spot_img
Homeຂ່າວຕ່າງປະເທດອິນ​ເດຍ​ເຜີຍ​ລາຍ​ຊື່ 20 ​ເມືອງ​ອັດສະລິຍະ

ອິນ​ເດຍ​ເຜີຍ​ລາຍ​ຊື່ 20 ​ເມືອງ​ອັດສະລິຍະ

Published on

    ລັດຖະບານ​ອິນ​ເດຍ​ເປີດ​ເຜີຍ​ລາຍ​ຊື່ 20 ​ເມືອງ ທີ່​ຈະ​ພັດທະນາ​ໃຫ້​ເປັນ​ເມືອງ​ອັດສະລິຍະມີ​ລະບົບ​ສາທາລະ​ນູປະ​ໂພ​ກຄົບ​ຖ້ວນ ​ແລະ ທັນ​ສະ​ໄໝ ທຽບເທົ່​າກັບ​ຕົວ​ເມືອ​ງ​ໃນ​ເອີຣົບ.

    ສຳນັກ​ຂ່າ​ວຣອຍ​ເຕີ​ລາຍ​ງານ​ຈາກ​ນະຄອນຫຼວງ​ນິວ​ເດ​ລີຂອງ​ອິນ​ເດຍ​ໃນ​ທ້າ​ຍອາທິດ​ທີ່​ຜ່ານ​ມາ​ວ່າ ທາງ​ການ​ອິນ​ເດຍ​ເປີດ​ເຜີຍ​ລາຍ​ຊື່ 20 ​ເມືອງ​ຂອງ​ປະ​ເທດ​ທີ່​ຈະ​ມີ​ລະບົບ​ໄຟຟ້າ, ນ້ຳ​ປະປາ, ອະນາ​​ໄມ ​ແລະ ການ​ຂົນສົ່ງ​ສາທາລະນະ​ທີ່​ທັນ​ສະ​ໄໝ ​ໃນ​ໂຄງການ​ປັບປຸງມີ​ມູນ​ຄ່າ 7,5 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ປ່ຽນ​​ແປງ​ໃຫ້​ກາຍ​ເປັນ​ເມືອງ​ອັດສະລິຍະ ມີ​ມາດ​ຕະຖານ​ການ​ດຳລົງ​ຊີວິດ​ທຽບ​ເທົ່າ​ກັບ​ເອີຣົບ, ຊຶ່ງ​ທ່ານ ນະ​ເຣນທຣາ ​ໂມ​ດີ ນາຍົກລັດຖະ ມົນຕີຂອງອິນ​ເດຍປະກາດ​ຈະ​ສ້າ​ງ​ເມືອງ​ອັດສະລິຍະ​ໃໝ່​ໃຫ້​ໄດ້ 100 ​ເມືອງ​ທົ່ວ​ປະ​ເທດ​ພາຍ​ໃນ​ປີ 2022 ​ໂດຍ​ການ​ບໍລິຫານ​ປົກຄອງ​ເມືອງ​ເຫຼົ່າ​ນີ້ ຈະ​ເຊື່ອມ​ຕໍ່​ເຖິງ​ກັນ​ດ້ວຍ​ລະບົບ​ອິນ​ເຕີ​ເນັດ, ມີ​ສາທາລະ​ນູປະ​ໂພ​ກ​ໄດ້​ມາດຕະຖານ​ເຊັ່ນ​ການ​ບໍລິຫານ​ຈັດການ​ຂີ້​ເຫຍື້ອ ​ແລະ ລະບົບ​ການ​ຂົ່ນສົ່ງ​ສາທາລະນະ​ທີ່​ມີ​ປະສິດທິພາບ, ຊຶ່ງ​ແຜນການ​ຂອງ​ລັດຖະບານ​ຍັງ​ລວມ​ເຖິງ ການ​ກະ​ຕຸ້ນ​ການ​ລົງທຶນ ​ແລະ ສ້າງ​ວຽກ​ເຮັດ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ລ້ານ​ຄົນ.

ທ່ານ ​ເວນ​ໂຄ​ອາ ​ໄນ​ດູ ລັດຖະມົນຕີ​ວ່າການ​ກະຊວງ​ພັດທະນາ​ຊຸມ​ຊົນ​ເມືອງ​ອິນ​ເດຍປະກາດ​ລາຍ​ຊື່ 20 ​ເມືອງ​ທີ່​ເປັນ​ເປົ້າ​ໝາຍ​ປ່ຽນ​​ແປງ​ໃນ​ຈຳນວນ​ນີ້​ລວມມີ​ເມືອງ​ເຈນ​ໄນທາງ​ພາກ​ໃຕ້ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ນ້ຳ​ຖ້ວມ ​ແລະ ບາງ​ສ່ວນ​ຂອງນະຄອນຫຼວງ​ນິວ​ເດ​ລີ ສ່ວນ​ເມືອງ​ອື່ນໆ​ເປັນ​ຈຸດໝາຍ​ຂອງ​ນັກ​ທ່ອງ​ທ່ຽວ​ເຊັ່ນ​ເມືອງ​ໄຊ​ຍະ​ປຸຣະ, ​ເມືອງ​ອຸ​ໄທ​ປຸຣະ ​ແລະ ​ເມືອງ​ພູບາ​ເນ​ສະ​ວາ​ທາງ​ພາກ​ຕາ​ເວັນ​ອອກ ຊຶ່ງ​ຈະ​ມີ​ປະຊາ​ຊົນ​ປະມານ 35 ລ້ານ​ຄົນ​ອາ​ໄສ​ຢູ່​ໃນ 20 ​ເມືອງ​ຂອງ​ອິນ​ເດຍທີ່​ລັດຖະບານ​ຈະ​ປ່ຽນ​ແປງ​ໃຫ້​ເປັນ​ເມືອງ​ອັດສະລິຍະ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...