spot_img
Homeຂ່າວຕ່າງປະເທດຫຼາຍບໍລິສັດອາຊຽນ ເຂົ້າໄປລົງທຶນຢູ່ ຫວຽດນາມ

ຫຼາຍບໍລິສັດອາຊຽນ ເຂົ້າໄປລົງທຶນຢູ່ ຫວຽດນາມ

Published on

     ການ​ດຳ​ເນີນ​ນະ​ໂຍບາຍ​ຕ່າງປະ​ເທດ​ໃນ​ດ້ານ​ການຄ້າ​ຂອງ​ລັດຖະບານ​ສສ ຫວຽດນາມ​ເຮັດ​ໃຫ້​ກາຍ​ເປັນປະ​ເທດ​ທີ່​ໜ້າ​ສົນ​ໃຈ​ສຳລັບ​ບໍລິສັດ​ໃນ​ອາ​ຊຽນ​ເຊັ່ນ: ບໍລິສັດ​ສິງກະ​ໂປ, ມາ​ເລ​ເຊຍ, ​ໄທ ​ແລະສ ​ເກົາຫຼີ, ຍີ່ປຸ່ນ​ເຂົ້າ​ໄປ​ລົງທຶນ​ໃນ​ຕະຫຼາດ​ຫວຽດນາມ​ບໍ່​ຂາດ.

     ໜັງສືພິມ​ຫວຽດນາມ​ນິວລາຍ​ງານ​ໂດຍ​ອ້າງ​ຂໍ້​ມູນ​ສຳນັກງານ​ລົງທຶນ​ຈາກ​ຕ່າງປະ​ເທດ​ຂອງ​ລັດຖະບານ​ວ່າ ກະ​ແສ​ການ​ເຂົ້າ​ມາ​ລົງທຶນ​ໃນ​ຫວຽດນາມ​ຄຶ​ກຄັກ​ຕໍ່​ເນື່ອງ​ມາ​ຈາກ​ປີ​ທີ່​ຜ່ານ​ມາ ​ໂດຍ​ຄາດ​ວ່າ​ປີ​ນີ້ ບໍລິສັດ​ຈາກ​ສປ ຈີນ​ຕ້ອງ​ເຂົ້າ​ມາ​ລົງທຶນ​ເພື່ອຫວັງ​ຂາຍ​ຕະຫຼາດ​ອາ​ເມ​ລິ​ກາ. ຊຶ່ງບໍລິສັດຫຼ້າ​ສຸດ​ທີ່​ເຂົ້າ​ໄປ​ລົງທຶນຢູ່ຫວຽດນາມ​ທີ່​ມີ​ການ​ປະ ກາດຄື ສາຍ​ການບິນ​ອອລນິ​ປປອນ​ແອ​ເວ​ຂອງ​ຍີ່ປຸ່ນ​ທີ່​ເຂົ້າ​ໄປ​ຊື້​ຮຸ້ນ​ບໍລິ​ສັດ​ຫວຽດນາມ​ແອ​ລາຍ​ຈຳນວນ 8,8%, ກ່ອນ​ໜ້າ​ນັ້ນ​ບໍລິສັດ​ເມ​ເປິ​ລຂອງ​ສິງກະ​ໂປ​ໄດ້​ອະນຸມັດ​ສ້າງ​ໂຮງງານ​ເສື້ອ​ຜ້າ​ສຳ​ເລັດ​ຮູບ​ມູນ​ຄ່າ​ 110 ລ້ານ​ໂດ​ລາ​ສະຫະລັດ​ທີ່​ນິຄົມ​ອຸດສາຫະກຳ​ຫວຽດນາມ-​ສິງກະ​ໂປ​ໂດຍ​ມີ​ກຳລັງ​ການ​ຜະລິດ 22 ລ້ານ​ຜື່ນຕໍ່​ປີ ​ໂຮງງານ​ຈະ​ເປີດ​ດຳ​ເນີນ​ການ​ໃນ​ປີ 2018, ດ້ານ​ມາ​ເລ​ເຊຍ​ມີ​ບໍລິສັດ ຢູ​ໄນ​ເຕັດ​ມໍ​ໄດ້​ຮັບ​ອະນຸມັດ​ລົງທຶນ 21 ລ້ານ​ໂດ​ລາ​ໃນ​ການ​ເຮັດ​ຂອບ ​ແລະ ​ແຜ່ນພະ​ລາ​ສະຕິ​ກຂອບ​ໜ້າ​ຈໍ​ໂທລະພາບ ​ແລະຄ້າຍ​ບໍລິສັດ​ເບຍ​ສິງ​ຂອງ​ໄທ​ລົງທຶນ​ກວ່າ 1 ຕື້​ໂດ​ລາ​ໃນ​ຫວຽດນາມ, ຊຶ່ງ​ການ​ລົງທຶນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ຫວຽດນາມ​ຄຶກຄັກ​ໃນ​ເດືອນ​ມັງກອນ​ປີ​ນີ້​ເປັນ​ຜົນ​ມາ​ຈາກ​ການ​ລົງທຶນ​ຂອງ​ບໍລິສັດ​ຊຳ​ຊຸງ ​ແລະແອ​ລຈີ​ຈາກ​ສ ​ເກົາຫຼີ​ທີ່​ຍ້າຍ​ສະຖານ​ທີ່​ການ​ຜະລິດ​ມາ​ຍັງ​ຫວຽດນາມ​.

ຕົວ​ເລກ​ຂອງ​ທາງ​ການ​ຫວຽດນາມ​ລະບຸ​ວ່າ ຂະນະ​ນີ້​ເສດຖະກິດ​ຫວຽດນາມ​ພົວພັນກັບ​ເສດຖະກິດ 55 ປະ​ເທດ​ລະດັບ​ໂລກ​ເຮັດ​​ໃຫ້​ມີ​ການ​ຫຼຸດ​ພາສີ​ຊຶ່ງ​ກັນ ​ແລະ ກັນ​ເຫຼືອ 0% ​ໃນ​ປະລິມານ 90%ຂອງ​ຈຳນວນ​ສິນຄ້າ​ທັງ​ໝົດ ​ໃນ​ປີ​ທີ່​ຜ່ານ​ມາມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ລວມ 23 ຕື້​ໂດ​ລາ ​ແລະຄາດ​ຄະ​ເນ​ວ່າ​ປີ​ນີ້​ການ​ລົງທຶນ​ອາດ​ຈະ​ເພີ່ມ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)