spot_img
Homeຂ່າວຕ່າງປະເທດຜູ້ນຳ​ຈີນ-​ອີຣານ ຕົກລົງ​​ຮຸ້ນ​ສ່ວນ​ຍຸດ​ທະ​ສາດ

ຜູ້ນຳ​ຈີນ-​ອີຣານ ຕົກລົງ​​ຮຸ້ນ​ສ່ວນ​ຍຸດ​ທະ​ສາດ

Published on

ທ່ານ ສີ ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຂອງ​ ສປ ຈີນ ​ແລະ ທ່ານ ຮັສຊັນ ​ໂຣວຮາ​ນີ ປະທານາທິບໍດີ​ຂອງ​ອີຣານ​ເຫັນ​ດີ​ພ້ອມ​ກັນ​ໃນ​ເລື່ອງ​ຂະຫຍາຍ​ຄວາມ​ສຳພັນ​ທະວີ​ພາຄີ​ເພື່ອ​ສ້າງ​ຄວາມ​ເປັນ​ຮຸ້ນ​ສ່ວນ​ດ້ານ​ຍຸດ​ທະ​ສາດ ​ໂດຍ​ລະບຸ​ວ່າ​ເປັນ​ໄລຍະ​ໃໝ່​ຂອງ​ຄວາມ​ສຳພັນ​ທະວີ​ພາຄີ.

ທ່ານ ສີ ​ຈິ້ນ​ຜິ​ງ ​ເປັນ​ຜູ້ນຳ​ຄົນ​ທຳ​ອິດ​ທີ່​ໄປ​ຢ້ຽມຢາມ​ອີຣານ ຫຼັງ​ຈາກ​ນານາ​ຊາດ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ອີຣານ​ໃນ​ວັນ​ທີ 16 ມັງ​ກອນ​ທີ່​ຜ່ານ​ມາ ຕາມ​ຂໍ້​ຕົກລົງ​ຈຳກັດ​ໂຄງການ​ນິວ​ເຄລຍທີ່ອີຣານຕົກລົງ​ກັບ 6 ປະ​ເທດ​ມະຫາ​ອຳ​ນາດ​ໄດ້​ໃນ​ປີ​ກ່ອນ ໜຶ່ງ​ໃນ​ນັ້ນ​ມີ​ຈີນ​ລວມຢູ່​ນຳ, ທັງ​ສອງ​ຝ່າຍ​ຕົກລົງ​ຈະ​ເພີ່ມ​ມູນຄ່າການ​ຄ້າ​ລະຫວ່າງ​ກັນ​ເປັນ 600 ຕື້​ໂດ​ລາ​ສະຫະລັດ ພາຍ​ໃນ 10 ປີ ຈະ​ສ້າງ​ຄວາມ​ສຳພັນ​ດ້ານ​ຍຸດ​ທະ​ສາດຕາ​ມທີ່​ໄດ້​ບັນທຶກ​ໄວ້້​ໃນ​ເອກະສານ​ສະບັບ​ສົມບູນ​ໄລຍະ 25 ປີ ​ແລະ ຈະ​ຮ່ວມ​ມື​ກັນ​ຢ່າງ​​ໃກ້​ຊິດ​ໃນ​ການ​ແກ້​ໄຂ​ບັນຫາ​ການ​ກໍ່​ການ​ຮ້າຍ ​ແລະ ​ແນວ​ຄິດ​ຮຸນ​ແຮງ​ໃນ​ອີຣັກ, ຊີຣີ, ອາ​ຟະ​ກາ​ນິດ​ສະຖານ ​ແລະ ​ເຢ​ເມນ.

ສຳນັກ​ຂ່າວ​ຂອງ​ອີນາ​ຂອງ​ອີຣານລະ​ບຸ​ວ່າ ທ່ານ ສີ ຈິ້ນ​ຜິ​ງ​ເປັນຜູ້ນຳ​ຈີນ​ຄົນ​ທຳ​ອິດ​ທີ່​ຢ້ຽ​ມຢາມ​ອີຣານ​ໃນ​ຮອບ 14 ປີ ​ໂດຍ​ຜູ້ນຳ​ຈີນ​ຈະ​ເຂົ້າ​ພົບ​ທ່ານ ຢາ​ຕອລ ອາລີ ຜູ້ນຳ​ສູງ​ສຸດ​ຂອງ​ອີຣານ, ດ້ານ​ສຳນັກ​ກຂ່າ​ວຣອຍ​ເຕີ​ລາຍ​ງານ​ວ່າ ຈີນ ​ແລະ ອີຣານ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ທັງໝົດ 17 ສະບັບ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ໜຶ່ງ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ຟື້ນ​ຟູ​ເສັ້ນທາງ​ສາຍ​ໄໝ ຊຶ່ງ​ເປັນ​ເສັ້ນທາງ​ການ​ຄ້າ​ທີ່​ເຊື່ອມ​ຕໍ່​ໂລກ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ​ມາ​ຕັ້ງ​ແຕ່​ບູຮານ ​ແລະ ຂໍ້​ຕົກລົງ​ຄວາມ​ຮ່ວມ​ມືດ້ານນິວ​ເຄລຍທາງ​ສັນຕິ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...