ທະນູລາວ ຄວ້າ 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນກິລາຍິງທະນູຊີງແຊ້ມ ອາຊຽນ ທີ່ມຽນມາ

ທັບ​ນັກ​ກິລາ​ຍິງ​ທະນູ​ທີ​ມຊາດ​ລາວ ຊຸດ​ກຽມ​​ເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງ​ທີ 29 ທີ່​ປະ​ເທດ​ມາ​ເລ​ເຊຍ ​ເປັນ​ເຈົ້າພາບ ​ໃນ​ປີ 2017 ສາມາດຍາດ​ໄດ້​ 1 ຫຼຽນ​ເງິນ ​ແລະ 1 ຫຼຽນ​ທອງ ​ໃນ​ການ​ແຂ່ງຂັນກິລາ​ຍິງທະນູ ​ຊີງ​ແຊ້ມ ອາ​ຊຽນ ຄັ້ງ​ທີ 5 ທີ່​ສະຫະພາບ​ມຽນມາ ຮັບ​ກຽດ​ເປັນ​ເຈົ້າພາບ ​ໃນ​ລະຫວ່າງ​ວັນ​ທີ 25-27 ມັງກອນ 2016.

ອີງ​ຕາມ​ການລາຍງານ​ຂອງ ​ທ່ານ ອາ​ເລັ່ງ ​ໄຊ​ແສນ​ສຸກ ຄູ​ເຝິກ​ກິລາຍິງ​ທະນູ​ທີ​ມຊາດ​ລາວ ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມັງກອນ ຜ່ານ​ມາ ​ໃຫ້​ຮູ້​ວ່າ: ​ສຳລັບ​ການ​ເຂົ້າ​ຮ່ວມການແຂ່ງຂັນກິລາ​ຍິງ​ທະນູ ຊີງ​ແຊ້ມ ອາ​ຊຽນ ຄັ້ງ​ທີ 5 ທີ່​ສະຫະພາບ​ມຽນມາ ຮັບ​ກຽດ​ເປັນ​ເຈົ້າພາບ ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ ດ້ວຍ​ຜົນງານ​ຂອງ​ທັບ​ນັກ​ກິລາ​ຍິງ​ທະນູ​ລາວ ທີ່​ສົ່ງ​ເຂົ້າ​ຮ່ວມ​ແຂ່ງຂັນ 6 ຄົນ, ຍິງ 3 ຄົນ ສາມາດຍາດ​ໄດ້​ພຽງ 1 ຫຼຽນ​ເງິນ ຈາກ​ປະ​ເພດ​ທີ​ມຊາຍ ລາຍການ ​ທະນູ​ຄອມ​ປາວ ຫຼັງເສຍ​ໃຫ້​ນັກ​ກິລາ ຈາກ ສສ ຫວຽດນາມ ສ່ວນ​ຫຼຽນ​ທອງ ຕົກ​ເປັນ​ຂອງ​ເຈົ້າພາບ ມຽນມາ. ນັກ​ກິລາ ​ປະ​ເພດ​ທີ​ມຍິງ ລາຍການ​ທະນູຣີ​ເຄີບ ກໍ່​ຍາດ​ໄດ້ 1 ຫຼຽນ​ທອງ, ສ່ວນ​ຫຼຽນ​ຄຳ ​ແມ່ນ​ນັກ​ກິລາ ສສ ຫວຽດນາມ ​ແລະ ຫຼຽນ​ເງິນ​ແມ່ນ​ນັກ​ກິລາ​ເຈົ້າພາບ.

ໃນ​ການແຂ່ງຂັນກິລາ​ຍິງທະນູ ​ຊີງ​ແຊ້ມ ອາ​ຊຽນ ຄັ້ງ​ທີ 5 ທີ່​ສະຫະພາບ​ມຽນມາ ​ແມ່ນ​ມີ 5 ປະ​ເທດ​ເຂົ້າ​ຮ່ວມ ປະກອບ​ມີ ລາວ, ​ໄທ, ຫວຽດນາມ, ສິງກະ​ໂປ ​ແລະ ມຽນມາ ​ເຈົ້າພາບ ສະ​ເພາະນັກ​ກິລາ​ລາວ ​ແມ່ນ​ໄດ້​ສົ່ງນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົ​ດ 6 ຄົນ ປະກອບ​ມີ ທ້າວ ທະນົງລິດ ສິລິຜົນ, ທ້າວ ດາລິຍະ, ທ້າວ ຄໍາຫວານ ວັນລີວົງ, ນາງ ກາລະດ້າ, ນາງ ເຈນ ກະໂບກສີ ​ແລະ ນາງ ປິ່ນມຸກ ແສນບຸດຕະລາດ, ​ໃນ​ 4 ລາຍການ ຄື: ປະເພດດຽ່ວຍິງ ແລະ ທີມຍິງ, ປະ​ເພດດຽ່ວຊາຍ ແລະ ທີມຊາຍ ຈາກປະ​ເພດ​ທະນູ ຣີເຄີບ ​ແລະ ​ຄອມ​ປາວ.

thanuu

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ