spot_img
Homeຂ່າວການພັດທະນາເທສະການອາຫານລາວປີນີ້ ມີຫຼາຍຢ່າງໃຫ້ຊົມ-ຊີມ ເປີດແຕ່ 28-30 ມັງກອນນີ້!

ເທສະການອາຫານລາວປີນີ້ ມີຫຼາຍຢ່າງໃຫ້ຊົມ-ຊີມ ເປີດແຕ່ 28-30 ມັງກອນນີ້!

Published on

ທ​ສະການ​ອາຫານ​ລາວ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ລະຫວ່າງວັນທີ 28-30 ມັງກອນ 2016 ຢູ່ສວນ​ເຈົ້າ​ອະນຸວົງ ນະຄອນຫຼວງວຽງ​ຈັນ ມີ​ທ່ານ ​ດຣ. ນາງ ແກ້ວສາຍໃຈ ໄຊ​ຍະ​ສອນ ພັນ​ລະ​ຍາທ່ານ​ປະທານ​ປະເທດ ປະທານສະມາຄົມ​ແມ່ເຮືອນ​ລາວ ທ່ານນາງ ຄຳ​ເມິງ ວໍລະ​ຈິດ ພັນ​ລະຍາ​ທ່ານ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ທ່ານ ​ດຣ. ນາງ ອິນ​ລາ​ວັນ ແກ້ວບຸນ​ພັນ ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ພ້ອມ​ດ້ວຍ​ຄະນະ​ສະມາຄົມ​ນັກທຸລະກິດ​ແມ່ຍິງລາວ ພັນ​ລະ​ຍາ​ການ​ນຳ ນັກ​ທຸລະ​ກິດ ແລະ ແຂກ​ຖືກ​ເຊີນ​ທັງພາຍ​ໃນ ແລະ ຕ່າງປະເທດ​ເຂົ້າຮ່ວມ.

ເທ​ສະການ​ອາຫານລາວ ຄັ້ງ​ທີ 11 ຈັດ​ຂຶ້ນ​ເພື່ອ​ເປັນການ​ຕອບ​ສະໜອງ​ນະໂຍບາຍຂອງ​ລັດຖະບານ ປະກອບສ່ວນຮອງ​ຮັບ​ໃຫ້​ແກ່​ການ​ເຂົ້າ​ປະຊາຄົມ​ເສດຖະກິດ​ອາ​ຊຽນ (AEC) ແລະ ເພື່ອ​ເປັນ​ການ​ຊົມເຊີຍ​ຜົນສຳເລັດ​ກອງ​ປະຊຸມ​ໃຫຍ່ ຜູ້​ແທນທົ່ວ​ປະເທດ ຄັ້ງ​ທີ X ຂອງ​ພັກ ເທສະການ​ອາຫານ​ລາວ ໄດ້​ຈັດ​ຕັ້ງຂຶ້ນ​ທຸກໆ​ປີ ນັບ​ແຕ່​ປີ 2006 ເປັນຕົ້ນ​ມາ ເຊິ່ງ​ປີ​ນີ້​ເປັນ​ປີ​ທີ 11 ໂດຍຈະ​ດຳເນີນ​ເປັນ​ເວລາ 3 ວັນ ເພື່ອເປີດ​ໂອກາດ​ໃຫ້​ມວນ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ໄດ້​ເຂົ້າ​ຊົມ​ຜະລິດຕະ​ພັນ​ລາວ ແລະ ຊີມ​ອາຫານພື້ນເມືອງ​ແຕ່​ລະ​ທ້ອງຖິ່ນ ນັບ​ແຕ່ເໜືອ​ເຖິງ​ພາກ​ໃຕ້​ຂອງ​ລາວ​ເຮົາ ເຊິ່ງ​ແຕ່​ລະ​ມື້​ຈະ​ເປີດ​ແຕ່​ເວລາ 8:00-22:00 ໂມງ ການ​ຈັດ​ເທສະການ​ອາຫານ​ລາວ ເປັນ​ການສົ່ງເສີມ​ຮີດຄອງ​ປະເພນີ ວັດ​ທະນະ​ທຳ​ອັນ​ດີງາມ​ຂອງ​ຊາດ ທາງດ້ານ​ອາຫານ ແລະ ການ​ນຸ່ງ​ຖື ເປັນ​ການ​ສ້າງ​ໂອກາດ​ໃຫ້​ແມ່ຍິງ ຜູ້​ປະກອບ​ການ​ໃນ​ຂະແໜງການປຸງ​ແຕ່ງອາຫານ​ຢູ່​ທ້ອງຖິ່ນ​ທົ່ວ​ປະເທດ ​ໄດ້​ເຂົ້າ​ມາ​ຮ່ວມ​ວາງສະແດງ ແລະ ຂາຍ​ຜະລິດ​ຕະ​ພັນ​ຂອງ​ຕົນ ສ້າງ​ໂອກາດ​ໃຫ້​ແມ່ຍິງ​ໄດ້​ສະແດງ​ຄວາມ​ສາມາດ​ບົ່ມ​ຊ້ອນ ຫົວຄິດ​ປະດິດ​ສ້າງ ແລະ ສະຕິ​ປັນຍາ​ຂອງ​ຕົນ​ໃນ​ຂະແໜງການ​ປຸງແຕ່ງອາຫານ ທັງ​ມີ​ໂອກາດ​ແລກປ່ຽນ​ບົດຮຽນ ປະສົບ​ການ ເພື່ອ​ກຽມພ້ອມ​ໃນ​ການ​ເຊື່ອມ​ໂຍງ ຮອງຮັບ​ນັກ​ທ່ອງ​ທ່ຽວ ແລະ ຜູ້​ບໍ​ລິໂພກ​ໃນ​ບັນດາ​ປະເທດ​ອາ​ຊຽນ ແລະ ທົ່ວ​ໂລກ​ໃຫ້​ຮູ້​ອາຫານລາວ.

ເທ​ສະການ​ອາຫານ​ລາວຄັ້ງ​ນີ້ ມີ​ຮ້ານ​ວາງສະແດງ ແລະ ຂາຍອາຫານ ເຄື່ອງ​ດື່ມ ຢາ​ສະ​ໜູນ​ໄພ ເຄື່ອງ​ຫັດຖະກຳ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ 160 ຮ້ານ ທຽບໃສ່​ປີຜ່ານມາ ເພີ່ມ​ຂຶ້ນ 40 ຮ້ານ ໃນ​ນີ້ 52 ຮ້ານ​ແມ່ນມາ​ຈາກ 10 ແຂວງ 90 ຮ້ານມາ​ຈາກ​ທ້ອງຖິ່ນ ແລະ ເມືອງຕ່າງໆ​ໃນ​ນະຄອນຫຼວງ​ວຽງ​ຈັນ ແລະ 13 ຮ້ານ​ມາ​ຈາກ​ປະເທດສະມາຊິກ​ອາ​ຊຽນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...