spot_img
Homeຂ່າວຕ່າງປະເທດເຟດ ບໍ່ຂຶ້ນດອກເບ້ຍ-ຈັບຕາເສດຖະກິດໂລກ

ເຟດ ບໍ່ຂຶ້ນດອກເບ້ຍ-ຈັບຕາເສດຖະກິດໂລກ

Published on

ທະ­ນາ­ຄານກາງອາເມລິກາ (ເຟດ) ສະ­ຫຼຸບ​ຜົນ​ກອງ​ປະ­ຊຸມ 2 ມື້ ໃນ​ວັນ​ທີ 27 ມັງ­ກອນ​ທີ່​ຜ່ານ​ມາ ໂດຍ​ຍັງ​ບໍ່​ຂຶ້ນ​ອັດ­ຕາ​ດອກ​ເບ້ຍ​ມາດ­ຕະ­ຖານ ແລະ ຈະ​ຈັບ​ຕາ​ເບິ່ງ​ເສດ­ຖະ­ກິດ​ໂລກ​ຢ່າງ​ໃກ້​ຊິດ.

ຕາມຂ່າວຕ່າງ​ປະເທດລາຍງານວ່າ ທະ­ນາ­ຄານ​ກາງ​ອາ­ເມ­ລິ­ກາ(ເຟດ)ສະ­ຫຼຸບ​ກອງ​ປະ­ຊຸມ​ທີ່​ດຳ­ເນີນ​ມາ​ເປັນ​ເວ­ລາ 2 ມື້​ໃນ​ວັນ​ທີ 27 ມັງ­ກອນ ໂດຍ​ຍັງ​ຮັກ­ສາ​ອັດ­ຕາ​ດອກ​ເບ້ຍ​ມາດ­ຕະ­ຖານ​ໄວ້​ຢູ່​ທີ່ 0,25%Œ0,5% ຄື­ເກົ່າ ຕາມ​ທີ່​ນັກ​ວິ­ເຄາະ​ຫຼາຍ​ທ່ານ​ຄາດ​ຄະ­ເນ​ເອົາ​ໄວ້, ຊຶ່ງ​ເຟດ​ລະ­ບຸ​ວ່າ ກຳ­ລັງ​ຈັບ​ຕາ​ສະ­ຖາ­ນະ​ການ​ເສດ­ຖະ­ກິດ​ໂລກ​ຢ່າງ​ໃດ້​ຊິດ ຂະ­ນະ​ທີ່​ການ​ເຕີບ​ໂຕ​ທາງ​ເສດ­ຖະ­ກິດ​ຂອງ​ອາ­ເມ­ລິ­ກາ​ຫົດ​ຕົວ​ລົງ​ຈາກ​ການ​ສົ່ງ​ອອກ​ທີ່​ຫຼຸດ​ລົງ​ເພາະ​ເງິນ​ໂດ​ລາ​ສະ­ຫະ­ລັດ​ແຂງ​ຄ່າ​ຂຶ້ນ.

ຖະແຫຼງ​ການຂອງເຟດ​ລະ­ບຸວ່າ ຄະ­ນະ​ກຳ­ມະ­ການ​ນະ­ໂຍ­ບາຍ​ການ​ເງິນ​ກຳ­ລັງ​ຈັບ​ຕາ​ເບິ້ງ​ສະ­ຖາ­ນະ​ການ​ເສດ­ຖະ­ກິດ​ໂລກ ແລະ ພັດ­ທະ­ນາ​ການ​ທາງ​ການ​ເງິນ​ຢ່າງ​ໃກ້­ຊິດ ແລະ ກຳ­ລັງ​ປະ​ເມີນ​ສະ­ຖາ­ນະ​ການ​ຕະ­ຫຼາດ​ແຮງ​ງານ ແລະ ອັດ­ຕາ​ເງິນ​ເຟີ້, ຊຶ່ງ​ເຟດ​ບໍ່​ໄດ້​ສົ່ງ​ສັນ­ຍານ​ວ່າ ຈະ​ເພີ່ມ​ອັດ­ຕາ​ດອກ​ເບ້ຍ​ມາດ­ຕະ­ຖານ​ອີກ​ເທື່ອ​ໜຶ່ງ​ໃນ​ຕອນ​ໃດ ຫຼັງ​ຈາກ​ຂຶ້ນ​ອັດ­ຕາ​ດອກ​ເບ້ຍ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 10 ປີ​ໃນ​ເດືອນ​ທັນ­ວາ​ປີ​ທີ່​ຜ່ານ​ມາ ແຕ່​ເຟດ​ຄາດ​ຫວັງ​ວ່າ ຕະ­ຫຼາດ​ແຮງ​ງນ​ຈະ​ຍັງ​ເຂັ້ມ­ແຂງ ແລະ ອັນ​ດ​ຕາ​ເງິນ​ເຟີ້​ຈະ​ຍັງ​ເພີ່ມ​ຂຶ້ນ​ຕໍ່​ໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...