spot_img
Homeຂ່າວຕ່າງປະເທດຣັດເຊຍຖະແຫລງຕອບໂຕ້ ຕວກກີຕັ້ງໃຈຍຸແຍ່ ກ່າວຫາເຮືອບິນຣັດເຊຍ ລ່ວງລ້ຳນ່ານຟ້າ!

ຣັດເຊຍຖະແຫລງຕອບໂຕ້ ຕວກກີຕັ້ງໃຈຍຸແຍ່ ກ່າວຫາເຮືອບິນຣັດເຊຍ ລ່ວງລ້ຳນ່ານຟ້າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກຸມພາຜ່ານມານີ້ວ່າ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກຖະແຫລງການ ຕອບໂຕ້ລັດຖະບານຕວກກີ ທີ່ໄດ້ອອກມາອ້າງເມື່ອທ້າຍອາທິດຜ່ານມາວ່າ ເຮືອບິນສູ້ຮົບ Su-34 ຂອງຣັດເຊຍ ບຸນລ່ວງລ້ຳນ່ານຟ້າຕວກກີ ໂດຍລະບຸວ່າ ເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງຢັ້ງຢືນ ແລະ ເປັນການຕັ້ງໃຈຍຸແຍ່ສ້າງສະຖານະການ.

ທ່ານ ໄອເກີ ໂຄນາເຊນຄອບ ໂຄສົກກະຊວງປ້ອງກັນປະເທດຣັດເຊຍ ໄດ້ລະບຸໃນຖະແຫລງການວ່າ ” ຂໍ້ກ່າວຫາຂອງຕວກກີ ຊຶ່ງພວກເຮົາເອີ້ນວ່າເປັນການໂຄສະນາຊວນເຊື່ອ ທີ່ບໍ່ມີຂໍ້ພິສູດ ມີຄວາມເປັນໄປໄດ້ຫລາຍກ່ວາວ່າ ເປັນການຍຸແຍ່ສ້າງສະຖານະການ ໂດຍມີການຄົ້ນຄິດວາງແຜນເອົາໄວ້ກ່ອນ ” ພ້ອມນັ້ນ ຖະແຫລງການຍັງລະບຸອີກວ່າ ປັດຈຸບັນຣັດເຊຍມີຄລິບວີດີໂອ ທີ່ສະແດງໃຫ້ເຫັນເຖິງ ປືນໃຫຍ່ຂອງຕວກກີ ໄດ້ຍິງຖະຫລົ່ມໃສ່ເຂດຊຸມຊົນ ພື້ນທີ່ແນວໜ້າຂອງປະເທດຊີຣີ ຊຶ່ງຣັດເຊຍເອງ ກຳລັງລໍຖ້າຄຳອະທິບາຍໃນເລື່ອງດັ່ງກ່າວ ຈາກທັງນາໂຕ້ ແລະ ກອງທັບຕວກກີເອງ.

ກ່ອນໜ້ານີ້ພຽງ 2 ເດືອນ ຕວກກີເຄີຍສົ່ງເຮືອບິນສູ້ຮົບ F-16 ຍິງເຮືອບິນ Su-24 ຂອງຣັດເຊຍຕົກ ດ້ວຍຂໍ້ກ່າວຫາດຽວກັນວ່າ ເຮືອບິນຣັດເຊຍລ່ວງລ້ຳນ່ານຟ້າ ເມື່ອວັນທີ 24 ພະຈິກ 2015 ຜ່ານມາ ຊຶ່ງເປັນເຫດເຮັດໃຫ້ ມີນັກບິນເສຍຊີວິດ 1 ຄົນ ແລະ ທະຫານເຮືອຣັດເຊຍ ເສຍຊີວິດລະຫວ່າງຄົ້ນຫານັກບິນອີກ 1 ຄົນ.

ຈາກເຫດການຄັ້ງດັ່ງກ່າວ ໄດ້ເຮັດໃຫ້ຄວາມສຳພັນລະຫວ່າງຕວກກີ ແລະ ຣັດເຊຍ ຕົກຕ່ຳສຸດຂີດ ໂດຍຝ່າຍຣັດເຊຍໄດ້ຢືນຢັນວ່າ ເຮືອບິນ Su-24 ຂອງຕົນ ບິນຢູ່ໃນນ່ານຟ້າຂອງຊີຣີ ແລະ ໄດ້ອອກມາດຕະການຂວ້ຳບາດທາງເສດຖະກິດ ຕໍ່ປະເທດຕວກກີຫລາຍຢ່າງເຊັ່ນ ຫ້າມນຳເຂົ້າສິນຄ້າບາງຢ່າງ, ຈຳກັດການບິນລະຫວ່າງ 2 ປະເທດ, ຫ້າມບໍລິສັດຕວກກີບາງແຫ່ງ ເຮັດທຸລະກິດໃນຣັດເຊຍ ແລະ ລະງົບໂຄງການກໍ່ສ້າງທໍ່ສົ່ງແກັສລະຫວ່າງ 2 ປະເທດ.

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...