spot_img
Homeຂ່າວຕ່າງປະເທດລັດຖະບານຈີນ ອັດສີດເງິນ 700 ຕື້ຢວນ ພັດທະນາລະບົບຕາຂ່າຍໄຟຟ້າ ໃນເຂດຊົນນະບົດ!

ລັດຖະບານຈີນ ອັດສີດເງິນ 700 ຕື້ຢວນ ພັດທະນາລະບົບຕາຂ່າຍໄຟຟ້າ ໃນເຂດຊົນນະບົດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກຸມພານີ້ວ່າ ທ່ານ ຫລີ່ເຄີ່ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ. ຈີນ ໄດ້ກ່າວພາຍຫລັງເຂົ້າຮ່ວມ ກອງປະຊຸມຄະນະລັດຖະມົນຕີ ເມື່ອອາທິດທີ່ຜ່ານມາວ່າ ລັດຖະບານຈີນ ມີມະຕິ ອະນຸມັດງົບປະມານ 700 ຕື້ຢວນ ສຳລັບພັດທະນາລະບົບຕາຂ່າຍ ພະລັງງານໄຟຟ້າໃນເຂດຊົນນະບົດ ແລະ ພື້ນທີ່ພາກຕາເວັນຕົກຂອງປະເທດ ເພື່ອພັດທະນາຄວາມເປັນຢູ່ຂອງປະຊາຊົນ ແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ລະບົບເຄືອຂ່າຍໄຟຟ້າ ທີ່ມີຄຸນນະພາບຕ່ຳກ່ວາມາດຕະຖານ ໂດຍຈະເປີດກວ້າງໃຫ້ພາກເອກະຊົນ ເຂົ້າຮ່ວມໃນການລົງທຶນ.

ນອກຈາກນັ້ນ, ລັດຖະບານຍັງຈະຊຸກດັນ ການສ້າງລະບົບຕາຂ່າຍໄຟຟ້າ ສຳລັບຈັກສູບນ້ຳໃນເຂດຊົນນະບົດ ແລະ ພັດທະນາລະບົບສາຍສົ່ງ ເພື່ອຕອບສະໜອງຄວາມຕ້ອງການ ຂອງຊາວກະສິກອນຈີນ ຕະຫລອດຮອດເພື່ອຮອງຮັບ ການພັດທະນາຜົນຜະລິດ ແລະ ການເຕີບໃຫຍ່ຂອງທຸລະກິດການຄ້າອອນລາຍ ຫລື (e-commerce) ອີກດ້ວຍ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...