spot_img
Homeຂ່າວຕ່າງປະເທດອິນ​ໂດ​ເນ​ເຊຍ ​ກຽມ​ຫຼຸດ​ອັດຕາການ​ເກີດ​ ກະ​ຕຸ້ນ​ເສດຖະກິດ

ອິນ​ໂດ​ເນ​ເຊຍ ​ກຽມ​ຫຼຸດ​ອັດຕາການ​ເກີດ​ ກະ​ຕຸ້ນ​ເສດຖະກິດ

Published on

    ທ່ານ ​ໂຈ​ໂກ ວິ​ໂດ​ໂດ ປະທານາທິບໍດີ​ຂອງ​ອິນ​ໂດ​ເນ​ເຊຍ ​ເປັນ​ປະທານ​ເປີດ​ກອງ​ປະຊຸມ​ວາງ​ແຜນ​ຄອບຄົວ​ນານາ​ຊາດ​ໃນວັນ​ທີ 25 ມັງກອນ​ທີ່​ຜ່ານ​ມາ ​ເພື່ອ​ຮັບ​ມື​ກັບ​ຫຼາຍ​ບັນຫາການ​ອະນາ​ໄມ​ຈະ​ເລີ​ນພັນ ​ແລະ ການ​ເຂົ້າ​ເຖິງການ​ຄຸມ​ກຳ​ເນີ​ດ.

    ​ໃນ​ອະດີດ​ອັດຕາ​ການ​ເກີດ​ຂອງ​ປະຊາກອນ​ອິນ​ໂດ​ເນ​ເຊຍ​ທີ່​ປັບ​ຕົວ​ຫຼຸດ​ລົ​ງສົ່ງ​ຜົນ​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​ຂະຫຍາຍຕົວຫຼຸດ​ລົງ ອັດຕາ​ການ​ເກີດ​ຂອງ​ອິນ​ໂດ​ເນ​ເຊຍ​ຫຼຸດ​ລົງ​ຈາກ 5,6 ຄົນ​ຕໍ່​​ແມ່ຍິງ 1 ຄົນ​ເຫຼືອ 2,6 ຄົນ​ຕໍ່​​ແມ່ຍິງ 1 ຄົນ​ໃນ​ປີ 2002 ສ່ວນ​ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ​ຫຼຸດ​ລົງ​ຈາກ​ປະມານ 2,3% ​ເຫຼືອ 1,4% ​ແຕ່​ໃນ​ໄລຍະ 10 ປີ​ທຳ​ອິດ​ຂອງ​ປີ 2000 ​ໂຄງການ​ວາງ​ແຜນ​ຄອບ​ຄົວ​ຂອງ​ອິນ​ໂດ​ເນ​ເຊຍ​ກັບ​ບໍ່​ກ້າວໜ້າ.

ທ່ານ ນາງ ​ເມ​ລາ​ເນີຍ ​ໄຮ​ດາ​ຍັດ ​ເຈົ້າ​ໜ້າ​ທີ່​ປະຈຳ​ສຳນັກງານ​ກອງ​ທຶນ​ປະຊາກອນ​ຂອງ​ສະຫະ​ປະຊາ​ຊາດ​​ໃນ​ນະຄອນຫຼວງ​ຈາ​ກາ​ຕາ​ກ່າວ​ວ່າ ອິນ​ໂດ​ເນ​ເຊຍ​ພະຍາຍ​າມຟື້ນ​ຟູ​ໂຄງການ​ວາງ​ແຜນ​ຄອບຄົວ​​ເມື່ອ​ຫຼາຍ​ປີ​ກ່ອນ ​ແຕ່​ຄືບ​ໜ້າ​ໜ້ອຍ​ຫຼາຍ​ເນື່ອງ​ຈາກ​ຂາດ​ຄວາມ​ມຸ່ງ​ໝັ້ນ​ຮ່ວມ​ກັນ ​ແລະ ລັດຖະບານ​ທ້ອງ​ຖິ່ນ​ຜູ້​ເຮັດ​ໂຄງການ​ຂາດ​ແຄນ​ງົບປະມານ ​ແຕ່​ຂະນະ​ນີ້​ທ່ານ ວິ​ໂດ​ໂດ ກຳລັງ​ຊຸກຍູ້​ໃຫ້​ຄະນະ​ກຳມະການວາງ​ແຜນຄອບຄົວ​ເພີ່ມ​ຄວາມ​ມຸ່ງ​ໝັ້ນ​ໃຫ້​ຫຼາຍ​ຂຶ້ນ ​ແລະ ​ເດືອນ​ນີ້​ຫາ​ກໍ​ປະກາດ​ໂຄງການ​ວາງ​ແຜນ​ຄອບ​ຄົວ​ລະດັບ​ໝູ​ບ້ານ​ໃນ​ແຂວງ​ຊວາ​ຕາ​ເວັນ​ຕົກ ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຄົນ​ໃນທ້ອງ​ຖິ່ນ​ເປັນ​ຢ່າງ​ດີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...