spot_img
Homeຂ່າວຕ່າງປະເທດສະຫະລັດຯເຜີຍ ນາໂຕ້ຈະສະໜັບສະໜູນ ປາບກຸ່ມລັກລອບຂົນຜູ້ອົບພະຍົບ ເຂົ້າເອີຣົບ!

ສະຫະລັດຯເຜີຍ ນາໂຕ້ຈະສະໜັບສະໜູນ ປາບກຸ່ມລັກລອບຂົນຜູ້ອົບພະຍົບ ເຂົ້າເອີຣົບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກຸມພາຜ່ານມານີ້ວ່າ ທ່ານ ແອັດຕັນ ຄາເຕີ້ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ກ່າວພາຍຫລັງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດນາໂຕ້ ທີ່ສຳນັກງານໃຫຍ່ ອົງການປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ (NATO) ທີ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ ວ່າ ອົງການນາໂຕ້ ມີຄວາມຍິນດີຈະສະໜັບສະໜູນ ປະເທດເຢຍລະມັນ, ເກຣັກ ແລະ ຕວກກີ ໃນພາລະກິດຊ່ວຍຕິດຕາມກວດກາທາງທະເລ ເພື່ອສະກັດກັ້ນກຸ່ມລັກລອບຂົນຜູ້ອົບພະຍົບ ບໍລິເວນຊາຍຝັ່ງທະເລີອີຈຽນຂອງຕວກກີ ຕາມຄຳຮຽກຮ້ອງຂອງທັງສາມປະເທດດັ່ງກ່າວ.

ເນື່ອງຈາກຕວກກີ ຊຶ່ງເປັນປະເທດມຸດສະລິມປະເທດດຽວ ໃນສະມາຊິກກຸ່ມນາໂຕ້ ໄດ້ກາຍເປັນທາງຜ່ານຫລັກ ຂອງຜູ້ອົບພະຍົບເຂົ້າສູ່ເອີຣົບ ຫລາຍກ່ວາ 1 ລ້ານຄົນໃນປີ 2015 ຜ່ານມາ ແລະ ພາຍຫລັງຜູ້ອົບພະຍົບ ເດີນທາງໄປເຖິງປະເທດເກຣັກ ສ່ວນໃຫຍ່ກໍຈະເດີນທາງໄປສູ່ເຢຍລະມັນ ຊຶ່ງເປັນປະເທດທີ່ຮັ່ງມີ ພາຍໃນສະຫະພາບເອີຣົບ ເຮັດໃຫ້ເອີຣົບ ຕ້ອງແບກຮັບວິກິດການຜູ້ອົບພະຍົບ ຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ຍຸກສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ທັງນີ້ ຈາກຂໍ້ມູນຂອງອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ລະບຸວ່າ ມີຜູ້ອົບພະຍົບຫລາຍກ່ວາ 70,000 ກ່ວາຄົນ ໄດ້ເດີນທາງຂ້າມທະເລທີ່ອັນຕະລາຍ ເຂົ້າໄປສູ່ເອີຣົບໃນເດືອນມັງກອນ 2016 ຜ່ານມານີ້ ໂດຍໃນນັ້ນ ແມ່ນມີຜູ້ເສຍຊີວິດລະຫວ່າງເດີນເຮືອ ຫລາຍກ່ວາ 400 ຄົນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...