spot_img
Homeເກັບຕົກ-ເລື່ອງແປກປ໊າດໂທ! ວິທີບັນທຸກເປັດ-ໄກ່ ໃສ່ທ້າຍລົດເກັງຂອງຄົນຈີນ!

ປ໊າດໂທ! ວິທີບັນທຸກເປັດ-ໄກ່ ໃສ່ທ້າຍລົດເກັງຂອງຄົນຈີນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພານີ້ວ່າ ທົ່ວສັງຄົມອອນລາຍຂອງຈີນ ໄດ້ມີການເຜີຍແຜ່ພາບ ແລະ ສົ່ງຕໍ່ກັນຢ່າງກວ້າງຂວາງ ເຖິງພາບຖ່າຍລົດເກັງຄັນໜຶ່ງ ທີ່ບັນທຸກເປັດ ແລະ ໄກ່ໂຕເປັນໆ ຫ້ອຍຢູ່ຕາມທ້າຍລົດ ຂັບຕາມຖະໜົນຫລວງ ຊຶ່ງບາງສ່ວນກໍເຫັນວ່າເປັນເລື່ອງຕະຫລົກ ແຕ່ບາງຄົນກໍເວົ້າວ່າ ເປັນການທໍລະມານສັດ.

ຈາກພາບດັ່ງກ່າວພົບວ່າ ລົດຄັນນີ້ບັນທຸກໄກ່ໂຕໜຶ່ງທີ່ຍັງມີຊີວິດຢູ່ ໂດຍຖືກບັນຈຸໃສ່ໄຖ່ ເປີດສ່ວນຫົວອອກ ແລ້ວໃຊ້ເທັບກາວຕິດແປະໄວ້ຝາກະໂປງທ້າຍລົດ, ພ້ອມກັນນັ້ນ ດ້ານລຸ່ມຝາກະໂປງກໍຍັງມີເປັດອີກ 2 ໂຕ ຖືກບັນຈຸໃສ່ໄຖ່ ຫ້ອຍໄວ້ທ້າຍລົດເຊັ່ນກັນ ຊຶ່ງເຫດການດັ່ງກ່າວນີ້ ເກີດຂຶ້ນໃນໄລຍະກຸດຈີນທີ່ຜ່ານມາ ແລະ ຄາດວ່າເຈົ້າຂອງລົດ ອາດຊື້ເປັດ ແລະ ໄກ່ເພື່ອໄປແຕ່ງອາຫານໄຫວ້ບັນພະບູລຸດ ແຕ່ສະພາບລົດບໍ່ເໝາະສົມໃນການບັນທຸກ ຈຶ່ງຕັດສິນໃຈໃຊ້ວິທີການດັ່ງກ່າວແທນ.

15132663_980x1200_0_1455495879 15132664_980x1200_0_1455495879 15132718_980x1200_0_1455495880 15132719_980x1200_0_1455495881

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...