spot_img
Homeຂ່າວພາຍ​ໃນປີ 2015 ຜ່ານມາ ແຂວງອຸດົມໄຊ ມີລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 12 ລ້ານໂດລາສະຫະລັດ!

ປີ 2015 ຜ່ານມາ ແຂວງອຸດົມໄຊ ມີລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 12 ລ້ານໂດລາສະຫະລັດ!

Published on

ຂປລ. ​ຂະ​ແໜງ​ການທ່ອງທ່ຽວ ​ແຂວງ​ອຸດົມ​ໄຊ​ໃຫ້​ຮູ້​ວ່າ: ໃນສົກປີ 2015 ມີນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ເພີ່ມຂຶ້ນ 15 % ເມື່ອທຽບໃສ່ ສົກປີ 2014. ນັກ​ທ່ອງ​ທ່ຽວ​ຈຳນວນ​ດັ່ງກ່າວ ສ່ວນຫາຍແມ່ນ ມາຈາກບັນດາປະເທດໃນພາກພື້ນ ອາຊຽນ ແລະ ສປ ຈີນ ເຊິ່ງກວມ​ເອົາ 59,86% ຂອງຈຳນວນນັກທ່ອງທ່ຽວທັງໝົດ ເຊິ່ງ​ໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກ່ຽວກັບການບໍລິການ ປະມານ 12 ລ້ານກວ່າໂດລາສະຫະລັດ.

ສາເຫດທີ່ເຮັດໃຫ້ອັດຕານັກທ່ອງທ່ຽວຢູ່ແຂວງດັ່ງກ່າວ ເພີ່ມຂຶ້ນ​ເນື່ອງ​ຈາກເສດຖະກິດ-ສັງຄົມ ພາຍໃນແຂວງ ມີການຂະຫຍາຍຕົວ, ສະຖານທີ່ທ່ອງທ່ຽວ ຫລາຍແຫ່ງ ມີການປັບປຸງບູລະນະ ແລະ ເປີດບໍລິການຢ່າງຕໍ່ເນື່ອງ ລວມທັງເສັ້ນທາງການຄົມມະນາຄົມ ກໍໄດ້ຮັບການພັດທະນາ ເຊິ່ງປັດຈຸບັນ ເສັ້ນທາງເຊື່ມຕໍ່ ລະຫວ່າງ ແຂວງອຸດົມໄຊກັບ ບັນດາປະເທດໃນພາກພື້ນ ແມ່ນມີຫລາຍຊ່ອງທາງ ແລະ ມີຄວາມສະດວກສະບາຍກວ່າເກົ່າ. ສ່ວນແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມ ແລະ ໃຊ້ບໍລິການສ່ວນຫລາຍແມ່ນແຫລ່ງທ່ອງທ່ຽວທຳມະຊາດ, ຮອງລົງມາແມ່ນວັດທະນະທຳ, ຮອງຮອຍປະຫວັດສາດ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...