spot_img
Homeຂ່າວຕ່າງປະເທດອາຊີ​ອາກາດ​ໜາວ​ແຮງ​ ເສຍ​ຊີວິດ​ເກືອບ 100 ຄົນ

ອາຊີ​ອາກາດ​ໜາວ​ແຮງ​ ເສຍ​ຊີວິດ​ເກືອບ 100 ຄົນ

Published on

    ອາກາດ​ໜາວ​ໄດ້​ແຜ່​ປົກ​ຄຸມ​​ໄປທົ່ວ​ອາຊີ​ຕາ​ເວັນ​ອອກ​ຈົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ໃນ​ໄຕ້​ຫວັນ(ສປຈີນ)​ແລ້ວກວ່າ 90 ຄົນ ຂະນະ​ທີ່​ຮົງ​ກົງ​ປະ​ເຊີນ​ກັບ​ອາກາດ​ໜາວ​ທີ່​ສຸດ​ໃນ​ຮອບ 60 ປີ​ເຊັ່ນ​ດຽວ​ກັບສປປ ລາວ ​ແລະ ສສ ຫວຽດນາມ​ທີ່​ໜາວ​ແຮງ​ຈົນ​ມີ​ຫິມະ​ຕົກ.

    ຫຼາຍ​ປະ​ເທດ​ໃນ​ອາຊີ​ປະ​ເຊີນ​ກັບ​ອາກາດ​ໜາວ​ຜິດ​ປົກກະຕິ ​ໂດຍ​ຍອດ​ຜູ້​ເສຍ​ຊີວິດ​ຈາກ​ອາ​ກາດ​ໜາວ​ໃນ​ໄຕ້​ຫວັນ​ເພີ່ມ​ເປັນ 85 ຄົນ ສ່ວນ​ໃຫຍ່​ເປັນ​ຜູ້​ສູງ​ອາຍຸ ​ເສຍ​ຊີ​ວິດ​ຈາກ​ປອດ​ອັກ​ເສບ ​ແລະ ພະຍາດຫົວ​ໃຈ, ​ໄທ​ເປ​ອຸນ​ຫະພູມ​ຕໍ່າ​ກວ່າ 4 ອົງສາ ຕໍ່າ​ສຸດ​ໃນ​ຮອບ 44 ປີ ຂະນະ​ທີ່​ຮົງ​ກົງ(ສປຈີນ)​ອາກາດ​ໜາວ​ສຸດ​​ໃນ​ຮອບ 60 ປີ ​ເຮັດ​ໃຫ້​ໂຮງຮຽນ​ອະນຸບານ ​ແລະ ປະຖົມ​ພັກ​​ໂຮງຮຽນ ​ໂດຍ​ກ່ອນ​ໜ້ານີ້​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ 111 ຄົນ ​ແລະ 45 ຄົນ​ເຂົ້າ​ຮັກສາ​ຈາກ​ອຸນ​ຫະພູມ​ຮ່າງກາຍ​ຫຼຸດ​ຕໍ່າ​ກວ່າ​ປົກກະຕິ, ສ່ວນ ມົງ​ໂກ​ລີ ມີ​ອຸນຫະພູມ​ຕິດ​ລົບ 46,8 ອົງສາ​ໃນ​ທ້າຍ​ອາທິດ​ທີ່ຜ່ານ​ມາ.

ສ່ວນ​ສປປ ລາວ ​ແລະ ຫວຽດນາມ​ກໍ​ພົບ​ກັບ​ອາກາດ​ໜາວ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະ​ແຂວງ​ຫົວພັນ​ພົບ​ຫິມະ​ຕົກ​ເປັນ​ເທື່ອ​ທຳ​ອິດ ທ່າມກາງ​ອຸນຫະພູມ​ຫຼຸດ​ລົງ​ລົບ 3 ອົງສາ​ເຊ, ສ່ວນຫຼາຍ​ພື້ນ​ທີ່​ຂອງຫວຽດນາມ​ມີ​ຫິມະ​ຕົກ ​ແລະ ພົບ​ກັບ​ອາ​ກາດ​ໜາວ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 40 ປີ ອຸນຫະພູມ​ຕິດ​ລົບ 4-5 ອົງສາ​ເຊ​ໃນ​ຫຼາຍ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຈີນ​ສົ່ງ​ຜົນ​ເຮັດ​ໃຫ້​ພືດ​ຜັກ ​ແລະ ໝາກ​ໄມ້​ຂອງ​ຊາວ​ກະສິກອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...