spot_img
Homeຂ່າວຕ່າງປະເທດອິນ​ເດຍ​ຈະສ້າງ ​ສູນ​ດາວ​ທຽມ ​ຢູ່​ຫວຽດນາມ

ອິນ​ເດຍ​ຈະສ້າງ ​ສູນ​ດາວ​ທຽມ ​ຢູ່​ຫວຽດນາມ

Published on

   ແຫຼ່ງຂ່າວ​ທາງ​ການ​ອິນ​ເດຍ​ເປີດ​ເຜີຍ​ວ່າລັດຖະບານ​ອິນ​ເດຍ​ເລັ່ງສ້າງ​ສູນ​ຂໍ້​ມູນ​ດາວ​ທຽມ​ໃນ​ພາກ​ໃຕ້​ຂອງ​ ສສ ຫວຽດ ນາມ ​ເພື່ອ​ໃຊ້​ສຳ​ຫຼວດຮ່ວມ​ກັບ​ລັດຖະບານ​ຫວຽດນາມ.

    ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ອ້າງ​ແຫຼ​ງຂ່າວ​ເຈົ້າ​ໜ້າ​ທີ່​ອິນ​ເດ​ຍໃນວັນທີ 27 ມັງກອນທີ່ຜ່ານມາວ່າ ລັດຖະ ບານ​ອິນ​ເດຍມີ​ແຜນ​ການ​ທີ່​ຈະ​ຮ່ວມ​ມື​ກັບ​ລັດຖະບານ​ຫວຽດນາມ​ສ້າງ​ສູນ​ຕິດຕາມ ການສຳຫຼວດ ​ແລະ ຈັບ​ພາບ​ຈາກ​ດາວ​ທຽມ​ສຳ​ຫຼວດ​ໂລກ​ຂອງ​ອິນ​ເດຍ​ຢູ່ໃນ​ນະຄອນ​ໂຮ​ຈິ​ມິນ​ທາ​ງພາກ​ໃຕ້​ຂອງ​ຫວຽດນາມ ໂດຍຈະມີມູນຄ່າໃນການກໍ່ ສ້າງປະມານ 23 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຈະ​ເຮັດ​ໃຫ້​ລັດຖະບານ​ຫວຽດນາມ​ສາມາດ​ເຂົ້າ​ເຖິງ​ພາບຖ່າຍ​ພື້ນ​ທີ່​ຕ່າງໆ​ໃນ​ພາກ​ພື້ນໄດ້ຈາກ​ດາວ​ທຽມ 11 ດວງ​ທີ່​ອິນ​ເດຍສົ່ງ​ຂຶ້ນ​ໄປ​ໂຄຈອນ​ຮອບ​ໂລກ.

ຢ່າງໃດກໍຕາມ, ຄວາມສຳພັນຫວຽດນາມ ແລະ ອິນເດຍໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ເຫັນພ້ອມທີ່ຈະບັນລຸເປົ້າໝາຍມູນຄ່າຕ່າງຕອບແທນປີ 2020 ບັນລຸເຖິງ 15 ຕື້ໂດລາ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...