ລັດຖະບານ ປະດັບຫຼຽນແກ່ບຸກຄົນ-ກົມກອງ ທີ່ສ້າງຜົນງານ ໃນຊີເກມ ຄັ້ງທີ 28

ກະຊວງ​ສຶກສາ​ທິການ ​ແລະ ກິລາ ຕາງໜ້າ​ໃຫ້​ລັດຖະບານ ສປປ ລາວ ປະດັບ​ຫຼຽນກາ​ແຮງ​ງານ ​ແລະ ມອບ​ໃບ​ຍ້ອງຍໍ ​ໃຫ້​ກົມ​ກອງ​ລວມໝູ່, ຄະນະ​ນຳ, ກຳມະການ, ຄູ​ເຝິກ ​ແລະ ນັກ​ກິລາ​ທີ​ມຊາດ​ລາວ ທີ່​ສ້າງ​ຜົນງານ​ຄວ້າ 4 ຫຼຽນ​ເງິນ ​ແລະ 25 ຫຼຽນທອງ ​​ໃນ​ການ​ເຂົ້າຮ່ວມ​ງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 28 ທີ່​ປະ​ເທດ​ສິງກະ​ໂປ ​​ເມື່ອ​ກາງ​ປີ 2015 ຜ່ານ​ມາ, ​ເຊິ່ງຜົນງານ​ດັ່ງກ່າວ ຖື​ເປັນ​ການ​ສ້າງ​ຊື່ສຽງ ​ແລະ ກຽດສັກ​ສີ​ໃຫ້​ກັບປະ​ເທດ​ຊາດ​ໃນ​ເວທີ​ພາກພື້ນ ​ແລະ ສາ​ກົນ.

ພິທີ​ປະດັບ​ຫຼຽນ​ກາ​​ແຮງ​ງານ ​ແລະ ຍ້ອງຍໍ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 28 ມັງກອນ ຜ່ານ​ມາ ທີ່​ໂຮງ​ແຮມ​ລ້ານ​ຊ້າງ ນະຄອນຫຼວງວຽງຈັນ, ​ໂດຍ​ໃຫ້ກຽດ​ເຂົ້າຮ່ວມ ​ແລະ ປະດັບ​ຫຼຽນຂອງ ທ່ານ ບົວ​ລານ ສິລິ​ປັນຍາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທ່ານ ສົມ​ພູ ພົງສາ ຜູ້​ຊ່ວຍລັດຖະມົນຕີ ກະຊວງ ສສກ, ທັງ​ເປັນ​ຮອງ​ປະທານ ​ແລະ ​ເລຂາທິການ​ຄະນະ​ກຳມະການ​ໂອ​ແລມປິກ​ແຫ່ງ​ຊາດ​ລາວ ​ແລະ ທ່ານ ​ແສງ​ພອນ ພົນ​ອາມາດ ຫົວໜ້າກົມ​ກິລາ​ລະດັບ​ສູງ ກະຊວງ ສສກ, ພ້ອມ​ດ້ວຍບັນດາ​ຫົວໜ້າກົມ-ຮອງ​ກົມ​ທີ່​ກ່ຽວຂ້ອງ, ຄູ​ເຝິກ​ ​ແລະ ນັກ​ກິລາ ເຂົ້າຮ່ວມ.

​ໂອກາດ​ນີ້, ທ່ານ ສິງ​ຄຳ ນາ​ລິນ ຮອງ​ຫົວໜ້າກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທັງ​ເປັນ​ຫົວໜ້າຄະນະ​ນັກ​ກິລາ​ເຂົ້າຮ່ວມ​ຊີ​ເກ​ມ ຄັ້ງທີ 28 ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ສຳລັບການ​ເຂົ້າ ຮ່ວມ​ງານ​ກິລາ​ຊີ​ເກ​ມ ຄັ້ງທີ 28 ທີ່​ປະ​ເທດ​ສິງກະ​ໂປ ​​ເມື່ອ​ກາງ​ປີ 2015 ຜ່ານ​ມາ, ສປປ ລາວ ສົ່ງຄະນະນຳ, ຄູເຝິກແລະ ນັກກິລາເຂົ້າຮ່ວມທັງໝົດ 318 ຄົນ (ຄູເຝິກ 97 ຄົນ ແລະ ນັກກິລາ 183 ຄົນ) ໃນ 20 ປະເພດກິລາຄື: ເປ​ຕັງ, ​ເທ​ຄວັນ​ໂດ, ວູ​ຊູ, ຢູ​ໂດ, ກະຕໍ້, ບິນ​ລຽດ-ສະນຸກ​ເກີ້, ລົດຖີບ, ຍິງ​ທະນູ, ມວຍ​ສາກົນ, ປັນ​ຈັກ​ສີ​ລັດ, ​ແລ່ນ-ລານ, ລອຍ​ນ້ຳ, ​ເຕະບານ, ດອກ​ປີກ​ໄກ່, ​ເທັນ​ນິສ, ຍິງ​ປືນ, ປິ່ງ​ປ່ອງ, ກ໊ອຟ, ຣັກບີ້ ​ແລະ ຟັນດາບ ​ພ້ອມ​ຕັ້ງ​ເປົ້າຈະ​ສູ້​ຊົນ​ຍາດ​ໃຫ້​ໄດ້​ຢ່າງ​ໜ້ອຍ 5 ຫຼຽນຄຳ. ​ແຕ່​ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ຜົນ​ປາກົດ​ວ່າ ທັບ​ນັກ​ກິລາ​ລາວ​ເຮົາ​ຍາດ​ມາ​ໄດ້​ພຽງ​ແຕ່ 4 ຫຼຽນ​ເງິນ ​ແລະ 25 ຫຼຽນທອງ ລວມ 29 ຫຼຽນ ຈັດ​ຢູ່​ອັນ​ດັບທີ 9 ຂອງ​ຕາຕະລາງ ຈາກ 11 ປະ​ເທດ​ເຂົ້າຮ່ວມ​ແຂ່ງຂັນ ຕ່ຳ​ກວ່າ​ເປົ້າໝາຍທີ່​ຕັ້ງ​ໄວ້. ​

ຕໍ່ກັບ​ຜົນງານ​ດັ່ງກ່າວ, ກະຊວງ ສສກ ຈຶ່ງ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ປະດັບ​ຫຼຽນກາ​ແຮງ​ງານ ຈຳນວນ 97 ໜ່ວຍ, ມີ 88 ຄົນ ​ແລະ 9 ກົມ​ກອງ ພ້ອມ​ກັບມອບ​ໃບ​ຍ້ອງຍໍ​ຂັ້ນກະຊວງ ຈຳນວນ 219 ​ໃບ, ມີ 198 ຄົນ​ ​ແລະ 11 ກົມກອງ ​ໃຫ້​ກົມ​ກອງ​ລວມໝູ່, ຄະນະ​ນຳ, ກຳມະການ, ຄູ​ເຝິກ ​ແລະ ນັກ​ກິລາ​ທີ​ມຊາດ​ລາວ ທີ່​ມີ​ຜົນງານ, ຄຸນ​ງາມຄວາມ​ດີ​ໃນ​ການ​ຊີ້ນຳ-ນຳພາ ​ແລະ ​ເຝິກຊ້ອມ​ນັກ​ກິລາ​ເຂົ້າຮ່ວມ ງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ 28 ທີ່​ປະ​ເທດ​ສິງກະ​​ໂປ.

ໃນ​ໂອກາດ​ດຽວກັນ, ຍັງ​ໄດ້​ປະດັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 9 ທ່ານ ​ແລະ 4 ກົມ​ກອງ;   ປະດັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ III ​ຈຳນວນ 9 ທ່ານ; ປະດັບຫຼຽນກາ​ແຮງ​ງານ ຈຳນວນ 18 ທ່ານ ​ແລະ ມອບ​ໃບ​ຍ້ອງຍໍ​ຂັ້ນກະຊວງ ຈຳນວນ 19 ທ່ານ ທີ່​ມີ​ຜົນງານ​ດີ​ເດັ່ນ​ປະກອບ​ສ່ວນ​ເຂົ້າຮ່ວມ​ການ​ແຂ່ງຂັນ​ກິລາ​ອາຊຽນຫາດ​ຊາຍ ຄັ້ງທີ 4 ປີ 2014 ທີ່​ແຂວງ​ພູ​ເກັດ ປະ​ເທດ​ໄທ ​ໃນ​ລະຫວ່າງ​ວັນ​ທີ 14-23 ພະຈິກ 2014, ​ເຊິ່ງສາມາດ​ຍາດ​ມາ​ໄດ້ 2 ຫຼຽນຄຳ, 2 ຫຼຽນ​ເງິນ ​ແລະ 8 ຫຼຽນທອງ.

Seagame1

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ