spot_img
Homeຂ່າວຕ່າງປະເທດຈີນ ຈະສ້າງໂຮງງານໄຟຟ້ານິວເຄຍລອຍທະເລ

ຈີນ ຈະສ້າງໂຮງງານໄຟຟ້ານິວເຄຍລອຍທະເລ

Published on

     ທ່ານ ສະ​ວີ່ ຕ໋າ​ເຈີ ປະ­ທານ​ສຳ­ນັກ­ງານ​ພະ­ລັງ­ງານ​ລູກ​ສອນ​ໄຟ​ຈີນ​ເປີດ­ເຜີຍ​ວ່າ ສປ ຈີນ​ວາງ​ແຜນ​ກຽມ​ສ້າງ​ໂຮງ­ງານ​ໄຟ­ຟ້າ​ນິວ​ເຄລຍ​ລອຍ​ທະ­ເລ ທ່າມ­ກາງ​ເປົ້າ​ໝາຍ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ທາງ​ນິວ​ເຄລຍ​ເປັນ 2 ເທົ່າ​ພາຍ​ໃນ​ປີ 2020.

      ຕາມຂ່າວຕ່າງ​ປະເທດລາຍງານວ່າ: ທ່ານ ສະ​ວີ່​ຖະ­ແຫຼງ​ເຖິງ​ໂຄງ­ການ​ດັ່ງ­ກ່າວ​ໃນ​ວັນ​ທີ 27 ມັງ­ກອນ​ທີ່​ຜ່ານ​ມາ​ວ່າ ທາງ​ການ​ກຽມ​ສ້າງ​ໂຮງ­ງານ​ໄຟ­ຟ້າ​ລອຍ​ທະ­ເລ ໂດຍ​ຜ່ານ​ການ​ກຽມ​ການ​ທາງ​ວິ­ທະ­ຍາ­ສາດ​ຢ່າງ​ເຂັ້ມ​ງວດ ໂດຍ​ລັດ­ຖະ­ບານ​ຈີນ​ໃຫ້​ຄວາມ​ສຳ­ຄັນ​ຫຼາຍ​ທີ່​ຈະ​ສ້າງ​ໂຮ​ງານ​ໄຟ­ຟ້າ​ໃນ​ທະ­ເລ​ເພື່ອ​ຈະ​ສາ­ມາດ​ໃຊ້​ຊັບ­ພະ­ຍາ­ກອນ​ທາງ​ທະ­ເລ​ໄດ້​ຢ່າງ​ເຕັມ­ທີ່, ຊຶ່ງ​ບໍ­ລິ­ສັດ​ນິວ​ເຄລຍ​ແຫ່ງ​ຊາດ​ຈີນ(ຊີ​ເອັນ​ເອັນ​ຊີ) ແລະບໍ­ລິ­ສັດ​ພະ­ລັງ­ງານ​ນິວ​ເຄລຍ​ໄຊ​ນ່າ​ເຈ​ເນ​ຣັລ(ຊີ​ຈີ​ເອັນ)ຈະ​ເປັນ​ຜູ້​ກໍ່­ສ້າງ​ໂຮງ­ງານ​ໄຟ­ຟ້າ​ນິວ​ເຄລຍ​ລອຍ​ທະ­ເລ 2 ແຫ່ງ ຕາມ​ເປົ້າ​ໝາຍ​ຂອງ​ລັດ­ຖະ­ບານ​ຈີນ​ທີ່​ລະ­ບຸ​ໄວ້​ໃນ​ແຜນ​ໄລ­ຍະ 5 ປີ ສຳ­ລັບ​ປີ 2016Œ2020 ໂດຍ​ຄາດ​ຄະ­ເນ​ວ່າ​ຊີ​ເອັນ​ເອັນ​ຊີ​ຈະ​ເລີ່ມ​ດຳ­ເນີນ​ການ​ໃນ​ປີ 2019 ແລະ ຊີ​ຈີ​ເອັນ​ໃນ​ປີ​ຕໍ່​ໄປ, ບໍ­ລິ­ສັດ​ທັງ​ສອງ​ແຫ່ງ​ຖະ­ແຫຼງ​ເຖິງ​ຜົນ​ປະ­ໂຫຍດ​ຂອງ​ໂຮງ­ງານ​ໄຟ­ຟ້າ​ເທິງ​ທະ­ເລ​ວ່າ ສາ­ມາດ​ສ້າງ​ພະ­ລັງ­ງານ​ສົ່ງ​ເຖິງ​ແທ່ນ​ເຈາະ​ນ້ຳ­ມັນ ແລະແກ໊​ສ​ທຳ​ມະ​ຊາດ​ນອກ​ຝັ່ງ ເສີມ​ສ້າງ​ການ​ພັດ­ທະ­ນາ​ເກາະ ແລະພື້ນ​ທີ່​ຫ່າງ​ໄກ​ຫຼາຍ​ແຫ່ງ.

ຂໍ້ມູນຂອງປະ­ທານສຳ­ນັກ­ງານພະ­ລັງ­ງານລູກສອນໄຟຈີນລະ­ບຸວ່າ ປະ­ຈຸ​ບັນ​ຈນ​ມີ​ໂຮງ­ງານ​ປະ­ຕິ​ກອນ​ນິວ​ເຄລຍ​ທີ່​ເປີດ​ນຳ​ໃຊ້​ແລ້ວ 30 ແຫ່ງ​ສາ­ມາດ​ຜະ­ລິດ​ໄຟ­ຟ້າ​ໄດ້ 28,3 ກິ​ກະ​ວັດ ແລະຢູ່​ລະ­ຫວ່າງ​ກຽມ​ສ້າງ​ໂຮງ­ງານ​ປະ­ຕິ​ກອນ​ເພີ່ມ 24 ແຫ່ງ​ເພື່ອ​ຜະ­ລິດ​ໄຟ­ຟ້າ 26,7 ກິ​ກະ​ວັດ ຊຶ່ງ​ລັດ​ບານ​ຕັ້ງ​ເປົ້າ​ເພີ່ມ​ຄວາມ​ສາ­ມາດ​ການ​ຜະ­ລິດ​ພະ­ລັງ­ງານ​ນິວ​ເຄລຍ​ໃຫ້​ສູງ​ເຖິງ 58 ກິ​ກະ​ວັດ​ພາຍ​ໃນ​ປີ 2020.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...