spot_img
Homeຂ່າວຕ່າງປະເທດຍອດສົ່ງອອກ ສ ເກົາຫຼີ ຫຼຸດລົງ 18,5%

ຍອດສົ່ງອອກ ສ ເກົາຫຼີ ຫຼຸດລົງ 18,5%

Published on

     ທາງ​ການສ ​ເກົາຫຼີ​ແຈ້ງວ່າ ການ​ສົ່ງ​ອອກ​ຊຶ່ງ​ເປັນ​ກົນ​ໄກ​ສຳຄັນ​​ໃນ​ການ​ຂັບ​ເຄື່ອນ​ເສດຖະກິດ​ຫຼຸດ​ລົງ​ຕໍ່າ​ທີ່​ສຸດ​ໃນ​ຮອບ​ກວ່າ 6 ປີ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ແລະ ເປັນ​ການ​ຫຼຸດ​ລົງ​ຕິດ​ຕໍ່​ກັນ​ເປັນ​ເດືອນ​ທີ 13 ​​ແລ້ວ.

     ຍອດ​ສົ່ງ​ອອກ​ໃນ​ເດືອນ​ມັງກອນ​ປີ​ນີ້​ມີ​ມູນ​ຄ່າ 36,7 ຕື້​ໂດ​ລາ​ສະຫະລັດ​ຫຼຸດ​ລົງ 18,5% ຈາກ​ເດືອນ​ດຽວ​ກັນ​ຂອງ​ປີ​ກ່ອນ ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ​ປີ 2009 ​ແລະ ຫຼຸດ​ລົງ​ຕິດ​ຕໍ່​ກັນ​ເປັນ​ເດືອນ​ທີ 13 ​ແລ້​ວ ທາງ​ການລະ ບຸ​ຕື່ມວ່າ ​ສາຍ​ເຫດ​ເກີດ​ມາ​ຈາກ​ຫຼາຍ​ປັດ​ໃຈ​ເຊັ່ນ: ​ເສດຖະກິດ​ໃຫຍ່​ຫົດ​ຕົວ​ໂດຍ​ສະ​ເພາະ​ສປ ຈີນ ຊຶ່ງ​ເປັນ​ຄູ່​ຄ້າ​ໃຫຍ່​ສຸດ​ຂອງ ສ ​ເກົາຫຼີ ແລະ ນຳ​ເຂົ້າ​ສິນຄ້າ​ຈາກ ສ ​ເກົາຫຼີ​ຫຼາ​ຍ​ເຖິງ 1 ​ໃນ 4 ນອກຈາກ​ນີ້ ຍັງ​ເປັນ​ຜົນ​ມາ​ຈາກ​ລາຄາ​ນ້ຳມັນ​ໂລກ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ກະທົບ​ຕໍ່​ຜະລິດ​ຕະພັນ​ປີ​ໂຕ​ລຽມຊຶ່ງ​ເປັນ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ປະ​ເທດ.

ການ​ສົ່ງອອກ​ຂອງ ສ ​ເກົາຫຼີ​ຫຼຸດ​ລົງ​ຕໍ່​ເນື່ອງ​ທຸກໆ​ເດືອນ​ຕະຫຼອດ​ປີ 2015 ​ໂດຍ​ຂະຫຍາຍຕົວ​ຫຼຸດ​ລົງ 8% ​ເປັນ​ການ​ຂະຫຍາຍຕົວ​ລາຍ​ປີ​ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 2012 ​ແລະ ຫົດ​ຕົວ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 3 ປີ ສ່ວນ​ເສດຖະກິດ​ທັງ​ປີ​ຂະຫຍາຍຕົວ 2,6% ຕໍ່າ​ກວ່າ​ຄາດ​ຄະ​ເນ​ວ່າ​ຈະ​ຂະຫຍາຍຕົວ 2,7% (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...