Homeຂ່າວທ້ອງຖິ່ນແຂວງຫົວພັນ ໄດ້ຮັບເຄື່ອງຊ່ວຍເຫລືອ ບັນເທົາທຸກຕ້ານໄພໜາວ ໃນເບື້ອງຕົ້ນແລ້ວ!

ແຂວງຫົວພັນ ໄດ້ຮັບເຄື່ອງຊ່ວຍເຫລືອ ບັນເທົາທຸກຕ້ານໄພໜາວ ໃນເບື້ອງຕົ້ນແລ້ວ!

Published on

ຂປລ. ແຂວງຫົວພັນໄດ້ຮັບເຄື່ອງຊ່ວຍເຫລືອບັນເທົາທຸກ, ຕ້ານໄພໜາວ ຈາກ​ບັນດາ​ຫ້າງ​ຮ້ານ ​ແລະ ບໍ​ລິ​ສັດ ລວມມູນຄ່າ 56 ລ້ານກວ່າກີບ. ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ມອບເງິນສ່ວນ ຕົວ ຈຳນວນ 10 ລ້ານກີບ, ຮ້ານອາປິງ ຕົວແທນຈຳໜ່າຍ ໂທລະສັບຫົວເວີຍ ມອບຜ້າຫົ່ມ 175 ຜືນ, ໂສ້ງ 400 ຜືນ ລວມມູນຄ່າ 27 ລ້ານກີບ, ທ່ານ ອາໂກ ນັກທຸລະກິດຈີນ ມອບຜ້າຫົ່ມ 300 ຜືນ ມູນຄ່າ 19 ລ້ານກວ່າກີບ.

ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວ ມີຂຶ້ນໃນວັນທີ 26 ມັງກອນນີ້, ໂດຍແມ່ນ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຫົວພັນ ເປັນຜູ້ຮັບ ເຊິ່ງເຄື່ອງຈຳນວນດັ່ງກ່າວ ທີ່ຈະນຳໄປ ມອບໃຫ້ບັນດາ ເມືອງ, ບ້ານ ທີ່ຢູ່ເຂດຫ່າງໄກສອກຫລີກ ທີ່ຖືກ​ຜົນ​ກະທົບ, ປະສົບໄພໜາວດັ່ງກ່າວ. ນອກ​ນັ້ນ ຍັງ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫລືອ ຈາ​ກບຸກຄົນ, ບັນດາຫ້າງ​ຮ້ານ ​ແລະ ບໍລິສັດ ອີກຈຳນວນ​ໜຶ່ງ.

ພ້ອມ ​ດຽວ​ກັນ​ນັ້ນ ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີກາ​ນສັງຄົມ ​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງ ອື່ນໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ກໍ​ໄດ້​ນຳ​ເອົາ​ເຄື່ອງ​ນຸ່ງ​ຫົ່ມ ​ເປັນ​ຕົ້ນ​ເສື້ອ​ກັນ​ໜາວ, ສົ້ງ, ຜ້າພັນ​ຄໍ ​ໄປ​ມອບ​ໃຫ້​ປະຊາຊົນ ທີ່​ປະສົບ​ໄພ​ໜາວ​ເຊັ່ນ​ດຽວ​ກັນ ​ແລະ ຈະ​ສືບ​ຕໍ່​ປຸກລະດົມ ​ໃຫ້ບັນ​ດາ​ບໍລິສັດ ທັງ​ພາກ​ລັດ, ​ເອກະ​ຊົນ, ສຳນັກງານ​-ອົງການ ​ແລະ ຫ້າງ​ຮ້ານຕ່າງໆ ​ໃຫ້​ມີ​ສ່ວນ​ຮ່ວມ​ ໃນ​ການ​ປະກອບສ່ວນ ຊ່ວຍ​ເຫລືອ​ປະຊາ​ຊົນ ຜູ້​ທີ່​ປະສົບໄພ​ໜາວ ​ໃຫ້​ມີ​ຊີ​ວີ​ດ​ເປັນ​ຢູ່ດີ​ຂຶ້ນ.

12647073_468927553311030_164407654952547381_n

12573112_468927543311031_3693465478966370644_n

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...