spot_img
Homeມູມໄອທີລາວໄອໂຟນ 6 ຈະຢຸດເຮັດວຽກ! ຖ້ານຳໄປແປ້ງກັບຮ້ານທີ່ບໍ່ໄດ້ຮັບອະນຸຍາດຈາກແອບເປິລ

ໄອໂຟນ 6 ຈະຢຸດເຮັດວຽກ! ຖ້ານຳໄປແປ້ງກັບຮ້ານທີ່ບໍ່ໄດ້ຮັບອະນຸຍາດຈາກແອບເປິລ

Published on

ມີ​ລາຍ​ງານ​ວ່າ ຜູ້​ໃຊ້​ໂທລະສັບ​​ໄອ​​ໂຟນ 6 ທີ່​ນຳ​ເຄື່ອງ​ໄປ​ສ້ອມແປງ​ກັບ​ຮ້ານ​ທົ່ວ​ໄປ ຊຶ່ງ​ບໍ່​ແມ່ນ​ສູນ​ສ້ອມ​ແປງ​ທີ່​ໄດ້​ຮັບ​ອະນຸຍາດ​ຈາກ​ບໍລິສັດແອບ​ເປິ​ລ ພົບ​ບັນຫາ​ໂທລະສັບ​ບໍ່​ເຮັດ​ວຽກ ອາການ​ທີ່​ວ່າ​ນີ້ ​ເກີດ​ຂຶ້ນ​ກັບ​ໂທລະສັບ​ທີ່​ເຈົ້າ​ຂອງ​ໄດ້​ອັບ​ເດດ​ລະບົບ​ປະຕິບັດ​ການ​ໄອ​ໂອ​ເອສ 9 ​ແລ້ວ ​ແລະ​ບໍ່ພຽງແຕ່​ບໍ່​ເຮັດ​ວຽກ​ເທົ່າ​ນັ້ນ ຂໍ້​ມູນ​ໃນ​ໂທລະສັບ​ຈະ​ຫາຍ​ໄປ​ໂດຍ​ບໍ່​ສາມາດ​ກູ້​ກັບ​ຄືນ​ມາ​ໄດ້.

ໜັງສືພິມເດິກາດຽນ ລາຍງານວ່າ ບັນຫາດັ່ງກ່າວເກີດຂຶ້ນເມື່ອຜູ້ໃຊ້ໄອໂຟນ 6 ນຳເຄື່ອງໄປສ້ອມແປງປຸ່ມໂຮມ ຊຶ່ງມີເຊັນເຊີສະແກນລາຍນິ້ວມືທີ່ຮຽກວ່າ Touch ID ກັບຊ່າງທີ່ບໍ່ໄດ້ຮັບອະນຸຍາດຈາກບໍລິສັດແອບເປິລ ຈາກນັ້ນເມື່ອເຄື່ອງອັບເດດໄອໂອເອສ 9 ກໍຈະປາກົດຂໍ້ຄວາມ “error 53” ເຮັດໃຫ້ເຄື່ອງໃຊ້ວຽກບໍ່ໄດ້ແລະຂໍ້ມູນທຸກຢ່າງໃນເຄື່ອງຫາຍໄປບໍ່ສາມາດກູ້ກັບມາຄືນໄດ້.

ກໍລະນີທີ່ເກີດຂຶ້ນເຮັດໃຫ້ຜູ້ໃຊ້ໄອໂຟນ 6 ຈຳນວນຫຼາຍເຂົ້າໄປສົນທະນາເລື່ອງນີ້ໃນກຸ່ມສົນທະນາຂອງລູກຄ້າແອບເປິລ ບາງຄົນສະແດງຄວາມຜິດຫວັງທີ່ບໍ່ສາມາດກູ້ຮູບພາບແລະເອກະສານສຳຄັນໃນໂທລະສັບກັບຄືນມາໄດ້.

ດ້ານບໍລິສັດແອບເປິລ ລະບຸວ່າ ຊອຟແວຂອງໄອໂຟນຈະກວດສອບວ່າການສ້ອມແປງເຄື່ອງເຮັດໂດຍຜູ້ທີ່ໄດ້ຮັບອະນຸຍາດຈາກແອບເປິລຫຼືບໍ່ ພ້ອມແນະນຳໃຫ້ລູກຄ້າທີ່ປະສົບບັນຫານີ້ຕິດຕໍ່ສູນບໍລິການແອບເປິລເພື່ອໃຫ້ເຈົ້າໜ້າທີ່ຊ່ວຍດຳເນີນການແກ້ໄຂໃຫ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...