spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວ10 ໂຈນສະລັດ ຍິງ ທີ່ມີຊື່ສຽງໃນປະຫວັດສາດ!!!

10 ໂຈນສະລັດ ຍິງ ທີ່ມີຊື່ສຽງໃນປະຫວັດສາດ!!!

Published on

10 ໂຈນສະລັດ ຍິງ ທີ່ມີຊື່ສຽງໂດງດັງໃນປະຫວັດສາດ.
ເມື່ອເວົ້າເຖິງ“ໂຈນສະລັດ” ເຮົາຕ້ອງນຶກເຫັນພາບໂຈນສະລັດຜູ້ຊາຍທີ່ມີຜົມຍາວໆ, ໜວດຍາວ ໃສ່ໝວກໃບໃຫຍ່ ກັນໃນສ່ວນໃຫຍ່ ແຕ່ວ່າ…ໂຈນສະລັດທີ່ເປັນຜູ້ຍິງກາມີຄືກັນເດີ່ພີ່ນ້ອງ!!!
ມື້ນີ້ເຮົາຈະມາເບິ່ງກັນວ່າ ໂຈນສະລັດຍິງທີ່ໂດ່ງດັງໃນປະຫວັດສາດຈະມີໃຜແນ່!!! ຈະເປັນຄົນທີ່ເຈົ້າຮູ້ຈັກຊື່ຫຼືບໍ່ ນໍ້…
ກ່ອນອື່ນຂໍຂອບໃຈທີ່ມາ http://www.wonderslist.comhttps://www.google.com/url?
10. Sadie the Goat ໂຈນສະລັດຍິງໃນແມ່ນ້ຳອາເມຣິກາ ໃນຊ່ວງສັດຕະວັດທີ່ 19 ນາງມີສາຍາວ່າ “ແພະ”ເພາະນິໄສທີ່ມັກເອົາຫົວຕຳກັບຝ່າຍສັດຕູຂອງນາງ.
E921D024-847D-434D-9851-DA4C03BC9299
9. Queen Teuta of Illyia ຜູ້ປົກຄອງຂອງຊົນເຜົ່າ Ardiaei ໃນສັດຕະວັດທີ່ 3 ລາຊີນີໂຈນສະລັດທີ່ໂຈມຕີເຮືອຂອງເຢຍລະມັນ ແລະ ກຣີກ.

tumblr_nr4m5mjGmu1rfj3c9o1_500
8. Grace O’Malley ນາງເກີດໃນກອງໂຈນສະລັດທີ່ໄອຣ໌ແລນ໌ ແລະ ນາງກໍ່ໄດ້ກາຍເປັນທີ່ປວດຫົວໃຫ້ກັບກອງທັບເຮືອອັງກິດໃນປີ 1574 ນາງຖືກຈັບ ແລະ ຄຸມຂັງເປັນເວລາ 18 ເດືອນ ແຕ່ພະລາຊີນີອາລິຊເບສກໍ່ຄືນກອງເຮືອໃຫ້ກັບນາງໃນທີ່ສຸດ.

grace-o-malley-pirate-queen-ireland-depiction
7. Jacquotte Delahaye ໂຈນສະລັດຍິງໃນສັດຕະວັດທີ່ 17 ນາງໄດ້ກາຍເປັນໂຈນສະລັດຫຼັງຈາກອ້າຍຂອງລາວພິການ ແລະ ແມ່ຂອງນາງເສຍຊີວິດ ນາງໄດ້ຮັບສາຍາວ່າ “ຄວາມຕາຍສີແດງ”.
e8d4000000000000
6.Rachel wall ຜູ້ຍິງ ອາເມຣິກາຄົນທຳອິດທີ່ເປັນໂຈນສະລັດ ແລະ ເປັນຄົນສຸດທ້າຍທີ່ຖືກປະຫານໂດຍການແຂວນຄໍໃນ ແມສຊູເຊດ.
rachel_wall_by_mackrafty
5. Sayyida al-Hurra ໂຈນສະລັດທີ່ມີກຽດ ແລະ ຊື່ສຽງນາງເປັນໂຈນສະລັດທີ່ມາແກ້ແຄ້ນກັບຜູ້ນຳທາງສາສະໜາ ແລະ ໄດ້ແເຕ່ງງານກັບກະສັດຂອງມໍຣ໊ອກໂກ.
images
4. Jeanne de Clisson ໂຈນສະລັດທີ່ແກ້ແຄ້ນເຈົ້າຊາຍຟີລິບທີ່ 6 ແຫ່ງຝຣັ່ງເສດ ຫຼັງຈາກສາມີຂອງນາງຖືກປະຫານໃນຂໍ້ຫາກະບົດ.
jeannedeclisson5
3.Mary Read ໂຈນສະລັດສາວທີ່ມີຄວາມສາມາດໃນການປອມຕົວເປັນຊາຍ ນາງປອມຕົວເຂົ້າໄປຮ່ວມກັບກອງທະຫານອັງກິດ ແລະ ຫຼົງຮັກນາຍທະຫານຢູ່ນັ້ນ.
images-2

2. Anne bonny ລູກສາວຂອງທະນາຍຄວາມຊາວໄອຣິຊ ນາງໄດ້ແຕ່ງງານກັບໂຈນສະລັດທີ່ມີຊື່ສຽງ ແລະ ໄດ້ກາຍເປັນສ່ວນໜຶ່ງຂອງລູກເຮືອຕໍ່ມາລູກເຮືອຂອງນາງຖືກກອງທັບອັງກິດຈັບໄດ້ ແຕ່ນາງໄດ້ຖືກຍົກເວັ້ນເພາະນາງຖືພານັ້ນເອງ.
images-3

1. Ching Shih ໂຈນສະລັດຍິງຊາວຈີນທີ່ແຕ່ກ່ອນເປັນໂສເພນີແຕ່ຖືກຈັບໂຕມາໂດຍໂຈນສະລັດໃນປີ 1801 ແລະ ໄດ້ແຕ່ງງານກັບ ກັບຕັນເຮືອ ນາງໄດ້ຮັບສາຍາວ່າ“ທຸງແດງ”ໃນຕອນໂຈມຕີອັງກິດ ແລະ ຈີນຫຼັງຈາກນັ້ນສາມີນາງໄດ້ຕາຍ.
images-4

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...