spot_img
Homeຂ່າວຕ່າງປະເທດຈີນ​ອັດ​ສີດ​ເງິນ ​440 ຕື້​ຢວນ​​ສູ່​ຕະຫຼາດ

ຈີນ​ອັດ​ສີດ​ເງິນ ​440 ຕື້​ຢວນ​​ສູ່​ຕະຫຼາດ

Published on

ທະນາຄານ​ກາງ​ສປ ຈີນ ອັດ​ສີ​ດ​ເງິນ​ຈຳນວນ 440 ຕື້​ຢວນ​ເຂົ້າ​ສູ່​ຕະຫຼາດ​ການ​ເງິນ ໂດຍຜ່ານການຊື້ ຂາຍຫຼັກຊັບໃນຕະຫຼາດ ກ່ອນ​ບຸນປີໃໝ່ປະຈຳຊາດ ທີ່​ຕ້ອງການ​ເງິນສົດ​ເພີ່ມ​ສູງ​ຂຶ້ນ.

    ສຳນັກຂ່າວ​​ເອ​ເອຟພີລາ​ຍງານ​ວ່າ ທະນາຄານ​ກາງ​ສປ ຈີນ​ເປີດ​ເຜີຍ​ວ່າ​ໃນ​ວັນ​ທີ 26 ມັງກອນ​ວ່າ ພະ ຍາຍາມ​ອັດ​ສີດ​ເງິນ​ມູນ​ຄ່າ 440 ຕື້​ຢວນ(ປະມານ 67 ຕື້​ໂດ​ລາ​ສະຫະລັດ) ​ເຂົ້າ​ສູ່​ຕະຫຼາດການ​ເງິນ ​ເພື່ອ​ເພີ່ມ​ສະພາບ​ຄ່ອງ​ໃນ​ໄລຍະ​ບຸນປີໃໝ່ປະຈຳຊາດ ຊຶ່ງ​ບໍລິສັດ​ຫ້າງ​ຮ້ານ​ຈະ​ມີ​ການ​ໃຊ້ຈ່າຍ​ເງິນ​ຈຳນວນ​ຫຼາຍ​ສຳລັບ​ຄ່າ​ແຮງ​ງານ ​ແລະ ​ເງິນ​​ໂບນັດ​ພະນັກງານ ຂະນະ​ທີ່ປະຊາຊົນ​ກໍ່​ກຽມ​ຊື້​ຂອງ​ຂັວນ​ເພື່ອ​ມອບ​ໃຫ້​ກັນ, ຢ່າງ​ໃດ​ກໍ​ຕາມ​​ໃນອາທິດ​ທີ່​ຜ່ານ​ມາ ທະນາຄານ​ກາງ​ຈີນ​ອັດ​ສີດ​ເງິນ​ເຂົ້າ​ໄປ​ລະບົບ​ການ​ເງິນ​ຂອງ​ປະ​ເທດ​ຫຼາຍ​ກວ່າ 1,5 ພັນ​ຕື້​ຢວນ( 230 ຕື້​ໂດລາ). ຊຶ່ງ ທະນາຄານANZ ລະບຸວ່າການອັດສີດເງິນເຂົ້າສູ່ລະບົບເຮັດໃຫ້ທະນາຄານກາງຈີນສາມາດຮັກສາອັດຕາເງິນສົດສຳຮອງຂອງທະນາຄານການຄ້າບໍ່ໃຫ້ຫຼຸດລົງໄປຫຼາຍກວ່ານີ້ແລະ ມີທ່າອຽງວ່າທະນາຄານກາງຈີນ ຈະພະ ຍາຍາມອັດສີດເງິນເຂົ້າລະບົບເພື່ອກະຕຸ້ນສະພາບຄ່ອງໄລຍະສັ້ນຜ່ານຕະຫຼາດເສລີ ແລະ ນະໂຍບາຍອື່ນໆ ຕໍ່ໄປ ເພື່ອຖ່ວງເວລາຫຼຸດອັດຕາເງິນ ສົດສຳຮອງ.

ທັງນີ້ນັກວິເຄາະຫຼາຍທ່ານເຊື່ອວ່າ ການປັບຫຼຸດອັດຕາເງິນສົດສຳຮອງ ແລະ ການປັບຫຼຸດອັດຕາດອກເບ້ຍ ນະໂຍບາຍເປັນສິ່ງທີ່ຈຳເປັນໃນການກະຕຸ້ນເສດຖະກິດ ແລະ ນ່າຈະເກີດຂຶ້ນໃນໄວໆນີ້ ຫຼັງຈາກເສດຖະກິດຈີນປີ 2015 ຂະຫຍາຍຕົວ 6,9%.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...