spot_img
Homeຂ່າວເຫດການຄະນະປະຈຳສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນ ປະຈຳເດືອນກຸມພານີ້!

ຄະນະປະຈຳສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນ ປະຈຳເດືອນກຸມພານີ້!

Published on

ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ປະຈຳ​ເດືອນ​ກຸມພາ 2016 ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 15-16 ກຸມພາ 2016 ທີ່​ສະພາ​ແຫ່ງຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ຄະນະ​ປະຈຳ ຄະນະ​ກຳມາ​ທິ​ການ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການລາຍ​ງານ ແລະ ພິຈາລະນາຫຼາຍ​ບັນຫາ​ສຳຄັນ​ ເປັນຕົ້ນ​ແມ່ນ ການ​ສະເໜີ​ແຕ່ງຕັ້ງ​ຕຳແໜ່ງ​ບໍ​ລິຫານ​ປະເພດ 2 ແລະ ການ​ສະເໜີ​ແຕ່ງຕັ້ງ​ສະມາຊິກ​ສະພາ​ຜູ້ພິພາກສາ​ສານ​ປະຊາຊົນ​ສູງ​ສູດ ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ປຸກ​ສ້າງ​ສະພາ​ແຫ່ງ​ຊາດຫຼັງ​ໃໝ່ ຜົນ​ການ​ຮຽບ​ຮຽງ​ກົດໝາຍ​ທີ່​ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຮັບຮອງ​ຄື: ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ຊາດ ກົດໝາຍວ່າ​ດ້ວຍ​ພະນັກງານ-ລັດຖະ​ກອນ ແລະ ກົດໝາຍ​ວ່າ​ດ້ວຍການ​ລົງທຶນ​ຂອງ​ລັດ ພິຈາລະນາຜົນ​ການ​ຄົ້ນຄວ້າ​ຄຳ​ສະເໜີ​ຂອງລັດຖະບານ ເພື່ອ​ຂໍ​ດັດ​ປັບ​ແຜນການ​ລົງທຶນ​ຂອງ​ລັດ ສົກ​ປີ 2015 -2016 ຢູ່​ແຂວງ​ໄຊ​ຍະ​ບູ​ລີ ພາລະບົດບາດ ສິດ ແລະ ໜ້າທີ່​ຂອງສະພາ​ປະຊາຊົນ​ຂັ້ນ​ແຂວງ ​ກ່ຽວກັບ​ການ​ພິຈາລະນາ​ຮັບຮອງ​ເອົາໂຄງການ​ລົງທຶນ ຕາມ​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ແລະ ໂຄງການ​ກໍ່ສ້າງ​ຫໍ​ມູນເຊື້ອ ກອງຮ້ອຍ​ລາດ​ຊະ​ວົງ​ ສະໄໝ​ຜູ້ນຳ​ຮຸ່ນ​ທຳ​ອິດ ຢູ່​ຖ້ຳ​ແມ​ລາວ​ຮຸ່ງ-ພຽງ​ສາ ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ພິຈາລະນາ​ນຳ​ສົ່ງ​ຮ່າງ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ ສຳລັບ​ໂຄງການ​ໄຟຟ້າ​ພະລັງງານ​ນ້ຳ​ອູ ໄລຍະ​ທີ 2 ແລະ ບັນຫາ​ສຳຄັນ​ອື່ນໆ​ອີກ​ຈຳນວນ​ໜຶ່ງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...