່ມີໝາກງາດຳໂຮຍໄວ້ຫັ້ນ… ແບບນັ້ນເຂົາກະເອົາມາໃຫ້ແຂກກິນ ຢູ່ເຮືອນເຮົາກິນຕະຫຼອດ.
ຈ່ອຍຖາມກັບ: ແລ້ວໂຕວ່າແມ່ນຫຍັງຫັ້ນ?
ນ້ອຍຕອບກັບ: ມັນແມ່ນເຜືອກໂຮຍງາ
ຈ່ອຍແນມເບິ່ງໜ້າໝູ່ແບບຢາກຫົວແຮງໆເດ້ແຕ່ກະອາຍເຂົາເລີຍຕອບໝູ່ເບົາໆໄປວ່າ: ເຮີ້ຍເຖົ້າ! ໂຕຢ່າໄປວ່າຢູ່ໃສເດີ້ອາຍເພິ່ນ ນີ້ມັນບໍ່ແມ່ນເຜືອກໂຮຍງາ ແຕ່ເຂົາເອີ້ນວ່າ ໝາກມັງກອນ.
ຈາກນັ້ນທັງສອງຄົນກໍ່ພາກັນຢາກຫົວຈົນເປັນເວລາຫຼາຍມື້ ໄປເລາະຕະຫຼາຍ, ຂີ່ລົດມາຕາມທາງເຫັນເຂົາຂາຍໝາກມັງກອນຢູ່ໃສກໍ່ຄິດຢາກຫົວທັນທີ!.
ແຊປະສົບການໂດຍ: ຈ່ອຍດຳ