spot_img
Homeຂ່າວຕ່າງປະເທດຜູ້ນຳ​ເກຣັກ​ປັບຫຼຸດ​ເງິນ​ບຳນານ

ຜູ້ນຳ​ເກຣັກ​ປັບຫຼຸດ​ເງິນ​ບຳນານ

Published on

ນາ​ຍົກ​ລັດຖະມົນຕີ​ເກຣັກຢືນຢັນ​ເດີນ​ໜ້າ​ມາດ​ຕະການ​ຫຼຸດ​ສະຫວັດດີ​ການ​ເງິນ​ບຳນານ​ຕາມ​ແນວທາງ​ເຈົ້າ​ໜີ້ ​ເຖິງ​ແມ່ນ​ວ່າ​ມີ​ສຽງ​ຄັດຄ້ານ​ຢ່າງ​ໜັກ​ຈາກ​ປະຊາຊົນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ເກຣັກ​ໃນ​ວັນ​ທີ 25 ມັງກອນ​ທີ່​ຜ່ານ​ມາ​ວ່າ ທ່ານ ອະ​ເລັກ​ຊິ​ສ ຊີ​ປາດ ລັດຖະມົນຕີ​ເກຣັກກ່າວ​ຄຳ​ປາ​ໄສ​ຢູ່​ທີ່​ສະໜາມກິລາ​ໃນ​ນະຄອນ​ເອ​ເທ​ນທ່າມກາງ​ຜູ້​ສະ​ໜັບສະ​ໜູນ​ປະມານ 4 ພັນ​ຄົນ​ໃນ​ວັນ​ທີ 24 ມັງກອນ​ທີ່​ຜ່ານ​ມາ ​ເນື່ອງ​ໃນ​ໂອກາດ​ຄົບຮອບ 1 ປີ​ດຳລົງ​ຕຳ​ແໜ່​ງຜູ້ນຳ​ເກຣັກຢືນຢັນ​ເດີນ​ໜ້າ​ແຜນ ການ​ປະຕິ​ຮູບ​ລະບົບ​ບຳນານ ​ໂດຍ​ສະ​ເໜີ​ຮ່າງ​ມາ​ດຕະການ​ເຂົ້າ​ສູ່​ການ​ພິຈາລະນາ ​ແລະ ລົງມະຕິ​ຂອງ​ສະພາ​ຜູ້​ແທນ​ຮາກ​ຖານ​ພາຍ​ໃນ​ຕົ້ນ​ເດືອນ​ກຸມພາ​ນີ້ ​ໂດຍ​ໃຫ້​ຄຳ​ໝັ້ນ​ວ່າ ​ແຜນການ​ດັ່ງກ່າວ​ຈະ​ເປັນ​ທຳ​ສຳລັບ​ທຸກ​ພາກສ່ວນ ​ແລະ ຈະ​ບໍ່​ມີ​ການ​ປັບ​ຫຼຸດ​ເງິນ​ບຳນານ​ລົງ​ອີກ ຫຼັງ​ຈາກ​ຕັດ​ໄປ​ແລ້ວ 40% ຕາມ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ໜີ້.

ທັງ​ນີ້​ທ່ານ ຊີ​ປາດ​ຊະນະ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ເກຣັກ​ໃນ​ວັນ​ທີ  25 ມັງກອນ​ປີ​ທີ່​ຜ່ານ​ມາ ດ້ວຍ​ຄະ​ແນນ​ສຽງ​ສະໜັບສະໜູນ 36,3% ​ໂດຍ​ທ່ານ ຊີ​ປາດ​ຢືນຢັນ​ຕະຫຼອດ​ການ​ຫາ​ສຽງ​ວ່າ ບໍ່​ຕ້ອງການ​ມາດ​ຕະການ​ຮັດ​ສາຍ​ແອວ​ອີກ ​ແລະ ຕ້ອງການ​ປະຕິ​ຮູບ​ໂຄງ​ສ້າງ​ໜີ້​ຂະໜາດ​ໃຫຍ່​ກັບ​ກຸ່ມ​ທຣອຍກາ​ຫຼື​ເຈົ້າ​ໜີ້ 3 ລາຍ​ເຊັ່ນ: ສະ ຫະພາບ​ເອີຣົບ (ອີ​ຢູ), ກອງ​ທຶນ​ການ​ເງິນ​ສາກົນ (​ໄອ​ເອັມ​ເອຟ) ​ແລະ ທະນາຄານ​ກາງ​ເອີຣົບ (ອີ​ຊີ​ບີ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...