spot_img
Homeຂ່າວພາຍ​ໃນຊົມເຊີຍ! ເດັກໂອທິສຕິກລາວ ຄວ້າ 1 ຫລຽນຄຳ ແລະ 2 ຫລຽນເງິນ ຈາກການແຂ່ງຂັນກິລາລະດັບອາຊຽນ!

ຊົມເຊີຍ! ເດັກໂອທິສຕິກລາວ ຄວ້າ 1 ຫລຽນຄຳ ແລະ 2 ຫລຽນເງິນ ຈາກການແຂ່ງຂັນກິລາລະດັບອາຊຽນ!

Published on

ຂປລ. ​ໃນ​ວັນ​ທີ 27 ມັງກອນ ນີ້ ທີ່​ນະຄອນຫລວງ​ວຽງຈັນ ​ໄດ້​ຈັດ​ງານ​ຖະ​ແຫລ​ງຂ່າວ ກ່ຽວກັບ​ຜົນສຳ​ເລັດ ​ໃນ​ການ​ແຂ່ງຂັນກິລາ​ ຢູ່ປະ​ເທດຟີ​ລິປິ​ນ ​​ໃນ​ລະຫວ່າງ ວັນ​ທີ 15-17 ມັງກອນ​ ທີ່​ຜ່ານ​ມາ ​​ໂດຍມີນັກ​ກິລາ​ໂອ​ທສິຕິກ ຈາກ​ສປປ ລາວ ​ເຂົ້າ​ຮ່ວມ ​ແລະ ສາມາດ​ຄວ້າຫລຽນ​ລາງວັນ​ໄດ້ 3 ລາງວັນ​ຄື: ທ້າວ ທະວີ​ສຸກ ດວງ​ດາລາ ​ໄດ້​ຮັບ​ຫລຽນຄຳ ຈາກ​ການແຂ່ງຂັນກິລາ​ໂບລິ້ງ. ລຸ້ນອາຍຸຕໍ່າ​ກວ່າ 13 ປີ, ທ້າວ ກິດສະໜາ ​ໄຊ​ຍະ​ວົງ ​ໄດ້​ຮັບ​ຫລຽນ​ເງິນ ຈາກ​ການ​ແຂ່ງຂັນ ກິລາ​ແລ່ນ 50 ​ແມັດ. ລຸ້ນອາຍຸ ຕໍ່າກວ່າ 13 ປີ ​ແລະ ທ້າວ ມາກ​​ແຊນ ວົງ​ໄຊ ​ໄດ້​ຮັບ​ຫລຽນເງິນ ຈາກການແຂ່ງຂັນກິລາ ໂບລິ້ງ. ລຸ້ນອາຍຸ 13 ປີຂຶ້ນໄປ.

ທ່ານນາງ ໂພຄຳ ດວງດາລາ ປະທານສະມາຄົມເພື່ອຄົນໂອ​ທສິຕິກ ໃຫ້ຮູ້ວ່າ: ໃນການແຂ່ງຂັນກິລາມິດຕະ ພາບໂອທິສຊືມອາຊຽນ ເປັນການເປີດໂອກາດ ໃຫ້ເດັກໂອທສິຕິກ ໄດ້ມີສ່ວນຮ່ວມໃນການແຂ່ງຂັນກິລາ ແລະ ສີລະປະ ເພື່ອແລກປ່ຽນວັດທະນາທະນະທຳ ກັບບັນດາເດັກໂອ​ທສິຕິກໃນອາຊຽນນຳກັນ. ນອກຈາກນີ້ ຍັງເປັນການ ສົ່ງເສີມໃຫ້ ເດັກໂອ​ທສິຕິກ ​ໄດ້ມີສ່ວນຮ່ວມໃນທຸກກິດຈະກຳຂອງສັງຄົມ. ການແຂ່ງຂັນຄັ້ງນີ້ ມີນັກ​ກິລາ​ເຂົ້າຮ່ວມ ປະມານ 400 ກວ່າຄົນ ຈາກ 9 ປະເທດໃນ​ອາ​ຊຽນ.

ທ່ານ ນາງ ໂພຄຳ ດວງດາລາ ​ໃຫ້​ຮູ້​ຕື່ມວ່າ ໃນອນາຄົດຈະສົ່ງເສີມນັກກິລາໃຫ້ຫລາຍຂຶ້ນ ທັງ​ນີ້​ ກໍ​ເພື່ອ​ຈະ​ໄດ້ສົ່ງນັກ​ກິລາເຂົ້າຮ່ວມການແຂ່ງຂັນ ​ໃນຫລາຍປະເພດຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...