spot_img
Homeຂ່າວເຫດການນະຄອນຫລວງວຽງຈັນ ເປີດເຝິກອົບຮົມກຽມການເລືອກຕັ້ງ ສສຊ ແລະ ສສຂ

ນະຄອນຫລວງວຽງຈັນ ເປີດເຝິກອົບຮົມກຽມການເລືອກຕັ້ງ ສສຊ ແລະ ສສຂ

Published on

ວັນ​ທີ 15 ກຸມພາ 2016 ຢູ່ທີ່​ສະໂມສອນ​ໂຮງຮຽນ​ທິດ​ສະ​ດີການເມືອງ ແລະ ການ​ປົກຄອງ ນະຄອນຫຼວງ​ວຽງ​ຈັນ (ນວ) ຄະນະ​ໂຄສະນາ​ອົບຮົມ ນວ ໄດ້​ຈັດເຝິກອົບຮົມ​ໃຫ້​ພະນັກງານ​ຫຼັກແຫຼ່ງ​ທົ່ວ ນວ ກ່ຽວ​ກັບ​ວຽກ​ງານການ​ກະກຽມ​ການ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະພາ​ປະຊາຊົນ ນວ (​ສສຊ ແລະ ​ສສຂ) ໂດຍ​ເປັນ​ປະທານ​ຂອງ​ທ່ານ ອຸດອນ ໄຊ​ມົນຕີ ຄະນະ​ປະຈຳ​ພັກ ຫົວໜ້າ​ຄະນະໂຄສະນາອົບຮົມ ນວ ມີ​ທ່ານ ສີຫຸນ ສິດທິ​ລື​ໄຊ ຮອງ​ເລຂາ​ຄະນະພັກ ນວ ພ້ອມ​ດ້ວຍ​ພະນັກງານຫຼັກ​ແຫຼ່ງ​ອ້ອມ​ຂ້າງ ນວ 500 ກວ່າ​ຄົນ​ເຂົ້າ​ຮ່ວມ.

ໂອກາດ​ດັ່ງກ່າວ​ ຜູ້​ເຂົ້າ​ຮ່ວມໄດ້​ຮັບ​ຟັງ ແລະ ແລກປ່ຽນ​ຄຳຄິດ​ເຫັນ​ໃສ່​ເນື້ອ​ໃນ​ມະຕິ​ຕົກລົງ ຂອງກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຊີ້​ນຳຂອງ​ພັກ ​ຕໍ່​ການ​ເລືອກ​ຕັ້ງ ​ສສຊ ແລະ ​ສສຂ ເອກະສານ 40 ປີ ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ເອກະສານການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ ໃນ​ການ​ເລືອກ​ຕັ້ງ ​ສສຊ ແລະ ເອກະສານກ່ຽວ​ກັບສະພາ​ແຫ່ງ​ຊາດ ສະພາ​ປະຊາຊົນ​ຂັ້ນ​ແຂວງ.

ສຳລັບ​ການ​ເລືອກ​ຕັ້ງ ​ສສຊ ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມີນາ 2016 ທີ່​ຈະ​ມາ​ເຖິງ​ນີ້​ ແມ່ນ​ມີຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ ເນື່ອງ​ຈາກ​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະຊາ​ຊົນ​ບັນດາເຜົ່າ ໃນ​ຂອບ​ເຂດທົ່ວ​ປະເທດ​ ຈະ​ໄດ້ເລືອກ​ຕັ້ງ​ເອົາສະມາຊິກ​ສະພາ​ປະຊາຊົນ​ຂັ້ນທ້ອງຖິ່ນ ເຊິ່ງ ​ສສຂ ມີ​ສິດ ແລະ ໜ້າທີ່ໃນ​ການ​ພິຈາລະນາ​ຮັບຮອງ​ເອົາ​ຫຼາຍ​ບັນຫາ​ສຳຄັນ​ຂອງຂັ້ນ​ທ້ອງຖິ່ນ ເປັນຕົ້ນ​ແມ່ນ ແຜນພັດທະນາ​ເສດຖະກິດ-ສັງຄົມ ແຜນ​ງົບປະມານ​ແຫ່ງ​ລັດຂັ້ນແຂວງ ຕິດຕາມ​ກວດກາ ການເຄົາລົບ ແລະ ປະຕິບັດ​ລັດ​ຖະ​ທຳມະນູນກົດໝາຍຂອງ​ທ້ອງຖິ່ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...